ບໍຣິສັດທາງຣົຖໄຟ ລາວ-ຈີນ ຈະຂຶ້ນຄ່າໂດຍສານອີກ ທ້າຍປີນີ້
2023.08.22

ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ຈະປັບຂຶ້ນຄ່າປີ້ໂດຍສານ ອີກປະມານ 20% ຍ້ອນເງິນກີບອ່ອນຄ່າ ເມື່ອທຽບໃສ່ອັດຕຣາແລກປ່ຽນ ຕໍ່ເງິນຢວນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 21 ສິງຫາ 2023 ນີ້ວ່າ:
“ເພາະວ່າ ເພີ່ນຈະໄລ່ເປັນເງິນຢວນເດ້ ລາຄາມັນຈະສູງຂຶ້ນຕິກໆ ຫັ້ນແຫລະ ຕອນນີ້ຍັງເປັນເຣດລາຄາເດີມຢູ່. ປີນຶ່ງ ມັນຈະເພີ່ມເທື່ອນຶ່ງ ປະມານນັ້ນແຫລະ ເງິນຢວນແລ້ວ ມາໄລ່ເປັນເງິນກີບ ເພາະວ່າເວລານັ້ນ ລາຄາມັນກໍຈະສູງ.”
ທ່ານກ່າວຕື່ມວ່າ ສໍາລັບຂບວນຣົຖໄຟຊັ້ນ 2 ຄ່າປີ້ຣົຖໄຟ ຈາກນະຄອນຫລວງວຽງຈັນ ໄປຍັງນະຄອນຫລວງພຣະບາງ ເຊິ່ງເປັນສັ້ນທາງ ແລະ ບ່ອນນັ່ງທີ່ໄດ້ຮັບຄວາມນິຍົມຫລາຍກວ່າໝູ່ ຄາດວ່າຈະຖືກປັບລາຄາຂຶ້ນ ຈາກ 275,000 ກີບ/ຄົນ/ຖ້ຽວ ເປັນປະມານ 330,000 ກີບ ໂດຍອີງໃສ່ອັດຕຣາແລກປ່ຽນ 1 ຢວນ ປະມານ 3,000 ກີບ. ສໍາລັບຄ່າໂດຍສານ ຣົຖໄຟລາວ-ຈີນ ປັດຈຸບັນ ຍັງອີງໃສ່ ລາຄາຕາມທີ່ໄດ້ປັບຂຶ້ນ ໃນວັນທີ 1 ພຶສພາ ທີ່ຜ່ານມານີ້ ແລະຄາດວ່າ ຈະມີການປັບຂຶ້ນ ຄ່າໂດຍສານອີກຄັ້ງນຶ່ງ ເພື່ອໃຫ້ສອດຄ່ອງກັບ ສະພາບເງິນກີບ ທີ່ອ່ອນຄ່າລົງ ພາຍໃນໄລຍະທ້າຍປີ 2023 ນີ້.
ດັ່ງ ພະນັກງານຂາຍປີ້ໂດຍສານ ຣົຖໄຟລາວ-ຈີນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່:
“ຕອນນີ້ລາຄາຍັງປົກກະຕິຢູ່ ຍັງບໍ່ໄດ້ມີການເພີ່ມຂຶ້ນ. ອ່າ ຈຸດປະສົງທ້າຍໆ ປີນີ້ພຸ້ນແຫລະ ຊ່ວງນີ້ລາຄາປົກກະຕິຢູ່ ມີແຕ່ລາຄາ ໂຕຈິງແທ້ມີແຕ່ລູກຄ້າເຊັດຜ່ານທາງແອັບພລິເຄຊັນ (LCR Ticket) ເບິ່ງ.”
ກ່ອນໜ້ານີ້ ບໍຣິສັດ ທາງຣົຖໄຟລາວ-ຈີນ ໄດ້ເປີດໃຫ້ບຸກຄົນທົ່ວໄປ ສາມາດດາວໂຫລດແອັບພລິເຄຊັນ LCR Ticket ເພື່ອໃຫ້ຄົນລາວ ຈອງປີ້ຣົຖໄຟລາວ-ຈີນ ຜ່ານລະບົບອອນລາຍນ໌ໄດ້ແລ້ວ ຂະນະທີ່ ນັກທ່ອງທ່ຽວ ຊາວຕ່າງປະເທດ ຍັງບໍ່ສາມາດໃຊ້ບໍຣິການໄດ້ ຢ່າງສະດວກເທື່ອ ຍ້ອນຈໍາເປັນຕ້ອງມີເລກໂທລະສັບ ໃນປະເທດລາວ ເພື່ອລົງທະບຽນ.
