ເຣື້ອງທີ່ເກັບບັນທຶກໄວ້
2024-07-23
ການຖິ້ມຂີ້ເຫຍື້ອຊະຊາຍ ຕາມແຄມທາງ 450 ປີ ທີ່ນະຄອນຫຼວງວຽງຈັນ ເຮັດໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມແລະຜູ້ຄົນ ແຕ່ທາງການບໍ່ສາມາດແກ້ໄຂໄດ້ ຊຶ່ງສ່ວນໜຶ່ງເປັນຍ້ອນ ຄ່າຖິ້ມຂີ້ເຫຍື້ອແພງ ຈຶ່ງເຮັດໃຫ້ຊາວນະຄອນຫຼວງວຽງຈັນ ຈໍານວນໜຶ່ງ ລັກເອົາຂີ້ເຫຍື້ອໄປຖິ້ມ.
2024-07-23
ມີນັກສຶກສາລາວໄປຮຽນຕໍ່ ລະດັບປະລິນຍາຕີ ແລະ ອະນຸປະລິນຍາ ຢູ່ປະເທດຫວຽດນາມ ທັງໝົດປະມານ 10,000 ຄົນ ໃນສົກປີ 2023-2024 ໂດຍໄດ້ຮັບທຶນ ຈາກລັດຖະບານຫວຽດນາມ ແລະ ຈາກແຫຼ່ງທຶນອື່ນໆ ໃນນັ້ນແຂວງຫົວພັນເປັນອີກແຂວງໜຶ່ງ ທີ່ໄດ້ຮັບທຶນ ຈາກລັດຖະບານຫວຽດນາມ.
2024-07-23
ໂຄງການຂຸດຄົ້ນຫີນກາວ ຢູ່ເມືອງແປກ ແຂວງຊຽງຂວາງ ເຮັດໃຫ້ດິນແດງເຈື່ອນໃສ່ໄຮ່ນາ ຂອງປະຊາຊົນ 13 ຄອບຄົວ ຢູ່ບ້ານໂພນ ແລະບ້ານໜອງ ແຕ່ບໍລິສັດຂຸດຄົ້ນ ບໍ່ຮັບຜິດຊອບ ເລື່ອງຜົນກະທົບທີ່ເກີດຂຶ້ນ.
2024-07-23
ເຈົ້າໜ້າທີ່ໄດ້ຮື້ຖອນປ້າຍ ຂອງຜູ້ປະກອບການຈີນ ທີ່ຜິດລະບຽບ ຢູ່ຕະຫຼາດຊັ່ງຈຽງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຫຼັງຈາກ ໄດ້ຕັກເຕືອນ ແລະ ເຮັດບົດບັນທຶກນໍາຜູ້ປະກອບການຈີນ 2 ເທື່ອແລ້ວ ແຕ່ກໍບໍ່ໄດ້ມີການປັບປຸງ.
2024-07-22
ຄົບຮອບ 69 ປີ ຂອງວັນສ້າງຕັ້ງ ສະຫະພັນ ແມ່ຍິງລາວ ຂະນະທີ່ແມ່ຍິງລາວ ຍັງບໍ່ມີ ຄວາມສະເໝີພາບ ກັບຜູ້ຊາຍ ຫລາຍຢ່າງ ບໍ່ວ່າວຽກງານ, ຖານະສັງຄົມ, ການສຶກສາ ແລະ ການເຂົ້າເຖິງ ສຸຂພາບຈະເລີນພັນ.
2024-07-22
ຂະບວນລົດໄຟ ບໍລິການລະຫວ່າງ ລາວ-ໄທ ຖ້ຽວທໍາອິດ ທີ່ເດີນທາງຈາກສະຖານນີ ວຽງຈັນ (ຄໍາສະຫວາດ) ມາຮອດສະຖານີກຸງເທບອະພິວັດ ເຂດບາງຊື້, ບາງກອງ ປະເທດໄທ ໂດຍທີ່ລົດໄຟຖ້ຽວທໍາອິດນີ້ ມີຄົນລາວ, ຄົນໄທ ແລະ ຄົນຕ່າງປະເທດ ຈໍານວນຫຼາຍ ເຂົ້າມາໃຊ້ບໍລິການ.
2024-07-22
ທະນາຄານແຫ່ງ ສປປ ລາວ ພະຍາຍາມ ເລັ່ງແກ້ໄຂບັນຫາເງິນກີບອ່ອນຄ່າ, ເງິນກີບເຟີ້ ດ້ວຍການສົ່ງເສີມປະຊາຊົນ ຫັນມາໃຊ້ສິນຄ້າ ອຸປະໂພກ-ບໍລິໂພກ ທີ່ຜະລິດໄດ້ຢູ່ພາຍໃນປະເທດ ແລະໃຊ້ເງິນກີບ, ແຕ່ຜູ້ປະກອບທຸລະກິດຂະໜາດໃຫຍ່ ຍັງຮັບເອົາເງິນຕາຕ່າງປະເທດ.
