ເສດຖະກິດຂອງລາວ ປະເຊີນຂໍ້ຫຍຸ້ງຍາກ ສ່ວນໜຶ່ງ ເປັນຍ້ອນ ການສໍ້ລາດບັງຫຼວງ
2024.07.22

ໃນກອງປະຊຸມ ລັດຖະມົນຕີເວທີການເມືອງ ລະດັບສູງ ເພື່ອການພັດທະນາແບບຍືນຍົງ (The Ministerial Meeting of the High-Level Political Forum on Sustainable Development) ພາກອະທິປາຍທົ່ວໄປ ຂອງສະຫະປະຊາຊາດ ພາຍໃຕ້ຫົວຂໍ້ “ຊຸກຍູ້ວາລະ 2030 ແລະລຶບລ້າງຄວາມທຸກຍາກ” ໃນມື້ວັນທີ 15 ກໍລະກົດ 2024 ນີ້ ໂດຍທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ ກະຊວງການຕ່າງປະເທດ ເປັນຫົວໜ້າຄະນະຜູ້ແທນລັດຖະບານ ສປປ ລາວ ໄດ້ກ່າວຄໍາເຫັນ ທີ່ຍອມຮັບວ່າ ການຂະຫຍາຍ ຕົວຂອງເສດຖະກິດ ສປປ ລາວ ໃນຫຼາຍປີມານີ້ ບໍ່ໄດ້ຕາມແຜນການ ໂດຍຖິ້ມໂທດໃສ່ ທັງໄພພິບັດທໍາມະຊາດ ແລະວິກິດການ ຈາກພາຍນອກ ດັ່ງຈະຮູ້ໄດ້ຈາກຄໍາເວົ້າຂອງທ່ານ ໃນຕອນໜຶ່ງ ທີ່ໜັງສືພິມ ປະຊາຊົນ-ກະບອກສຽງ ຂອງສູນກາງພັກປະຊາຊົນປະຕິວັດລາວ ລາຍງານວ່າ:
“ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກຜົນກະທົບຈາກໄພພິບັດທໍາມະຊາດ ແລະວິກິດການຕ່າງໆຈາກພາກພື້ນ ແລະສາກົນ ໃນໄລຍະຜ່ານມາ ລວມໄປເຖິງສະພາບໄພເງິນເຟີ້ ໄດ້ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດ ໃນຊຸມປີຜ່ານມາ ບໍ່ໄດ້ຕາມແຜນ ການທີ່ວາງໄວ້...”
ເປັນຍ້ອນຫຍັງນັ້ນ ຕາມການຕິລາຄາ ຂອງພັນທະມິດເພື່ອປະຊາທິປະໄຕໃນລາວ ແລ້ວແມ່ນວ່າ ເສດຖະກິດ ສປປ ລາວ ຂະຫຍາຍຕົວບໍ່ໄດ້ ຄືທີ່ວ່ານັ້ນ ຕົ້ນຕໍກໍແມ່ນເປັນຍ້ອນມີການສໍ້ລາດບັງຫຼວງ ຫຼາຍ ດັ່ງ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ຫົວໜ້າຄະນະຜູ້ແທນ ອົງການພັນທະມິດ ເພື່ອປະຊາທິ ປະໄຕໃນລາວ ທີ່ໄດ້ເຂົ້າຮ່ວມກອງປະຊຸມ ໃນມື້ວັນທີ 15 ກໍລະກົດນັ້ນ ກ່າວວ່າ:
“ສຽງສຳພາດ”
ແຕ່ເຖິງຢ່າງໃດ ທ່ານ ສະເຫຼີມໄຊ ກໍເວົ້າວ່າ ຈະສືບຕໍ່ພັດທະນາເສດຖະກິດ ຕາມແນວທາງຍຸດທະສາດການພັດທະນາ ແບບຍືນຍົງ ແລະສີຂຽວ ເພື່ອຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ.
ຄຽງຄູ່ໄປກັບກອງປະຊຸມ ເວທີການເມືອງລະດັບສູງຂອງສະຫະປະຊາຊາດ ກ່ຽວກັບການພັດທະນາແບບຍືນຍົງ (HLPF), ກອງປະຊຸມລັດຖະມົນຕີເວທີການ ເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງ ແລະກອງປະຊຸມລະດັບສູງ ຂອງອົງການສະຫະປະຊາຊາດ ດ້ານເສດຖະກິດ ແລະສັງຄົມ (ECOSOC)
ຄະນະຜູ້ແທນອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ ກໍໄດ້ເຂົ້າຮ່ວມຫຼາຍກອງປະຊຸມ ປິ່ນອ້ອມ (Side Event) ດັ່ງທີ່ ດຣ. ບຸນທອນ ຈັນທະລາວົງ-ວີເຊີ, ປະທານອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດເຢຍຣະມັນ ໄດ້ໃຫ້ສໍາພາດວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ກໍລະກົດ ພາຍຫລັງໄດ້ພົບພໍ້ກັບກັບເຈົ້າໜ້າທີ່ ລະດັບສູງ ຂອງກະຊວງການຕ່າງປະເທດ ສະຫະຣັດ ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ.
