ເລຂາທິການ ສະຫະປະຊາຊາດ Ban Ki-moon ສລອງວັນ ມະນຸສທັມໂລກ
2009.08.20
ທ່ານ Ban ກ່າວວ່າ ເມື່ອປີກາຍມີ ເຈົ້າໜ້າທີ່ ມະນຸສທັມ ຖືກລັກພາຕົວ, ໄດ້ຮັບບາດເຈັບສາຫັດ ຫລືຖືກຂ້າ ໃນເຫດການໂຈມຕີ ຮຸນແຮງ ຫລາຍຂຶ້ນກວ່າເກົ່າ ຊຶ່ງບໍ່ເປັນທີ່ ຍອມຮັບໄດ້ເລີຍ.
ທ່ານ Ban ກ່າວວ່າ ໃນການສລອງວັນ ມະນຸສທັມສາກົນ ເທື່ອທໍາອິດພວກທ່ານ ຈື່ຈໍາຄວາມເສັຽສະລະ ຂອງເຈົ້າໜ້າທີ່ເຫລົ່ານັ້ນ ທີ່ນະຄອນ Geneva ບັນດາຫົວໜ້າ ອົງການ ສະຫະປະຊາຊາດ ຮວມທັງ ຂ້າຫລວງໃຫຍ່ ດ້ານສິດທິມະນຸດ Navi Pillay ກໍຣະຣຶກເຖິງ ເຫດຣະເບີດແຕກ ທີ່ໂຮງແຮມ Canal ໃນວັນຄົບຮອບ ມະນຸສທັມສາກົນ ເທື່ອນີ້.
ຍານາງ Navi Pillay ກ່າວວ່າການສັງຫານ ກຸ່ມຄົນທີ່ພຍາຍາມ ໃຫ້ການຊ່ວຍເຫລືອ ແກ່ຄົນອຶ່ນໆນັ້ນ ເປັນອາສຍາກັມ ທີ່ຮ້າຍກາດ ຊຶ່ງຣັຖບານ ປະເທດຕ່າງໆ ຄວນຮ່ວມກໍາລັງກັນ ສະກັດກັ້ນ.
ພ້ອມດຽວກັນທ່ານ ບານກິມູນ ກໍສະແດງຄວາມ ເສົ້າໃຈຕໍ່ການ ໂຈມຕີຕ່າງໆ ໃນກຸງແບັກແດັດ ທີ່ມີຜູ້ເສັຽ ຊີວິດຍ້ອນ ຢ່າງໜ້ອຍ95ຄົນ ໃນເຫດການຮ້າຍກາດ ທີ່ສຸດ ໃນຮອບ18ເດືອນ ຜ່ານມາ.
ພ້ອມກັນນັ້ນທ່ານ ຍັງເວົ້າເຖິງ ພົລເຮືອນ ຊາວອັຟການິສຖານ 2ຄົນຂອງ ສະຫະປະຊາຊາດ ທີ່ເສັຽຊີວິດໄປ ເມື່ອວັນອັງຄານ ໃນເຫດການໂຈມຕີ ຂະບວນຣົດ NATO ດ້ວຍຣະເບີດ ສະລະຊີບຕົນ ໃນກຸງ Kabul.
ຢູ່ທີ່ກະຊວງ ການຕ່າງປະເທດ ສະຫະຣັດ ອະເມຣິກາ ໃນນະຄອນຫລວງ Washington DC ຣັຖມົນຕຣີ ການຕ່າງປະເທດ Hillary Clinton ກໍໄດ້ໄວ້ ອາໄລແດ່ ເຈົ້າໜ້າທີ່ ໃຫ້ການຊ່ວຍເຫລືອ ດ້ານມະນຸສທັມ 260ຄົນ ທີ່ຖືກສັງຫານ ຖືກລັກພາຕົວ ຫລືໄດ້ຮັບບາດເຈັບ ໃນເຫດການໂຈມຕີ ຮຸນແຮງຕ່າງໆ.
ວັນມະນຸສທັມສາກົນ ຊຶ່ງຕັ້ງຂຶ້ນ ໂດຍສະມັດຊາໃຫຍ່ ສະຫະປະຊາຊາດ ເມື່ອປີກາຍ ເພື່ອໃຫ້ສັງຄົມ ຮັບຮູ້ຫລາຍຂຶ້ນ ກ່ຽວກັບວຽກງານ ມະນຸສທັມ ໃນທົ່ວໂລກນັ້ນ ຍັງໝາຍເຖິງຄວາມ ສໍາຄັນ ຂອງເຈົ້າໜ້າທີ່ ໃຫ້ການຊ່ວຍເຫລືອ ທີ່ປະຕິບັດ ພາຣະກິດ ໃນແຕ່ລະວັນ ເພື່ອປະຊາຊົນ ທີ່ສ່ຽງທີ່ສຸດ ໃນໂລກນໍາອີກ.