2024-07-22
ເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເຮັດໃຫ້ປະຊາຊົນ 18 ບ້ານໄດ້ຮັບຜົນກະທົບ, ໃນນັ້ນ 6 ບ້ານ ໄດ້ຮັບຄວາມເສັຍຫາຍເກືອບ 100%, ມີຜູ້ເສັຍຊີວິດ 71 ຄົນ, ໃນວາລະຄົບຮອບ 6 ປີນີ້, ຊາວບ້ານທີ່ໄດ້ຮັບຜົນກະທົບ ຍັງຄົງລໍາບາກ ແລະ ລໍຖ້າຄ່າຊົດເຊີຍລາຍການທີ 6.
2024-07-22
ອີງຕາມຄວາມເຫັນ ຂອງໂຕແທນ ອົງການພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ເວົ້າວ່າ ເສດຖະກິດລາວ ຂະຫຍາຍຕົວບໍ່ໄດ້ ຕົ້ນຕໍແມ່ນຍ້ອນມີການສໍ້ລາດບັງຫຼວງຫຼາຍ ຂະນະທີ່ລັດຖະບານ ອ້າງວ່າເປັນຍ້ອນໄພພິບັດທໍາມະຊາດ ແລະ ວິກິດການ ຈາກພາຍນອກ.
2024-07-21
ຄວາມຄຶດ ຄວາມເຫັນ ຈາກ ຜູ້ຟັງ ແລະ ອາດີດຜູ້ຮັບຜິດຊອບ ຜແນກພາສາລາວ ຂອງວິທຍຸເອເຊັຍເສຣີ ກ່ຽວກັບ ການໃຊ້ ພາສາລາວເດີມ ປ່ຽນເປັນພາສາລາວໃໝ່, ຜູ້ບໍລິຫານ ສະຖາບັນ ການເງິນຈຸລະພາກ 2 ຄົນ ຖືກຕັດສິນຈໍາຄຸກ ຖານສໍ້ໂກງ, ປະທານປະເທດ ສະເໜີລັດຖະບານ ແກ້ໄຂ ເງິນກີບອ່ອນຄ່າ ໃຫ້ໄດ້ພາຍໃນ 1 ເດືອນ.
2024-07-20
ສາດສະດາຈານ ອຽນແບ ຈາກ ມະຫາວິທະຍາໄລ ວິສຄອນຊິນ ເມດິສັນ (Ian Bair Professor at the University of Wisconsin, Madison) ທ່ານ ຈະມາເວົ້າ ກ່ຽວກັບເລື່ອງ ແມ່ນໍ້າຂອງ ຢູ່ໃນສະພາບຊຸດໂຊມ ຂາດຄວາມອຸດົມສົມບູນ ເປັນຍ້ອນຫຍັງ ແລະ ຈະແກ້ໄຂ ບັນຫາແນວໃດ?.
2024-07-19
ໃນກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນ ສສຊ ແລະ ສສປ ນະຄອນຫຼວງວຽງຈັນ ມີການຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງຊົດເຊີຍຊາວບ້ານ ທີ່ມີເຮືອນ ໄດ້ຮັບຜົນກະທົບ ຈາກໂຄງການເຂດໂລຈິສຕິກ 51 ເຮັກຕ້າຣ໌ປາຍ.
2024-07-19
ຜູ້ໄດ້ຮັບເຄາະຮ້າຍ ຈາກອຸປະຕິບັດລະເບີດບໍ່ທັນແຕກ ຂອງ 6 ເດືອນຕົ້ນປີ 2024 ມີຊາວບ້ານປະສົບອຸປະຕິເຫດ ທີ່ກ່ຽວຂ້ອງກັບລະເບີດບໍ່ທັນແຕກ 43 ຄົນໃນນີ້ໄດ້ຮັບບາດເຈັບ 36 ຄົນ ແລະ ເສັຍຊີວິດ 7 ຄົນ. ໃນຈຳນວນດັ່ງກ່າວເປັນເດັກນ້ອຍ ທີ່ໄດ້ຮັບບາດເຈັບ 25 ຄົນແລະເປັນເດັກຊາຍ 5 ຄົນ.
2024-07-19
ປີ 2024 ມີຜູ້ເສັຍຊີວິດ 57 ຄົນ ຈາກຈໍານວນອຸບັດຕິເຫດ 460 ຄັ້ງ ສ່ວນວ່າ ປີ 2023 ມີຜູ້ເສັຍຊີວິດ 55 ຄົນ ຈາກຈໍານວນອຸບັດຕິເຫດ 459 ຄັ້ງ ສ່ວນສາເຫດຫຼັກ ແມ່ນເມົາແລ້ວຂັບ ແລະປະໝາດບໍ່ເຄົາລົບກົດຈະລາຈອນ.
2024-07-19
ເກີດເຫດການເຈົ້າໜ້າທີ່ຕໍາຫຼວດ ຈຸດກວດການໍ້າທຸງແຂວງບໍ່ແກ້ວ ໄດ້ເຂົ້າກວດຄົ້ນລົດບັນທຸກຂະໜາດໃຫຍ່ ທີ່ໄດ້ບັນທຸກເປົາສີຂາວລັກສະນະຄືເປົາປຸຍມາ 300 ເປົາ ເມື່ອວັນທີ 12 ກໍລະກົດ 2024 ຜ່ານມາ. ເຈົ້າໜ້າທີ່ໄດ້ເຂົ້າກວດລົດຄັນດັ່ງກ່າວ ພົບວ່າເອກະສານສິນຄ້າແມ່ນບໍ່ກົງກັນ.