ຢາເສບຕິດ ເຂົ້າໄປໃນ ລາວ ແລ້ວສົ່ງຂາຍຕໍ່ ປະເທດໃກ້ຄຽງ

ທາງການລາວວ່າ ມີການລັກລອບ ຢາເສບຕິດ ປະເພດທີ່ຮ້າຍແຣງ ເຂົ້າໄປໃນ ລາວ ເພື່ອສົ່ງຕໍ່ໄປ ຍັງປະເທດທີສາມ.
ສົມເນ
2009.08.24

ຢູ່ປະເທດລາວ ໃນປັດຈຸບັນນີ້ ປະກົດວ່າມີ ການລັກລອບ ຢາເສບຕິດ ປະເພດທີ່ມີອັນຕຣາຍ ຢ່າງຣ້າຍແຮງ ເຂົ້າມາໃນລາວ ເພື່ອສົ່ງຂາຍໃຫ້ ລູກຄ້າຢູ່ໃນ ລາວ ແລ້ວລູກຄ້າໃນລາວ ກໍສົ່ງຕໍ່ໄປ ປະເທດທີສາມ.

ການສືບສວນຊອກຮູ້ ກ່ຽວກັບການລັກລອບ ຢາເສບຕິດ ເຂົ້າມາໃນລາວນີ້ ໄດ້ຮັບ ຄວາມຫຍູ້ງຍາກຫລາຍ ຍ້ອນວ່າ ເຈົ້າໜ້າທີ່ປາບປາມ ຢາເສບຕິດຂອງລາວ ບໍ່ມີເຄື່ອງມື ທີ່ທັນສມັຍ ສໍາລັບກວດຫາ ຢາເສບຕິດ ປະເພດດັ່ງກ່າວ ດັ່ງທ່ານ ລັງສີ ສີບຸນເຮືອງ ຮອງອັຍການສານ ປະຊາຊົນສູງສຸດ ໄດ້ກ່າວ:

"ຢາເສບຕິດ ມັນກໍແມ່ນປະເພດ ຢາ ໄອສ ຢາອໍາຟີຕາມິນ ແມ່ນຫຍັງນີ້ແຫລະ ເປັນອັນຕຣາຍຫລາຍ. ຢາຝິ່ນ ຢາຫຍັງ ມັນຍັງບໍ່ຮ້າຍແຮງ. ມື້ນີ້ ມີອັນໃໝ່ອີກ ແມ່ນຢາປະເພດ ໂຄເຄນ ປະເພດ ເຮໂຣອີນ ຫາກສ່ວນຫລາຍເປັນ ທາງຜ່ານ ດອກອັນນີ້ນະ."

ທ່ານວ່າ ຢາເສບຕິດ ທີ່ຜ່ານເຂົ້າມາ ໃນລາວ ໃນທຸກວັນນີ້ ບໍ່ແມ່ນຢາເສບຕິດ ປະເພດພື້ນເມືອງ ຄືແຕ່ກ່ອນແລ້ວ. ແຕ່ເມື່ອກ່ອນນັ້ນ ແມ່ນຢາຝິ່ນ ກັນຊາ. ປະເພດ ທີ່ຜ່ານເຂົ້າມາ ໃນລາວໃນທຸກວັນນີ້ ເປັນປະເພດທີ່ມີ ອັນຕຣາຍສູງແກ່ ຜູ້ເສບ.  ຫນ່ວຍງານທີ່ຮັບ ຜິດຊອບເຣື້ອງນີ້ ໄດ້ພົບກັບຄວາມ ຫຍູ້ງຍາກຫລາຍກ່ອນຈະ ກວດເຫັນ, ຈັບ, ແລະ ທໍາການສືບສວນຄະດີ:

"ກໍຍາກແທ້ຍາກຫລາຍ ແລ້ວບັດນີ້ ການກວດສອບ ການໃຊ້ລີ້ນແຈະ ຫລືເຮັດຫຍັງເບິ່ງ ນີ້ກໍຍາກຫລາຍ ບໍ່ມີເຄື່ອງມື ເຈົ້າໜ້າທີ່ບໍ່ມີ ຄວາມຮູ້ຫລາຍ ປານໃດ"

ບັນຫາ ທີ່ປະເທດລາວ ເປັນທາງຜ່ານຂອງ ການຄ້າຂາຍ ຢາເສບຕິດ ນີ້ເປັນບັນຫາ ທີ່ແກ້ໄຂ ບໍ່ຕົກຈັກເທື່ອ. ທັ້ງໆທີ່ທາງການ ລາວ ໄດ້ນໍາເອົາພນັກງານ ມາອົບຣົມ ສັມມະນາ ດ້ານວິຊາການ ການກວດກາ ຢາເສບຕິດ ຢູ່ເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.