ດັ່ງ ໂຕແທນຮັບຈອງປີ້ໂດຍສານ ຣົຖໄຟລາວ-ຈີນ ທ່ານນຶ່ງກ່າວວ່າ:
“ແມ່ນ ຕ້ອງໄດ່ໃຊ້ເບີລາວ ຕ້ອງເປັນຂໍ້ມູນຕາມທີ່ເຮົາຈະຈອງຫັ້ນນ່າ ມັນມີຫລາຍຂັ້ນຕອນຫັ້ນນ່າ ໂຫລດ App. ມາແລ້ວ ກໍໃຫ້ຂະເຈົ້າສມັກ ຕ້ອງໃຊ້ເບີລາວ ແລ້ວກໍຈອງ ແລ້ວກໍເພີ່ມຜູ້ໂດຍສານ ແລ້ວກໍໃສ່ເລກ Passport ຫລືວ່າ ເລກບັດປະຈໍາໂຕ ຂອງຄົນເດີນທາງຫັ້ນ ຄົນຕ່າງປະເທດກໍຈະໃຫ້ແຕ່ເລກ Passport ແມ່ນບັນຊີລາວ ຫລືວ່າມັນຈະມີ WeChat ຂອງຈີນກໍມີ ອັນນັ້ນກໍໃຊ້ໄດ້.”
ທີ່ຜ່ານມາ ບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ໄດ້ກໍານົດລາຄາປີ້ໂດຍສານ ຣົຖໄຟລາວ-ຈີນ 31-185 ຢວນ ແລະ ໄດ້ມີແຜນປັບຂຶ້ນຄ່າໂດຍສານ ຣົຖໄຟລາວ-ຈີນ ໄປແລ້ວ 2 ຄັ້ງ ສໍາລັບຄັ້ງທໍາອິດ ແມ່ນປັບຂຶ້ນ ໃນວັນທີ 1 ມີຖຸນາ 2022 ອີງໃສ່ອັດຕຣາແລກປ່ຽນ 1 ຢວນ ເທົ່າກັບ 2,200 ກີບ ແລະ ຄັ້ງທີ 2 ແມ່ນອີງໃສ່ອັດຕຣາແລກປ່ຽນ 1 ຢວນເທົ່າກັບ 2,500 ກີບ.
ດັ່ງ ພະນັກງານ ທີ່ເຮັດວຽກນໍາບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ອີກທ່ານນຶ່ງ ກ່າວວ່າ:
“ອື້. ໂຕນີ້ມັນຈະປັບໜ້ອຍນຶ່ງ ລາຄາຕອນນັ້ນແມ່ນຈະຢູ່ 242,000 ກີບ ຕອນນີ້ກໍຈະເປັນ 275,000 ກີບ ໂຕຊັ້ນ 2 ປະມານວັນທີ 1 ເດືອນ 5 ເຣີ່ມ ໂຕນີ້ມັນກໍ ຍັນທ້າຍປີນີ້ແຫລະ ກ່ຽວກັບເງິນຢວນ ເງິນບາທ ເພາະວ່າເງິນມັນກໍຍາກໜ້ອຍນຶ່ງເດ້ ຊ່ວງນີ້.”
ສໍາລັບລາຄາປີ້ໂດຍສານ ຣົຖໄຟລາວ-ຈີນ ແມ່ນແບ່ງອອກເປັນຫລາຍລາຄາ ຂຶ້ນຢູ່ກັບໄລຍະທາງ ແລະຊັ້ນບ່ອນນັ່ງ ແລະ ທີ່ຜ່ານມາ ຊາວລາວ ແລະນັກທ່ອງທ່ຽວ ຊາວຕ່າງປະເທດ ຈໍານວນນຶ່ງ ຈອງປີ້ໂດຍສານຣົຖໄຟ ຜ່ານໂຕແທນຈໍາໜ່າຍ ເຊິ່ງຈໍາເປັນຕ້ອງໄດ້ຈ່າຍເງິນ ຄ່າບໍຣິການເພີ່ມ ປະມານ 60,000-110,000 ກີບ/ປີ້.
