ຈີນ ຈະເລີ້ມເປີດ ດຳເນີນຄະດີ ພວກຖືກກັກຂັງ ໃນຂໍ້ຫາ ສ້າງຄວາມວູ້ນວາຍ

ຈີນ ຈະເລີ້ມດໍາເນີນຄະດີ ກ່ຽວກັບຜູ້ສ້າງຄວາມ ບໍ່ສງົບ ຂື້ນຢູ່ໃນແຂວງຊິນຈຽງ ພາຍໃນສັປດານີ້.
ສົມເນ
2009.08.24

ສານ ທີ່ນະຄອນ ອູຣຸມກີ ຂອງຈີນ ອາຈດໍາເນີນຄະດີ ຜູ້ທີ່ທໍາການ ຈະລາຈົນຢູ່ ໃນແຂວງຊິນຈຽງ ພາກຕະເວັນຕົກ ຂອງປະເທດ ພາຍໃນສັປດານີ້. ໃນນັ້ນມີທັງ ຜູ້ທີ່ປະເຊີນຂໍ້ຫາ ເປັນຄາຕກອນ ລັກລອບວາງເພີງ ແລະຂໍ້ຫາອື່ນໆອີກ.

ການດໍາເນີນຄະດີ ຜູ້ກໍ່ການຈະລາຈົນ ອາດສ້າງຄວາມເຂັ່ງຕຶງ ຂື້ນອີກຢູ່ໃນ ແຂວງຊິນຈຽງ ບ່ອນທີ່ ຊົນເຜົ່າວີເກີ້ ບໍ່ພໍໃຈກັບນໍາ ຊາວຈີນຊົນເຜົ່າຮັນ ຊຶ່ງນັບມື້ໂຍກຍ້າຍ ເຂົ້າໄປຢູ່ໃນແຂວງ ນັ້ນຫລາຍຂື້ນ ແລະເປັນແຂວງທີ່ ຣັຖບານຈີນ ຄວບຄຸມການ ນັບຖືສາສນາ ແລະວິຖີຊີວິດ ຂອງຊົນເຜົ່າ ໃນແຂວງນັ້ນ.

ໃນເຫດການຈະລາຈົນ ລະຫ່ວາງ ຊາວຈີນຊົນເຜົ່າຮັນ ກັບຊົນເຜົ່າ ວີເກີ້ ເມື່ອເດືອນຜ່ານມານີ້ ມີຜູ້ເສັຽຊີວິດ 197ຄົນ ຫລັງຈາກຊົນເຜົ່າ ວີ້ເກີ້ໄດ້ໂຈມຕີ ຊົນເຜົ່າຮັນ. ຕໍ່ມາສອງວັນ ຊົນເຜົ່າຮັນໄດ້ ໂຈມຕີຊົນເຜົ່າວີ້ເກີ້ ເພື່ອເປັນການແກ້ແຄ້ນ. ທາງການຈີນໄດ້ ຈັບກຸ່ມຈະລາ ຈົນປະມານ 200ຄົນ.

ຄາດວ່າຈະມີການ ຣັກສາຄວາມສງົບ ຢ່າງເຄັ່ງຄັດ ເພາະຢ້ານວ່າ ຊົນເຜົ່າວີ້ເກີ້ ແລະຊົນເຜົ່າຮັນ ຈະອອກມາລໍຖ້າ ຢູ່ຕໍ່ໜ້າສານ ເພື່ອຟັງການຕັດສີນ ຄະດີ.

ຜູ້ຕ້ອງສົງໃສນັ້ນ ຖືກປະເຊີນກັບ ຂໍ້ກ່າວຫາວ່າ ເປັນຄາຕກອນ ລອບວາງເພີງ ປຸ້ນຮ້ານຂາຍເຄື່ອງ ຈັດຕັ້ງກຸ່ມຄົນ ຂື້ນເພື່ອທໍາລາຍຄວາມ ເປັນລະບຽບຮຽບຮ້ອຍ
ຂອງສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.