ຣັຖບານ ຈະເປີດປີທ່ອງທ່ຽວລາວ ຫວັງດຶງດູດ ນັກທ່ອງທ່ຽວ ຕ່າງປະເທດ ເພີ່ມຂຶ້ນ

ຈຳປາທອງ
2023.08.23
ຣັຖບານ ຈະເປີດປີທ່ອງທ່ຽວລາວ ຫວັງດຶງດູດ ນັກທ່ອງທ່ຽວ ຕ່າງປະເທດ ເພີ່ມຂຶ້ນ ນ້ຳຕົກຕາດກວາງຊີ ແຫຼ່ງທ່ອງທ່ຽວ ທີ່ມີຊື່ສຽງ ຂອງແຂວງຫຼວງພຣະບາງ, ວັນທີ 16 ສິງຫາ 2023.
ນັກຂ່າວ ພົລເມືອງ

ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ພະຍາຍາມໂຄສະນາ ທາງສື່ອອນລາຍນ໌ ທັງຢູ່ພາຍໃນ ແລະຕ່າງປະເທດ ເພື່ອດຶງດູດນັກທ່ອງທ່ຽວ ຕ່າງປະເທດ ເປັນຕົ້ນນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ຜ່ານທາງຣົຖໄຟ ລາວ-ຈີນ ໃຫ້ໄດ້ເຖິງ 2,700,000 ຄົນໃນປີທ່ອງທ່ຽວລາວ 2024, ອີງຕາມຄໍາຖແລງຂອງ ທ່ານ ອຸ່ນທອງ ຂາວພັນ ຮອງຣັຖມົນຕຣີ ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ຕໍ່ວິທຍຸ-ໂທຣະພາບ ສູນກາງຈີນ ໃນມື້ວັນທີ 21 ສິງຫານີ້, ແຕ່ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ໃນ 6 ເດືອນຕົ້ນປີ 2023 ນີ້ມີພຽງປະມານ 317,000 ຄົນ, ນັກທ່ອງທ່ຽວໄທຍປະມານ 668,000 ຄົນ ແລະວຽດນາມ 398,000 ຄົນ, ອີງຕາມຣາຍງານຂອງໜັງສືພິມວຽງຈັນ ທາມ ວັນທີ 22 ສິງຫານີ້.

ກ່ຽວກັບເຣື່ອງນີ້ ພະນັກງານໂຮງແຮມແຫ່ງນຶ່ງ ຢູ່ແຂວງຫລວງພຣະບາງ ເວົ້າວ່າ ນັກທ່ອງທ່ຽວຈີນ ເຂົ້າມາພັກຢູ່ໂຮງແຮມໃນປີນີ້ ຍັງໜ້ອຍຢູ່ ທຽບໃສ່ນັກທ່ອງທ່ຽວ ຈາກປະເທດອື່ນໆ ແລະພວກເຂົາ ສ່ວນໃຫຍ່ພັກຢູ່ໂຮງແຮມ ຂອງຄົນຈີນດ້ວຍກັນເອງ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 23 ສິງຫານີ້ວ່າ:

“ມີໜ້ອຍເຈົ້າ ບໍ່ຫລາຍ ຄົນຈີນນີ້ບໍ່ຄ່ອຍຫລາຍເຈົ້າ ໜ້ອຍສຸດ ເພາະວ່າເຮົາຊິເປັນໂຮງແຮມທີ່ວ່ານ້ອຍໆ ແລ້ວມັນເປັນໂຮງແຮມທີ່ວ່າມີວິວ ສ່ວນຫລາຍຈະເປັນແຂກຢູໂຣບ ຫລວງພຣະບາງ ມັນຊິມີໂຮງແຮມຈີນ ສ່ວນຫລາຍເຂົາກໍພັກໂຮງແຮມຈີນ.

ພະນັກງານ ໂຮງແຮມອີກແຫ່ງນຶ່ງ ຢູ່ແຂວງຫລວງພຣະບາງ ກໍເວົ້າວ່າ ໃນໄລຍະທີ່ມີນັກທ່ອງທ່ຽວຫລາຍ ຕັ້ງແຕ່ທ້າຍປີ 2022 ຫາເດືອນເມສາ 2023 ນີ້ ບໍ່ຄ່ອຍມີນັກທ່ອງທ່ຽວ ມາທ່ຽວຫລາຍ ຫລືອາຈເປັນຍ້ອນໂຮງແຮມ ຫລາຍແຫ່ງຂຶ້ນລາຄາຫ້ອງພັກ ແລະຄົນຈີນກໍປະສົບກັບບັນຫາ ເສຖກິຈຫຍຸ້ງຍາກ.

“ຊ່ວງນີ້ບໍ່ມີ ມັນຂື້ນກັບແຕ່ລະຊ່ວງ ຊ່ວງເດືອນ 11-12 ສ່ວນຫລາຍຊິເປັນຄົນໄທຍ ເປັນຊ່ວງເດືອນ 5, ເດືອນ 6, ເດືອນ 7 ນີ້ ກະຊິມີແຕ່ຄົນຈີນ ຖ້າວ່າຊ່ວງໄຮຊີຊັ້ນ ບໍ່ຄ່ອຍມີຄົນຈີນ ເພາະວ່າມັນແພງ ລາຄາຫ້ອງມັນແພງ.

ຢູ່ເມືອງວັງວຽງ ແຂວງວຽງຈັນ ໄລຍະນີ້ ໂຮງແຮມຫລາຍແຫ່ງ ບໍ່ມີນັກທ່ອງທ່ຽວຈີນ ເຂົ້າມາພັກຫລາຍຄືກ່ອນໜ້ານີ້, ມີແຕ່ນັກທ່ອງທ່ຽວລາວ ເຂົ້າມາພັກຕາມໂຮງແຮມຕ່າງໆ.