ດັ່ງ ໂຕແທນຂາຍປີ້ໂດຍສານ ຣົຖໄຟລາວ-ຈີນ ນາງນຶ່ງກ່າວວ່າ:
“ໄລ່ ປີ້ນຶ່ງ ເອົາ 70 ພັນ ຄັນວ່າມັນຂຶ້ນກັບ VIP ແມ່ນຫຍັງນີ້ນ່າ ຂຶ້ນກັບວ່າຫລາຍຄົນ ຄັນວ່າ 2-3 ຄົນ ກໍຊິເອົາ 50 ພັນກີບຊີ້ນ່າ. ຖ້າວ່າຫລາຍຄົນ 6 ຄົນ ຂຶ້ນໄປ ໄລ່ປີ້ນຶ່ງ 60 ພັນ ເພາະວ່າຕ້ອງໄດ້ຈ້າງຄົນໄປຊື້ ເພາະວ່າຜູ້ນຶ່ງ ສາມາດຊື້ໄດ້ແຕ່ 3 ປີ້ຫັ້ນນ່າ ແມ່ນແຫລະ ເດີນທາງໄປຊື້ ພວກຄ່ານ້ໍາມັນ ເພາະວ່າຈະໃຫ້ແບບໃຫ້ໝູ່ໄປຊື້ຊີ້ນ່າ ແບບວ່າຫາໝູ່ໄປຊື້ ແບບຫລາຍຄົນ ຄັນວ່າຊື້ຜູ້ດຽວ ຜູ້ນຶ່ງສາມາດ ອອກປີ້ໄດ້ 3 ໃບ.”
ເຖິງແມ່ນວ່າ ບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ຈະດໍາເນີນການປັບຂຶ້ນລາຄາ ຄ່າປີ້ໂດຍສານເລື້ອຍໆ ແຕ່ຊາວລາວ ແລະ ນັກທ່ອງທ່ຽວຕ່າງປະເທດ ຈໍານວນຫລາຍ ກໍມີທ່າອຽງນໍາໃຊ້ບໍຣິການ ຣົຖໄຟລາວ-ຈີນ ຫລາຍຂຶ້ນ ກວ່າການນໍາໃຊ້ ບໍຣິການຂົນສົ່ງ ສາທາຣະນະ ຫລື ຣົຖໂດຍສານ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວຕື່ມວ່າ:
“ຊ້າແລ້ວກໍ ການເດີນທາງມັນຫຍຸ້ງຍາກເນາະ ເສັ້ນທາງຝົນຕົກ ມັນລໍາບາກແດ່ ທາງເຈື່ອນ ທາງເພ ເນາະ ເພາະວ່າຣົຖໄຟມັນໃຊ້ເວລາພຽງ ບາງຄັ້ງກໍ 1 ຊົ່ວໂມງ ບາງຄັ້ງກໍ 1 ຊົ່ວໂມງ ຂີ່ຣົຖໂດຍສານແລ້ວ ໃຊ້ເວລາ 4-5 ຊົ່ວໂມງເດ້. ອໍ ລາຄາມັນກໍແພງ ກ່ອນຣົຖຕູ້ ເພາະວ່າຣົຖຕູ້ມັນລາຄາຖືກເນາະ 2 ແສນ ແມ່ນຣົຖໄຟກໍປະມານ 3 ແສນ ປາຍຊີ້ນ່າ ລວມຄ່າບໍຣິການ ມັນກໍລື່ນກັນ ປະມານ ແສນກີບ.”
ການປັບຂຶ້ນລາຄາປີ້ໂດຍສານ ທາງຣົຖໄຟລາວ-ຈີນ ໃນແຕ່ລະໄລຍະ ແມ່ນຢູ່ບົນພື້ນຖານ ການຄົ້ນຄົ້ວ ແລະ ເຫັນດີຈາກຄະນະຄົ້ນຄົ້ວ ລາຄາປີ້ຣົຖໄຟ ເຊິ່ງປະກອບດ້ວຍຫລາຍພາກສ່ວນ ເປັນຕົ້ນ ກະຊວງແຜນການ ແລະ ລົງທຶນ, ກະຊວງການເງິນ, ກະຊວງອຸດສາຫະກັມ ແລະ ການຄ້າ, ທະນາຄານແຫ່ງ ສປປ ລາວ ແລະ ຄະນະກັມມະການຂົນສົ່ງແຫ່ງຊາຕ.
