ນັກສັງເກດການ ເວົ້າວ່າ ການເລືອກຕັ້ງ ໃນ ອັຟການິສຖານ ຍັງບໍ່ມີ ອິສຣະ ຕາມແບບສາກົນ

ພວກສັງເກດການ ໄດ້ຍົກເອົາ ກໍຣະນີ ການສໍ້ກົງ ການເລືອກຕັ້ງໃນ ອັຟການິສຖານ ແລະ ເວົ້າວ່າ ການລົງຄະແນນສຽງ ຍັງບໍ່ທັນ ມີອິສຣະ ຕາມແບບສາກົນ ເນື່ອງຈາກວ່າ ມີການໃຊ້ຄວາມຮຸນແຮງ ແລະ ມີການຂົ່ມຂູ່.
ຈະເຣີນສຸກ
2009.08.24
F-Abdullah ຮູປຖ່າຍຜູ້ເຂົ້າຮັບສມັກເລື້ອກຕັ້ງໃນຕຳແໜ່ງປະທານາທິບໍດີ ຂອງອັຟການິສຖານທັງສອງທ່ານຊຶ່ງຕ່າງຝ່າຍຕ່າງປະກາດ ວ່າຕົນເອງກຳລັງມີຄະແນນນຳໜ້າ.
Photo: AFP

ຜູ້ເຂົ້າແຂ່ງຂັນ ການເລືອກຕັ້ງ ທັງ2ຝ່າຍ ຕ່າງກໍອ້າງວ່າຕົນ ມີຄະແນນນໍາໜ້າ ທີ່ຈະສາມາດ ຊະນະການເລືອກຕັ້ງ ພາຍຫລັງ ການເລືອກຕັ້ງ ປະທານາທິບໍດີ ຄັ້ງທີ2 ເທົ່າທີ່ເຄີຍມີມາ, ຊຶ່ງໄດ້ຮັບການ ສັລເສີນຈາກ ປະເທດຕາເວັນຕົກ ແຕ່ວ່າ ການປະຕິບັດ ບໍ່ໄດ້ດີ ພໍປານໃດ.

ເຖິງຢ່າງໃດ ກໍຕາມ, ໃນເດືອນໜ້າຈຶ່ງ ຈະມີຜົນສລຸບ ຂັ້ນສຸດທ້າຍ, ຊຶ່ງເຮັດໃຫ້ ເຈົ້າໜ້າທີ່ ອັຟການິສະຖານ ແລະ ຊາວຕາເວັນຕົກ ຮຽກຮ້ອງ ໃຫ້ມີຄວາມເປັນ ຣະບຽບ ຮຽບຮ້ອຍ ໃນຂນະທີ່ ປະທານາທິບໍດີ ຮາມິດ ກາຣຊາຍ ປະກາດ ໄຊຊະນະ ແລະ ຄູ່ແຂ່ງຄົນສໍາຄັນ ຂອງທ່ານ, ອະດີດ ຣັຖມົນຕຣີ ອັບດຸນລາ ອັບດຸນລາ ກໍຢໍ້າວ່າທ່ານ ມີຄະແນນນໍາໜ້າ ເຊັ່ນດຽວກັນ.

ການເລືອກຕັ້ງ ອາຈໄດ້ຮັບການ ສັລເສີນຈາກຫລາຍ ປະເທດວ່າໄດ້ ຮັບຜົນສໍາເຣັດ, ຊຶ່ງໄດ້ຊ່ອຍເຫລືອ ດ້ານການເງິນໃຫ້ແກ່ ອັຟການິສຖານ ຫລາຍພັນລ້ານ ດອນລາ ຕັ້ງແຕ່ມີ ກອງທັບນາໆຊາດ ຖືກສົ່ງໄປເຖິງ 1ແສນຄົນພາຍໃຕ້ ການນໍາພາຂອງ ສະຫະຣັຖ ເພື່ອປາບປາມ ພວກກອງໂຈນ ຕາລີບານ, ແຕ່ນັບມື້ນັບມີ ຄວາມກັງວົນ ຫລາຍຂຶ້ນ.

ທ່ານ ຟີລິບ ໂມຣີເລິນ, ເຈົ້າໜ້າທີ່ ສັງເກດການ ສະຫະພາບ ຢູໂຣບ, ກ່າວວ່າ ອິສຣະ ບໍ່ສໍາຄັນ ໃນບາງຂົງເຂດ ເນື່ອງຈາກວ່າມີ ການກໍ່ການຮ້າຍ. ໂດຍທົ່ວໄປແລ້ວ, ສິ່ງທີ່ພວກທ່ານ ສັງເກດແມ່ນຄວາມ ເປັນຣະບຽບຮຽບຮ້ອຍ ແລະຍຸຕິທັມ, ແລະຄວາມ ຍຸຕິທັມ ນັ້ນໄດ້ຮັບຄວາມ ເຊື່ອຖືຫລືບໍ່. ໃນຂນະທີ່ມີ ຜູ້ຄົນບໍ່ພໍໃຈ ຢ່າງຫລວງ ຫລາຍ ຊຶ່ງຈະຕ້ອງໃຊ້ ເວລາ ໃນການປະເມີນ.

ນັກສັງເກດການ ສະຫະພາບ ຢູ່ໂຣບ ຍັງສະແດງຄວາມ ເປັນຫ່ວງກ່ຽວກັບ ຄນະກັມມະການ ການເລືອກຕັ້ງ ອິສຣະ ທີ່ໃຊ້ອໍານາດ ກົດດັນເຈົ້າໜ້າທີ່ ຂອງຕົນທີ່ກໍ່ໃຫ້ ເກີດຄວາມສົງໃສ ກ່ຽວກັບຄວາມ ຍຸຕິທັມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.