ດັ່ງເຈົ້າຂອງໂຮງແຮມ ແຫ່ງນຶ່ງຢູ່ເມືອງວັງວຽງເວົ້າວ່າ:

“ທີ່ເຂົ້າໂຮງແຮມຂ້ອຍບໍ ຖ້າແຂກກະແຂກຈີນຫລາຍກວ່າໝູ່. ໂອ ຊ່ວງນີ້ບໍ່ຄ່ອຍມີແຂກຈີນ ຈີນບໍ່ເຂົ້າ ປັດຈຸບັນນີ້ມີແຕ່ແຂກລາວ ຖ້າຈີນເຂົ້າມາປົກກະຕິນໍ ຈະມີຈີນຫລາຍ, ອັນດັບ 1 ກະແມ່ນລາວ, ອັນດັບ 2 ກະແມ່ນຈີນ.

ໃນຂະນະດຽວກັນ ນັກວິຊາການດ້ານການ ທ່ອງທ່ຽວໃນລາວທ່ານນຶ່ງ ເວົ້າວ່າ ສາເຫດທີ່ນັກທ່ອງທ່ຽວຈີນ ບໍ່ເຂົ້າມາທ່ຽວລາວຫລາຍ ໃນໄລຍະນີ້ ແມ່ນເປັນຍ້ອນເສຖກິຈຈີນບໍ່ດີ, ຄົນຈີນຈໍານວນນຶ່ງ ບໍ່ກ້າທີ່ຈະໃຊ້ຈ່າຍເງິນ ໄປທ່ອງທ່ຽວຕ່າງປະເທດ, ຕ້ອງໄດ້ໃຊ້ຈ່າຍຢ່າງປະຢັດທີ່ສຸດ.

“ເອີ! ຄົນຈີນກະພໍມີ ກະບໍ່ຫລາຍປານໃດແລ້ວ ຊ່ວງນີ້ເຂົາກະມີເວົ້າເຣື່ອງເສຖກິຈ ເຂົາ ກະບໍ່ດີປານໃດເດ ແຕ່ຝຣັ່ງກະພໍມີ ເພາະຝຣັ່ງ ເປັນແບັກແພັກເກາະ ຫລາຍກວ່າ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຂແນງການທ່ອງທ່ຽວ ທ່ານນຶ່ງ ກໍເຊື່ອໝັ້ນວ່າ ໃນປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງນີ້ ຈະມີນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວຫລາຍ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ຢູ່ລາວ ໄດ້ພະຍາຍາມໂຄສະນາ ຢ່າງໜັກ ເພື່ອດຶງດູດນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ແລະທັງມີການກະກຽມ ສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອຮອງຮັບນັກທ່ອງທ່ຽວຈີນ ທີ່ຈະເຂົ້າມາໃນປີໜ້າ.

ດັ່ງທີ່ທ່ານກ່າວວ່າ:

“ຄົນຈີນຫັ້ນ ອາຈມີຢູ່ ໂອ ເຮົາກະມີຕຽມຫລາຍຢ່າງຢູ່ ຕຽມຫລາຍຢ່າງ ເຮົາຊິຕຽມໃນການສເລີມສລອງທ່ຽວລາວຫລາຍຢູ່ ພາກຣັຖ ທັງເອກກະຊົນ ແລ້ວກໍເມືອງແຕ່ລະເມືອງກໍຈະໄດ້ມີການຈັດຂະບວນຕ່າງໆ ກໍາລັງຫ້າງຫາກະຕຽມ.

ໃນການກະກຽມ ປີທ່ອງທ່ຽວລາວ 2024 ກະວງຖແລງຂ່າວ, ວັທນະທໍາ ແລະທ່ອງທ່ຽວ ສົມທົບກັບຫລາຍພາກສ່ວນ ທັງຢູ່ສູນກາງ ແລະທ້ອງຖິ່ນ ມີແຜນຈັດກິຈກໍາຕ່າງໆ ທັງລະດັບຊາຕ ແລະລະດັບທ້ອງຖິ່ນຄື ລະດັບຊາດມີ 14 ກິຈກໍາ ເປັນຕົ້ນ ບຸນວັດພູ ຈໍາປາສັກ, ບຸນຊ້າງ, ບຸນທາດຫລວງ, ບຸນປີໃໝ່ລາວ ແລະກິຈກໍາລະ ດັບທ້ອງຖິ່ນ ມີ 60 ກິຈກັມ ຊຶ່ງຈະຈັດຂື້ນຕາມເງື່ອນໄຂ ຂອງແຕ່ລະແຂວງ.

ອີງຕາມຂໍ້ມູນຈາກ ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ, ທາງກະຊວງ ຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ໄດ້ປັບປຸງລະບຽບການຕ່າງໆ, ປັບປຸງ ແລະສ້າງສະຖານທີ່ທ່ອງທ່ຽວໃໝ່ ເປັນຕົ້ນ ບ້ານຄອນ-ດອນເດດ ແຂວງຈໍາປາສັກ, ເມືອງວັງວຽງ ແລະເມືອງແກ້ວອຸດົມ ແຂວງວຽງຈັນ ຊຶ່ງຄາດວ່າ ຈະສໍາເຣັດ ແລະເປີດໃຊ້ໃນຕົ້ນປີ 2024 ທີ່ຈະມາເຖິງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.