ກຸ່ມດັ່ງກ່າວສ່ວນໃຫຍ່ ໂທຣະສັບ ໄປຫ້ອງການຂອງ ທ່ານ Vaughn Vang ຫົວຫນ້າສະພາເພື່ອ ສິດທິມະນຸດ ຊາວມົ້ງທີ່ເມືອງ Green Bay ຣັຖWisconsin ແຕ່ລາວກໍ່ເຮັດ ຫຍັງບໍ່ໄດ້ຫລາຍ ໃນການຊ່ວຍເຫລືອ ຄອບຄົວຊາວມົ້ງ ຜູ້ທີ່ມີຄວາມ ກັງວົນກັບຍາດພີ່ນ້ອງ ຢູ່ສູນອົພຍົບ ທີ່ປະເທດໄທ ມີແຕ່ໃຫ້ກຳລັງໃຈ ຂະເຈົ້າ.
ນາຍວາງເວົ້າວ່າ ມີຫລາຍຄອບຄົວ ຊາວມົ້ງ ຕິດຕໍ່ຫາລາວ ໃນແຕ່ລະວັນ ທີ່ຫ້ອງການຂອງລາວ ຂໍຮ້ອງໃຫ້ລາວ ຊ່ອຍຄອບຄົວຂອງ ພວກຂະເຈົ້າທີ່ ສູນກັກຂັງທີ່ ປະເທດໄທ ທີ່ຈະຖືກສົ່ງກັບ ລາວ ແລະວ່າມີຜູ້ຍີງ ຊາວມົ້ງຜູ້ນື່ງ ໂທຣະສັບທາງໄກ ມາຈາກເມືອງ Sacramento ຣັຖCalifornia ທີ່ວ່າລາວມີ ອ້າຍນ້ອງ3ຄົນ ຢູ່ສູນ ທີ່ປະເທດໄທ ບໍຮູ້ວ່າຈະ ເຮັດແນວໃດ.
ການຮຽກຮ້ອງຂອງ ກຸ່ມຊາວມົ້ງ ທີ່ສະຫະຣັຖ ເປັນການສະແດງ ອອກເຖີງຄວາມກັງວົນ ຂອງປະຊາຄົມຊາວມົ້ງ ຕໍ່ບັນຫາຊາວມົ້ງ ທີ່ປະເທດໄທ ທີ່ກຳລັງຈະຖືກ ສົ່ງກັບ ສປປລາວ ຮ່ວມດ້ວຍຄວາມເປັນຫວ່ງ ຂອງກຸ່ມປົກປອ້ງ ສິດທິມະນຸດ ໃນທົ່ວໂລກ ຕໍ່ການ ປະຕິດບັດ ກັບຊາວມົ້ງຂອງ ຣັຖບານໄທ ໃນສູນກັກຂັງ ຊາວມົ້ງ ທີ່ຣັຖບານໄທ ພຍາຍາມທີ່ ຈະສົ່ງພວກຂະເຈົ້າ ກັບລາວໃຫ້ຫມົດ ໃນທ້າຍປີນີ້.
ປັດຈຸບັນ ຍັງມີຊາວມົ້ງ ປະມານ 4,800ຄົນ ທີ່ຍັງຖືກກັກຂັງ ໃນສູນກັກຂັງ ຊົ່ວຄາວ ທີ່ບ້ານຫ້ວຍນ້ຳຂາວ ແຂວງ ເພັສບູນຂອງໄທ ຮ່ວມດ້ວຍຈຳນວນ 158ຄົນ ທີ່ດ່ານກວດຄົນ ເຂົ້າເມືອງທີ່ແຂວງ ຫນອງຄາຍ ນາຍວາງ ບອກວ່າລາວເອງ ກໍ່ມີສະມາຊີກ ຄອບຄົວ ທີ່ຖືກທາຣຸນ ແລະຖືກຂ້າຕາຍ ໃນລາວ ແລະວ່າທຸກຄອບຄົວ ຊາວມົ້ງ ໃນສະຫະຣັຖ ມີປະສົພການ ແບບນີ້ເກີດຂື້ນ ກັບພວກຂະເຈົ້າ.