ເດັກນ້ອຍເກີດຈາກ ກັມມະກອນລາວ ທີ່ໄປຂາຍ ແຮງງານ ໃນໄທ

ມີເດັກນ້ອຍເກີດຈາກ ແຮງງານຂອງ ກັມມະກອນລາວ ທີ່ເຂົ້າເມືອງ ຜິດກົດໝາຍໃນໄທຽ ປີໜື່ງປະມານ 1,000 ຄົນ.
ຫວາດ ສີມູນ
2009.08.20

ທາງສຳນັກງານ ບໍຣິຫາຣແຮງງານ ຕ່າງດ້າວຂອງໄທຽ ໄດ້ເປີດເຜີຽກ່ຽວກັບ ບັນຫາຂອງເດັກນ້ອຍ ທີ່ເກີດຈາກພວກ ຄົນງານຊາວລາວ ທີ່ເຂົ້າເມືອງໄທຽ ແບບບໍ່ຖືກ ຕ້ອງຕາມກົດໝາຍ, ຊື່ງແຕ່ລະປີມີ ປະມານ 1,000ຄົນ ແລະຍອມຮັບວ່າຍີ່ງ ເປັນພາຣະອັນໜັກໜ່ວງ ເນື່ອງຈາກເດັກນ້ອຍ ເຫລົ່ານີ້ຍັງຕ້ອງ ປະເຊີນກັບບັນຫາ ຂອງກາຣມີສິທທິ ພື້ນຖານຈາກ ຣັຖບາລໄທຽນຳດ້ວຍ. ດັ່ງທ່ານຖນິຕ ຫນຸ່ມນ້ອຍ ຜູ້ອຳນວຍກາຣ ຂອງສຳນັກງານ ບໍຣິຫາຣແຮງງານ ຕ່າງດ້າວໄດ້ກ່າວວ່າ:

“ຈາກຕົວເລຂທີ່ ໄດ້ຮັບກາຣຣາຍງານ ຂອງທາງ ສາທາຣະນະສຸຂ ທີ່ວ່າ ລູກຄົນຕ່າງດ້າວ ທີ່ລັກລອບເຂົ້າເມືອງໄທຽ ແລ້ວມີລູກນັ້ນ ສະເລັ່ຽແລ້ວ ປີໜື່ງໆມີປະມານ ໝື່ນຄົນ ສ່ວນທີ່ເປັນຄົນລາວ ກໍຈະມີປະມານ 10-15% ຂອງຈຳນວນເດັກນ້ອຍ ທີ່ເກີດຈາກແຮງງານ ຕ່າງດ້າວທັງໝົດ.”

ເຈົ້າໜ້າທີ່ໄທຽ ທ່ານນີ້ໄດ້ແຈ້ງ ເພີ່ມວ່າຕາມກົດໝາຍ ຂອງໄທຽແລ້ວ ເດັກນ້ອຍທີ່ເກີດນັ້ນ ຈະໄດ້ສັນຊາຕ ຕາມແມ່, ແລະເວລາໄດ້ຮັບ ກາຣແຈ້ງກາຣເກີດ ແລ້ວທາງ ກະຊວງ ສາທາຣະນະສຸຂ ອອກໜັງສືຢັ້ງຢືນ ກາຣເກີດໃຫ້ ເພື່ອໃຊ້ເປັນຫລັກຖານ, ໃນກາຣຈົດທະບຽນ ເຂົ້າໂຮງຮຽນຫລື ເຂົ້າຮັບກາຣຮັກສາ ພຍາບາລຕ່າງໆ ແຕ່ກໍຕ້ອງໄດ້ ຢູ່ອາສັຍ ໃນເຂຕພື້ນທີ່ໆ ໄດ້ແຈ້ງກາຣເກີດ ນັ້ນເທົ່ານັ້ນ.

ແຕ່ສະເພາະເວລາ ທີ່ຕ້ອງໄດ້ໂຍກຍ້າຍ ກໍຕ້ອງໄດ້ຣາຍງານ ເພື່ອຂໍອະນຸຍາຕ ຈາກທາງຫ້ອງກາຣ ປະຈຳແຂວງນັ້ນ ເສັຽກ່ອນ, ເພາະທາງກາຣຂອງ ຣັຖບາລ ທ້ອງຖີ່ນ ຈະຕ້ອງໄດ້ໃຫ້ ກາຣເບີ່ງແຍງ ຈຳພວກເດັກນ້ອຍ ທັ້ງໝົດທີ່ເກີດຈາກ ແຮງງານຕ່າງດ້າວ ດັ່ງກ່າວນີ້. ແຕ່ກໍຍອມຮັບວ່າ ບໍ່ສາມາດ ປະຕິບັຕ ໄດ້ເຕັມ100% ເພາະຍັງມີ ຂໍ້ຈຳກັດໃນດ້ານ ກາຣປະຕິບັຕ ຫລາຍໆຢ່າງ, ໂດຽສະເພາະທາງດ້ານ ກາຣສຶກສາ ດັ່ງທີ່ທ່ານຖນິດ ໄດ້ກ່າວອີກວ່າ:

“ມັນຂື້ນຢູ່ກັບ ສຖານທີ່ຂອງແຕ່ລະ ໂຮງຮຽນນັ້ນໆ ວ່າມີບ່ອນຫວ່າງບໍ? ຖ້າເຂົາວ່າເຕັມແລ້ວ ກໍບໍ່ສາມາດ ທີ່ຈະຮັບໄດ້ຕື່ມ ແລະພວກເດັກນ້ອຍ ຊາວຕ່າງດ້າວນີ້ ຈະມີພື້ນທີ່ ທີ່ຈຳກັດຫລາຍ. ຄືຖ້າໃນພື້ນທີ່ ທີ່ເຂົາອາສັຍຢູ່ ບໍ່ມີບ່ອນ ໃຫ້ຮຽນແລ້ວ ກໍຖືວ່າເປັນ ກາຣຍາກທີ່ຈະໄດ້ ເຂົ້າຮຽນ, ແລະຈະໄປຮຽນ ຢູ່ບ່ອນອື່ນກໍບໍ່ໄດ້.”

ຢ່າງໃດກໍຕາມ ກ່ຽວກັບບັນຫາ ດັ່ງກ່າວນີ້ທ່ານ ຖນິດ ກໍວ່າ, ທາງກະຊວງມະຫາດໄທຽ ແລະທາງ ສະພາຄວາມໝັ້ນຄົງ ແຫ່ງຊາຕໄທຽ ກໍກຳລັງມີ ກາຣພິຈາຣະນາ ເພື່ອແກ້ໄຂ ເພື່ອໃຫ້ເດັກນ້ອຍ ທີ່ເກີດຈາກ ຈຳພວກຄົນງານ ຕ່າງດ້າວຢູ່ໃນໄທຽ ໄດ້ມີໂອກາສ ເຂົ້າໂຮງຮຽນ ແລະໄດ້ຮັບກາຣ ເບີ່ງແຍງເຊັ່ນດຽວ ກັນກັບເດັກນ້ອຍ ຊາວໄທຽຄົນອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.