ເຣື້ອງທີ່ເກັບບັນທຶກໄວ້
2009-08-24
ພວກສັງເກດການ ໄດ້ຍົກເອົາ ກໍຣະນີ ການສໍ້ກົງ ການເລືອກຕັ້ງໃນ ອັຟການິສຖານ ແລະ ເວົ້າວ່າ ການລົງຄະແນນສຽງ ຍັງບໍ່ທັນ ມີອິສຣະ ຕາມແບບສາກົນ ເນື່ອງຈາກວ່າ ມີການໃຊ້ຄວາມຮຸນແຮງ ແລະ ມີການຂົ່ມຂູ່.
2009-08-24
ປັດຈຸບັນ ມີຊາວຕ່າງດ້າວ ຈາກປະເທດຈີນ ແລະ ວຽດນາມ ລັກລອບ ຢູ່ປະເທດລາວ ຫລາຍເພີ້ມຂຶ້ນ, ຊຶ່ງສວຍໂອກາດ ດໍາເນີນທຸຣະກິດ ຂນາດນ້ອຍ-ຂນາດກາງ ແລະ ຍາດອາຊີບ ທີ່ສງວນໄວ້ ໃຫ້ຄົນລາວ ໄປຢ່າງຫລວງຫລາຍ, ອີງຕາມຣາຍງານ ຈາກທ້ອງຖິ່ນ ໃນມື້ວັນທີ 23 ສິງຫານີ້.
2009-08-24
ຄອບຄົວຊາວມົ້ງ ທີ່ຣັຖ Wisconsin ສະຫະຣັຖ ອະເມຣິກາ ຫລາຍຄອບຄົວ ຮຽກຮ້ອງ ອົງການເພື່ອ ສິດທິມະນຸດຊາວມົ້ງ ໃຫ້ຊ່ອຍຍາດພີ່ນ້ອງ ຂະເຈົ້າຢູ່ສູນ ທີ່ປະເທດໄທ.
2009-08-24
ຄະດີອາດິດ ພວກຜູ້ນຳຂເມນແດງ ໄດ້ເລີ້ມມາແຕ່ ທ້າຍເດືອນ ມີນາ ປີນີ້ ແລະກະວ່າຈະໃຫ້ ເສັດສີ້ນໃນທ້າຍປີ 2009 ນີ້. ກ່ອນຈະເລີ້ມເປີດຄະດີ ດັ່ງກ່າວນີ້ສານພີເສດ ຊຶ່ງປະກອບດ້ວຍ ຜູ້ພິພາກສາ ຊາວຂເມນ ແລະນາໆຊາດ ໄດ້ພົບກັບ ອຸປສັກ ຫລາຍຢ່າງ. ຣາຍລະອຽດ ເປັນແນວໃດນັ້ນ, ຂໍເຊີນທ່ານຮັບຟັງ ບົດຄວາມປະຈຳສັປດາ ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ. ສເນີໂດຍ: ພົງສວັນ
2009-08-24
ຈີນ ຈະເລີ້ມດໍາເນີນຄະດີ ກ່ຽວກັບຜູ້ສ້າງຄວາມ ບໍ່ສງົບ ຂື້ນຢູ່ໃນແຂວງຊິນຈຽງ ພາຍໃນສັປດານີ້.
2009-08-24
ທາງການລາວວ່າ ມີການລັກລອບ ຢາເສບຕິດ ປະເພດທີ່ຮ້າຍແຣງ ເຂົ້າໄປໃນ ລາວ ເພື່ອສົ່ງຕໍ່ໄປ ຍັງປະເທດທີສາມ.
2009-08-24
ທາງການລາວ ຍັງບໍ່ມີໜ່ວຍງານ ສະເພາະ ທີ່ຈະປ້ອງກັນການ ຟອກເງິນ.
2009-08-22
ມື້ນີ້ ຈຳປາທອງ ຈະນຳສເນີທ່ານ ກ່ຽວກັບການ ຜລິດພືດພັນ ເປັນຕົ້ນແມ່ນການ ຜລິດພັນເຂົ້າ ຊະໜິດໃໝ່ ແລະການປູກເຂົ້າ ຢູ່ປະເທດລາວ ຮວມທັງການຊ່ວຍເຫລືອ ແລະການລົງທຶນ ຂອງຕ່າງປະເທດ ການຊື້-ຂາຍ ແລະຣາຄາເຂົ້າ ຊຶ່ງເປັນບັນຫາ ທີ່ບໍ່ແນ່ນອນນັ້ນ ມາສເນີທ່ານ ເຊີນທ່ານຮັບຟັງໄດ້………
2009-08-22
ສປປລາວ ໄດ້ຮັບເງີນຊ່ອຍເຫລືອ ຈາກຕ່າງປະເທດ ເພື່ອປັບປຸງຣະບົບ ການເງີນຂອງຣັດ ໃຫ້ເຂັ້ມແຂງ. ອາວະຣີ ມີຣາຍງານ ກ່ຽວກັບເຣື້ອງນີ້ ມາສເນີທ່ານ ໃນອັນດັບຕໍ່ໄປ.
