ບັນຫາ ການຟອກເງິນ ໃນລາວ

ທາງການລາວ ຍັງບໍ່ມີໜ່ວຍງານ ສະເພາະ ທີ່ຈະປ້ອງກັນການ ຟອກເງິນ.
ໂພໄຊສວັດ
2009.08.24

ເຈົ້າໜ້າທີ່ ກະຊວງຍຸຕິທັມ ເປີດເຜີຍວ່າການອອກ ກົດໝາຍເພື່ອກວດກາ ແລະ ປ້ອງກັນການຟອກເງິນ ປັດຈຸບັນນີ້ ຍັງເປັນພຽງແຕ່ ດຳຣັດຂອງ ນາຍົກຣັຖມົນຕຣີ ທີ່ມອບອຳນາດໃຫ້ ທະນາຄານແຫ່ງຊາດ ເປັນຜູ້ຈັດການ ໂດຍປະສານງານ ຮ່ວມກັບພາກສ່ວນອື່ນໆ ຈຶ່ງສ້າງຄວາມສັບສົນ ໃນການປະຕິບັດ ວຽກງານ ດ້ວຍເຫດ ວ່າໜ່ວຍງານສະເພາະ ເພື່ອປ້ອງກັນການ ຟອກເງິນ ກໍຍັງບໍ່ທັນມີເທື່ອ. ດັ່ງຍານາງເວົ້າວ່າ:

"ກະບໍ່ແມ່ນວ່າຂື້ນ ກັບທະນາຄານ ເພາະວ່າ ດຳຣັດຟອກເງິນ ນີ້ມັນກ່ຽວກັບ ທະນາຄານເນ໋າະ ແຕ່ບໍ່ແມ່ນວ່າ ເຂົາຮັບຜິດຊອບ ເຣື້ອງນີ້ໂດຍກົງນ໋ະ ແຕ່ວ່າເຣື້ອງທີ່ ວ່າພາກສ່ວນກ່ຽວຂ້ອງ ສະເພາະກ່ຽວກັບ ຕ້ານການຟອກເງິນ ອີ່ຫຍັງນີ້ນະ ດຳຣັດໂຕນີ້ ໜ່ວຍງານໂຕນີ້ ບ້ານເຮົາຍັງ ບໍ່ທັນມີເທື່ອ."

ເຈົ້າໜ້າທີ່ ອະທິບາຍຕໍ່ວ່າ ບັນຫາການຟອກເງິນ ເປັນວົງຈອນທີ່ກ່ຽວຂ້ອງ ກັບທຸຣະກິດ ທີ່ບໍ່ດີ ເຊັ່ນການພະນັນ ຜິດກົດໝາຍ ການຄ້າມະນຸດ ການຄ້າຢາເສບຕິດ ການສໍ້ຣາສບັງຫລວງ ຊຶ່ງທັງໝົດນີ້ ເປັນບັນຫາຮ້າຍແຮງ ໃນສັງຄົມລາວ ໃນປັດຈຸບັນ.

ແຕ່ມາຕການເພື່ອ ກວດກາບັນຫາ ດັ່ງກ່າວຍັງບໍ່ມີ ຄວາມແຈ່ມແຈ້ງ ທັງຍັງມີໜ່ວຍງານ ສັບຊ້ອນກັນຫລາຍ ພາກສ່ວນ ຈາກທະນາຄານ ແຫ່ງຊາດ ກະຊວງປ້ອງກັນ ຄວາມສງົບ ກະຊວງຍຸດຕິທັມ ແລະ ອົງການກວດກາ ພັກ-ຣັຖອື່ນໆ ດັ່ງຍານາງເວົ້າວ່າ:

"ແຕ່ວ່າຮວມສູນນ໋ະ ແມ່ນຂື້ນຢູ່ກັບ ສູນກາງພັກເນ໋າະ ຈຸດນຶ່ງຈຸດກວດກາ ໃຫຍ່ຫັ້ນນ໋າແຕ່ວ່າ ຢູ່ໃນພາກສ່ວນ ແຕ່ລະຂະແໜງ ກໍມີຢູ່ໃນໂຕ ຂອງມັນອີກແຕ່ ໂດຍທີ່ ແທ້ຈິງກໍແມ່ນ ຂື້ນກັບສູນກາງ."

ເຖິງຢ່າງໃດກໍຕາມ ເມື່ອວັນທີ 16ຫາ21 ສິງຫາ ຜ່ານມາ ທະນາຄານໂລກ ແລະທະນາຄານ ແຫ່ງຊາດລາວ ກໍໄດ້ຈັດການ ອົບຮົມ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງລາວ ໃນການປ້ອງກັນ ການຟອກເງິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.