ດັ່ງ ທ່ານ ງາມປະສົງ ເມືອງມະນີ ຣັຖມົນຕຣີ ກະຊວງ ໂຍທາທິການ ແລະ ການຂົນສົ່ງ ກ່າວໃນກອງປະຊຸມສໄມສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 28 ມີຖຸນາ ທີ່ຜ່ານມາ ນີ້ວ່າ:
“ເຊິ່ງໃນໄລຍະຫລັງໆ ໃນປີ 2022 ມານີ້ເນາະ ບໍຣິສັດທາງຣົຖໄຟລາວ-ຈີນ ກໍໄດ້ມີການສເນີປັບລາຄາ ຄ່າໂດຍສານທາງຣົຖໄຟຂຶ້ນ ເນື່ອງຈາກອັດຕຣາແລກປ່ຽນ ມີການເຫນ່ງຕີງແຮງເນາະ ເງິນກີບອ່ອນໂຕ ການຂາຍປີ້ຣົຖໄຟ ແມ່ນເກັບເປັນເງິນກີບ ເຊິ່ງເຮັດໃຫ້ບໍຣິສັດທາງຣົຖໄຟລາວ-ຈີນ ຂາດທຶນໃນການແລກປ່ຽນ ສກຸລເງິນຢວນ ຫລືວ່າ ສກຸນເງິນໃນເງິນ...ນັ້ນ ໄດ້ມີການສເນີ ໃຫ້ປັບຂຶ້ນປີ້ຣົຖໄຟ ເຊິ່ງໃນເບື້ອງຕົ້ນ ໄດ້ມີການອະນຸຍາດ ໃຫ້ຂຶ້ນໄດ້ປະມານ 20%.”
ທ່ານກ່າວຕື່ມວ່າ ສໍາລັບການປັບຂຶ້ນລາຄາປີ້ຣົຖໄຟ ຄາດວ່າຈະຈັດຕັ້ງປຕິບັດຢ່າງເປັນທາງການ ໃນໄລຍະທ້າຍປີນີ້, ແຕ່ເຖິງຢ່າງໃດກໍຕາມ ຖ້າຫາກອັດຕຣາເງິນກີບ ເຟີ້ຫລາຍກ່ອນ 20% ທາງບໍຣິສັດ ທາງຣົຖໄຟລາວ-ຈີນ ກໍສາມາດປັບຂຶ້ນລາຄາປີ້ຣົຖໄຟ ເພີ່ມຕື່ມ.
ດັ່ງທີ່ຣະບຸໄວ້ໃນສັນຍາ ທີ່ທາງການລາວໄດ້ລົງນາມ ຮ່ວມກັບທາງບໍຣິສັດ.
ທ່ານກ່າວອີກວ່າ ສໍາລັບໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ມີຄວາມຍາວທັງໝົດ 420 ກິໂລແມັດກວມເອົາ 4 ແຂວງ ກັບ ນະຄອນຫລວງວຽງຈັນ, ມີ 11 ສະຖານີ, ເນື້ອທີ່ທັງໝົດ 990 ເຮັກຕ້າຣ໌, ມາຮອດປັດຈຸບັນ ສາມາດໄກ່ເກັ່ຍ ແລະ ຊົດເຊີຍຜົລກະທົບ ໃຫ້ແກ່ຊາວບ້ານໄດ້ແລ້ວ 848 ເຮັກຕ້າຣ໌, ແລະ ສ່ວນທີ່ເຫລືອ ອີກປະມານ 140 ເຮັກຕ້າຣ໌ ຍັງບໍ່ໄດ້ດໍາເນີນການ ຊົດເຊີຍເທື່ອ, ທັງນີ້ ມີປະຊາຊົນທີ່ໄດ້ຮັບຜົລກະທົບ 8,139 ຄອບຄົວ, ສາມາດຊົດເຊີຍໄດ້ແລ້ວ 7,306 ຄອບຄົວ ແລະ ຄາດວ່າຈະເລັ່ງຊົດເຊີຍ ໃຫ້ສໍາເຣັດ ໃນໄລຍະມໍ່ໆນີ້.