2009-08-22
ສາຣະຄະດີເຣື້ອງ ”ສຸດສາຍທາງເລຂ9” ໃນບົດເລີ້ມຕົ້ນ ເມື່ອອາທິດທີ່ຜ່ານມາ ຜູ້ຂຽນໄດ້ຮີບໂຮມ ເລົ່າເອົາຄວາມອາຖັນ ທັງໝົດ ຂອງສາຍທາງເລຂ 9 ມາໃຫ້ທ່ານໄດ້ຮັບຟັງ ຄືແຕ່ສວັນນະເຂດ ຈົນຮອດຊາຍແດນ ວຽດນາມ ແລະຕອນທີ່ 2 ຂອງຣາຍການ ໃນມື້ນີ້ນັ້ນ ຈະໄດ້ກ່າວເຖິງ ປວັດຫຍໍ້ ຂອງສາຍທາງເລຂ 9 ເພື່ອໃຫ້ທ່ານໄດ້ຮູ້ເຖິງ ທີ່ມາແຫ່ງການສ້າງ ສູນສັມມະນາ ຂອງຣັຖບານ ສປປລາວ ໃນກາງປີ 1975…ເຊີນທ່ານຮັບຟັງໄດ້ ໃນອັນດັບຕໍ່ໄປ. ສເນີໂດຍ : ໂມທະນາ
2009-08-20
ເລຂາທິການ ສະຫະປະຊາຊາດ Ban Ki-moon ສລອງວັນ ມະນຸສທັມໂລກ ດ້ວຍການສັລເສີນ ເຈົ້າໜ້າທີ່ ສະຫະປະຊາຊາດ 22ຄົນຮວມທັງ ຜູ້ຕາງໜ້າພິເສດ Sergio Vieiro de Mello ທີ່ໄດ້ເສັຽຊີວິດ ໃນເຫດຣະເບີດແຕກ ຢູ່ກຸງ Bagdad ປະເທດ Iraq ເມື່ອ6ປີກ່ອນນັ້ນ.
2009-08-20
ໃນຣາຍການ ຕອບຈົດໝາຍ ປະຈຳສັປດານີ້ ມີຈົດໝາຍ ຈາກ ລຸງອີນທາ ມະຈຸຣາຊ ແລະຈົດໝາຍຂອງ ຜູ້ຟັງທີ່ໃສ່ຊື່ວ່າ Ho Chi East ຕິດຕາມດ້ວຍ ສຽງເພງລາວ “ໜີ” ຂອງທ່ານ ພົມມະ ພີມມະສອນ. ເສບໂດຍ ວົງດົນຕຣີ "ຈັກຈັ່ນ" ທີ່ຣັດ Virginia ສະຫະຣັດ ອະເມຣິກາ ເຊີນທ່ານ ເຂົ້າໄປຟັງໄດ້ເລີຍ………
2009-08-20
ເຂົ້າເປັນອາຫານຫລັກ ຂອງຊາວລາວ ແຕ່ກໍຍັງເຫັນວ່າ ທາງການລາວ ເອົາໃຈໃນການ ປູກຢາງພາຣາຫລາຍ. ເຖິງແນວໃດກໍຕາມ ຍັງມີບາງປະເທດ ທີ່ໃຫ້ຄວາມສົນໃຈ ໃນການປູກເຂົ້າ ແລະປັບປຸງພັນເຂົ້າ ຢູ່ລາວ ເພື່ອໃຫ້ ປະຊາຊົນລາວ ບໍ່ພຽງແຕ່ມີ ເຂົ້າກຸ້ມກິນ ແຕ່ຫາກຍັງຈະໄດ້ຂາຍ ໃຫ້ຕ່າງປະເທດ ນຳອີກ. ຈຳປາທອງ ມີບົດລາຍງານ ກ່ຽວກັບເລື້ອງນີ້ ມາສເນີທ່ານ.
2009-08-20
ມີເດັກນ້ອຍເກີດຈາກ ແຮງງານຂອງ ກັມມະກອນລາວ ທີ່ເຂົ້າເມືອງ ຜິດກົດໝາຍໃນໄທຽ ປີໜື່ງປະມານ 1,000 ຄົນ.