“ສຽງສຳພາດ”
ແລະທ່ານ ເພັງ ສັກສະດີ ຮອງປະທານ ແລະທັງເປັນປະທານພັນທະມິດ ເພື່ອປະຊາທິປະໄຕໃນລາວ ປະຈໍາປະເທດໂອດສະຕຣາລີ ກໍໄດ້ກ່າວວ່າ:
“ສຽງສຳພາດ”
ນອກຈາກນັ້ນ ຄະນະຜູ້ແທນພັນທະມິດ ກໍໄດ້ຈັດກອງປະຊຸມປິ່ນອ້ອມ 2 ກອງປະຊຸມ.
“ສຽງສຳພາດ”
ແລະກອງປະຊຸມທີ 2 ດຣ. ບຸນທອນ ກໍເວົ້າວ່າ:
“ສຽງສຳພາດ”
ພາຍຫຼັງກອງປະຊຸມສະຫະປະຊາຊາດ ທີ່ນະຄອນນິວຢ໊ອກ ຄະນະຜູ້ແທນພັນທະມິດ ກໍພົບພໍ້ກັບກັບເຈົ້າໜ້າທີ່ລະດັບສູງ ຂອງກະຊວງການຕ່າງປະເທດ ສະຫະລັດ ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ ໃນຕອນເຊົ້າຂອງວັນທີ 19 ກໍລະ ກົດນີ້ ດັ່ງ ດຣ. ບຸນທອນ ກ່າວວ່າ:
“ສຽງສຳພາດ”
ສ່ວນຄະນະຜູ້ແທນລັດຖະບານ ສປປລາວ ຢູ່ໃນກອງປະຊຸມພາກອະພິປາຍທົ່ວໄປ ທ່ານ ສະເຫຼີມໄຊ ໄດ້ກ່າວຄໍາເຫັນໃນນາມອາຊຽນ ແລະໃນນາມ ສປປ ລາວ. ທ່ານໄດ້ສະເໜີບົດລາຍງານແຫ່ງຊາດ ແບບສະໝັກໃຈ ສະບັບທີ 3 ຂອງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ (Voluntary National Review-VNR), ໄດ້ທົບທວນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍໄດ້ເນັ້ນໃສ່ 5 ເປົ້າໝາຍການພັດທະນາແບບຍືນຍົງ ຊຶ່ງໃນນັ້ນ ຮວມທັງເປົ້າໝາຍທີ 1: ລຶບລ້າງຄວາມທຸກຍາກ; ເປົ້າໝາຍທີ 2: ລຶບລ້າງໄພອຶດຫິວ ຊຶ່ງຫຼາຍຄົນເວົ້າວ່າ ທີ່ຜ່ານມາ ແລະໃນປັດຈຸບັນນີ້ ປະຊາຊົນລາວ ສ່ວນຫຼວງຫຼາຍ ກໍຍັງທຸກຍາກ ຂາດເຂີນ ແລະຈໍານວນບໍ່ໜ້ອຍ ອືດຫິວ ແລະບໍ່ພຽງເທົ່ານັ້ນ ຍາມເຈັບປ່ວຍ ກໍບໍ່ໄດ້ຮັບການປິ່ນປົວເທົ່າທີ່ຄວນ, ເດັກນ້ອຍລູກຫຼາຍ ບໍ່ມີໂອກາດໄດ້ຮໍ່າຮຽນສຶກສາພໍເທົ່າໃດ ຍ້ອນຄວາມທຸກຍາກ, ປະລະການຮຽນຫຼາຍ, ຊາຍໜຸ່ມ ຍິງສາວແລະເດັກນ້ອຍ ພາກັນລັກໄປຊອກຫາວຽກເຮັດງານທໍາຢູ່ຕ່າງປະ ເທດ ເປັນຕົ້ນ ປະເທດໄທຫຼາຍແສນຕົນ ອີງຕາມຄໍາເວົ້າຂອງທ່ານ ອິນຊີທອງ ຄະນະນໍາ ແລະທັງເປັນໂຄສົກອົງການລາວເສຣີ (Free Laos Campaign) ທີ່ສະຫະລັດອາເມຣິກາ ຕໍ່ວິທະຍຸເອເຊັຽເສຣີ ເມື່ອກ່ອນໜ້ານີ້ວ່າ:
“ສຽງສຳພາດ”
ແຕ່ເຖິງຢ່າງໃດ ໃນກອງປະຊຸມ ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ໃຫ້ການຊ່ວຍເຫຼືອດ້ານຕ່າງໆ ເປັນຕົ້ນປະເທດດ້ອຍພັດທະນາ ເພື່ອການພັດທະນາຢ່າງຍືນຍົງ.
ກອງປະຊຸມເວທີການເມືອງ ລະດັບສູງ ເພື່ອການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ ພາຍໃຕ້ຫົວຂໍ້ “ຊຸກຍູ້ວາລະ 2030 ແລະລຶບລ້າງຄວາມທຸກຍາກ” ໃນຄັ້ງນີ້ ເປັນກອງປະຊຸມ ທົບທວນຄວາມຄືບໜ້າ ໃນການຈັດຕັ້ງປະຕິ ບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງ.