ມີນັກສຶກສາລາວ ໄປຮຽນຫວຽດນາມທັງໝົດ 10,000 ຄົນ
2024.07.23

ມີນັກສຶກສາລາວໄປຮຽນຕໍ່ ລະດັບປະລິນຍາຕີ ແລະ ອະນຸປະລິນຍາ ຢູ່ປະເທດຫວຽດນາມ ທັງໝົດປະມານ 10,000 ຄົນ ໃນສົກປີ 2023-2024 ໂດຍໄດ້ຮັບທຶນ ຈາກລັດຖະບານຫວຽດນາມ ແລະ ຈາກແຫຼ່ງທຶນອື່ນໆ.
ຢູ່ເມືອງຊໍາເໜືອ ແຂວງຫົວພັນ ໃນແຕ່ລະປີຈະໄດ້ຮັບການຈັດສັນ ທຶນການສຶກສາ ທີ່ມາຈາກຫວຽດນາມ ຂັ້ນແຂວງປະມານ 10 ປາຍທຶນ ຮອງລົງມາແມ່ນທຶນການສຶກສາຈາກຈີນ ສ່ວນວ່າ ທຶນການສຶກສາຈາກປະເທດໄທ ແທບຈະບໍ່ມີ ສະນັ້ນ ນັກສຶກສາທີ່ຮຽນຈົບຊັ້ນ ມ.7 ມັກນິຍົມໄປຮຽນຕໍ່ປະເທດຫວຽດນາມຫຼາຍກວ່າປະເທດອື່ນ.
ນອກຈາກນີ້ ນັກສຶກສາລາວບາງຄົນ ຍັງໄປສອບເສັງເພື່ອຮຽນຕໍ່ຢູ່ມະຫາວິທະຍາໄລ ຫວຽດນາມ ດ້ວຍໂຕເອງ.
ເຈົ້າໜ້າທີ່ຫ້ອງການສຶກສາ ເມືອງຫົວເມືອງ ແຂວງຫົວພັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 23 ກໍລະກົດວ່າ:
“ຜ່ານມາເລີຍເນາະ ສ່ວນຫຼາຍໄປຫວຽດ ໄທຖືວ່າ ໜ້ອຍສຸດ ຖືວ່າ ບໍ່ມີທຶນເລີຍ ຫັ້ນນ່າໄປໄທຫັ້ນນ່າ ສ່ວນຫຼາຍແມ່ນຫວຽດ ມາແຕ່ຫວຽດທຶນຫັ້ນນ່າ. ຈີນກໍມີ ມີແຕ່ວ່າ ບໍ່ມີຫຼາຍເທົ່າຫວຽດ ຂອງວ່າ ເມືອງເຮົາເນາະ ກໍປະມານ 10 ປາຍທຶນ ປະມານນັ້ນເນາະ. ໃຊ້ທຶນເອງກໍມີ ແບບວ່າ ເຂົາໃຫ້ທຶນທີ່ບໍ່ຖືກ ທີ່ວ່າເຂົາຢາກຮຽນກຫັ້ນນ່າ ເຂົາກໍໄປແລ່ນທຶນເອງ ໄປເສັງເອງ ໄປນອກແຜນຫັ້ນນ່າ.”
ແຂວງສະຫວັນນະເຂດ ໄດ້ຮັບການຈັດສັນທຶນການສຶກສາ ຫວຽດນາມປະມານ 50 ທຶນຕໍ່ປີ ກ່ອນຈະແບ່ງໄປໃຫ້ແຕ່ລະເມືອງອີກເທື່ອໜຶ່ງ ໃນການຄັດເລືອກນັກຮຽນ ທີ່ຈະໄດ້ທຶນໄປຮຽນຕໍ່ໃນຫວຽດນາມນັ້ນ ເຈົ້າໜ້າທີ່ຈະຄັດເລືອກຕາມສາຂາວິຊາຮຽນ ແລະ ຄະແນນຈາກການສອບເສັງຊັ້ນ ມ.7.
ເຈົ້າໜ້າທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ໄກສອນພົມວິຫານ ແຂວງ ສະຫວັນນະເຂດ ໄດ້ກ່າວ່າ:
“ໄປຕໍ່ຢູ່ຫວຽດນາມກັບພາຍໃນ ສ່ວນຫຼາຍມັນມີທຶນມາໃຫ້ນັກຮຽນເຮົາ ມັນຈະເຂົ້າມາຜ່ານສາຍຕັ້ງເຮົາ ກໍຄື ກະຊວງສຶກສາ ແລ້ວ ຕໍ່ມາກໍພະແນກສຶກສາທິການ ແລະ ກິລາແຂວງ ແລ້ວກໍເຂົ້າມາຫາສຶກສານະຄອນຫລວງ ເຮົາຈະຈັດນັກຮຽນໄປຕາມ ໜຶ່ງລາຍວິຊາຮຽນ ສອງແລ້ວມີທຶນການສຶກສາໃຫ້ ເພິ່ນຈະຄັດເອົານັກຮຽນເກນຄະແນນດີ ຄະແນນຫຼາຍ ໄດ້ເກດທີ່ວ່າ ໄດ້ຄຸນນະພາບຈະໄປກ່ອນ ດຸນພິນິດທີ່ໜຶ່ງຫັ້ນນ່າ.”
ແຂວງຊຽງຂວາງ ກໍໄດ້ຮັບທຶນໃຫ້ນັກສຶກສາລາວ ໄປຮຽນຕໍ່ຫວຽດນາມ ແລະ ຈີນ ເຊັ່ນດຽວກັນ ແຕ່ ບໍ່ໄດ້ລະບຸເຖິງຈໍານວນທຶນ. ຄູມັດທະຍົມ ຢູ່ເມືອງຄໍາ ແຂວງຊຽງຂວາງ ໄດ້ກ່າວວ່າ:
“ສ່ວນຫຼາຍມີແຕ່ຫວຽດ ຈີນ ປະມານນັ້ນຫັ້ນແຫຼະ ພວກນີ້ ກໍຈະເປັນທຶນຂອງ ຈຸກະຊວງສຶກສາທີ່ມັນມີແຕ່ລະປີ ເພາະວ່າ ມັນຈະມີທຶນອອກມາທາງພາກສ່ວນອາຊີວະ ກໍຊິແມ່ນສົບທົບລາວ-ຫວຽດນາມ ຫັ້ນແຫຼະ ເພາະວ່າ ມັນເປັນທຶນຈາກຫວຽດນາມມາ ກໍສົ່ງມາຕາມກະຊວງເຮົາ ແລ້ວກໍແບ່ງລົງຕາມແຕ່ລະແຂວງ ແຕ່ລະປີ.”
ໃນປີ 2023 ວິທຍາໄລ ເຊີນລາ ຂອງວຽດນາມ ໄດ້ສະໜອງທຶນການສຶກສາ ໃຫ້ພະແນກສຶກສາທິການ ແລະກິລາ ຂອງແຂວງຫລວງພະບາງ ຈຳນວນ 35 ທຶນ ໂດຍແບ່ງອອກເປັນທຶນກຽມຮຽນພາສາ ກ່ອນເຂົ້າຮຽນຕໍ່ 20 ທຶນ ແລະ ທຶນສຳລັບ ພະນັກງານຮຽນພາສາຫວຽດນາມ 9 ເດືອນ ຈຳນວນ 15 ທຶນ.
ແຂວງສະຫວັນນະເຂດ ກໍໄດ້ຮ່ວມກັບມະຫາວິທຍາໄລ ສ້າງຄູ ດານັງ ຂອງ ຫວຽດນາມ ເພື່ອສົ່ງເສີມງານວິຊາການ ແລະ ການສຶກສາ ຂອງນັກສຶກສາໃນແຂວງສະຫວັນນະເຂດ ທີ່ກຳລັງຮຽນຢູ່ ທີ່ມຫາວິທະຍາໄລສ້າງຄູ ແຂວງດານັງ ລວມເຖິງໄດ້ສະເໜີຫຼັກສູດ ການຮຽນກຽມພາສາຫວຽດນາມ, ຫຼັກສູດພາສາຫວຽດນາມ ແລະການສະໜອງທຶນການສຶກສາ ໃຫ້ນັກສຶກສາ ໃນແຂວງສະຫວັນນະເຂດ.
ນັກຮຽນລາວ ທີ່ໄດ້ທຶນໄປຮຽນຢູ່ຫວຽດນາມ ຈະໄດ້ຮຽນຢູ່ໃນຂະແໜງ ອາຊີວະ ຫຼື ຄູ, ແລະ ການແພດ. ຄູໂຮງຮຽນມັດທະຍົມ ແຂວງສະຫວັນນະເຂດ ໄດ້ກ່າວວ່າ:
“ສ່ວນຫຼາຍກໍເຫັນໄປຫວຽດ ໄປຫວຽດ ນີ້ຫຼາຍກ່ອນ ຖ້າແມ່ນຈົບມາແຕ່ຫວຽດ ກໍຖືວ່າ ເກັ່ງໃນລະດັບໜຶ່ງແຫຼະ ຖ້າພວກທີ່ຈົບມາແຕ່ຫວຽດ ຖືກວ່າເກັ່ງ ເພາະວ່າ ຖ້າຫາກວ່າ ໄປຮຽນຕໍ່ຢູ່ຫວຽດນີ້ ການຮຽນເຂົາຈະໜັກ ຖ້າວ່າ ແມ່ນໃຜຜ່ານ ກໍຖືວ່າ ເກັ່ງຫັ້ນນ່າ ມີຫຼາຍສາຂາ ສ່ວນຫຼາຍຄົນມັກໄປຮຽນແພດ ແລ້ວກໍຄູ ພວກຄູແບບເຄມີ, ພວກຟິຊິກ.”
ອີງຕາມຂໍ້ມູນ ຈາກສະຖານທູດລາວ ປະຈໍາຫວຽດນາມ, ໃນສົກຮຽນ 2023-2024 ມີຮຽນ, ນັກສຶກສາລາວ ຮຽນຢູ່ປະເທດວຽດນາມທັງໝົດປະມານ 10,000 ຄົນ ໃນນັ້ນຮຽນຂະແໜງການປົກຄອງມີປະມານ 8,000 ປາຍ ຄົນ ສ່ວນທີ່ເຫຼືອ ແມ່ນຂະແໜງການປ້ອງການຊາດ ແລະ ປ້ອງກັນຄວາມສະຫງົບ.