ເຣື້ອງທີ່ເກັບບັນທຶກໄວ້
2022-06-22
ການອອກໃບຕາດິນ ກາຍເປັນເຣື່ອງຍາກ ເນື່ອງຈາກວ່າ ເຈົ້າໜ້າທີ່ບາງຄົນ ດຳເນີນການ ໃຫ້ຜູ້ທີ່ມີເງິນຈ້າງພິເສດ ເພື່ອເລັ່ງລັດໃຫ້ຕົນເອງໄດ້ໄວ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຜູ້ທີ່ ປະກອບເອກສານ ມາຕາມລຳດັບ ເກີດຄວາມຊັກຊ້າ ແກ່ຍາວເຖິງເຄິ່ງປີ ຫຼືດົນກວ່ານັ້ນ.
2022-06-22
ເກີດສະພາບນໍ້າ ກາຍເປັນສີແດງເຂັ້ມ ຢູ່ເຊນ້ອຍ ເມືອງວິລະບູລີ ແຂວງສວັນນະເຂດ ອາດຈະເປັນຍ້ອນ ໂຮງງານແຮ່ເຫຼັກ ປ່ອຍນໍ້າເສັຍ ຈາກການລ້າງແຮ່ເຫຼັກ ລົງໃນແມ່ນໍ້າ ສາຍດັ່ງກ່າວ ຊຶ່ງສ້າງຄວາມ ກັງວົນໃຈ ໃຫ້ຊາວບ້ານ ໂດຍສະເພາະຜູ້ ທີ່ຢູ່ແຄມແມ່ນ້ຳເຊນ້ອຍ.
2022-06-22
ບັນຫາຜົລກະທົບ ເຣື່ອງທີ່ດິນ ລະຫວ່າງ ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ໃນສູນດົງບາກ ເມືອງສນາມໄຊ ແຂວງອັດຕະປື 200 ປາຍຄອບຄົວ ທີ່ບໍ່ສາມາດໄປປູກ ທຳການກະເສຕ ໃສ່ດິນທີ່ໄດ້ຮັບມາ ຈາກຄ່າຊົດເຊີຍ ນັ້ນໄດ້ ຍ້ອນຖືກຊາວບ້ານ ທີ່ເປັນເຈົ້າຂອງດິນ ແຕ່ດັ້ງເດີມບຸກລຸກ ພ້ອມທັງຂົ່ມຂູ່.
2022-06-22
ຄົນລາວ 2 ຄົນ ຖືກເຈົ້າໜ້າທີ່ ຮັກສາຄວາມປອດພັຍ ທຳຮ້າຍ ຮ່າງກາຍ ຫຼັງຈາກທີ່ ພະຍາຍາມໜີ ອອກຈາກເຂດ ເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພາະເຮັດວຽກ ຕອບແຊັດ ໃຫ້ນາຍຈ້າງ ຄົນຈີນບໍ່ໄດ້.
2022-06-21
ບັນດາຊາວບ້ານ ແລະ ຄຣູອາສາສມັກ ທີ່ເປັນເພື່ອນຮ່ວມອາຊີບ ພາກັນບໍຣິຈາກເງິນ ໃຫ້ຄຣູອາສາຜູ້ນຶ່ງ ທີ່ບໍ່ໄດ້ຮັບ ການບັນຈຸເປັນຣັຖກອນ ພາຍຫລັງ ເຮັດວຽກມາແລ້ວ ເປັນເວລາ 10 ປີ.
2022-06-21
ພະນັກງານ ບໍຣິສັດຢາງພາຣາ ຂອງຈີນ ຢູ່ເມືອງຂວາ ແຂວງຜົ້ງສາລີ ຖືກເຈົ້າໜ້າທີ່ ສຶກສາອົບຮົມ ແລະປັບໃໝ ເປັນເທື່ອທີ 2 ຍ້ອນໃຊ້ເຄື່ອງກີດຂວາງ ປິດເສັ້ນທາງ ບໍ່ໃຫ້ຊາວບ້ານນຳເອົາ ຢາງພາຣາໄປຂາຍ ຢູ່ແຂວງອຸດົມໄຊ.
2022-06-21
ປະຊາຊົນ ຮູ້ສຶກຜິດຫວັງ ທີ່ຣັຖບານ ແກ້ໄຂບັນຫານໍ້າມັນ ບໍ່ເປັນໄປຕາມທີ່ ຣັຖມົນຕຣີ ກະຊວງການເງິນ ໄປປະກາດໄວ້ ໃນກອງປະຊຸມ ສະພາແຫ່ງຊາດ, ມາເຖິງຕອນນີ້ ປະຊາຊົນ ຕ້ອງລຽນແຖວ ເພື່ອຖ້າໃສ່ນ້ຳມັນຣົຖ ເຊັ່ນເຄີີຍ.
2022-06-21
ນັບເປັນເວລາ 2 ເດືອນປາຍແລ້ວ ທີ່ຄວາມພຍາຍາມຊ່ອຍເຫຼືອ ນາງເກດແກ້ວ ໄຊຍະວົງ ອາຍຸ 26 ປີ, ຢູ່ບ້ານນາອູມ ເມືອງພຽງ ແຂວງໄຊຍະບູຣີ ຫາຍສາບສູນຢູ່ຈີນ ເມື່ອວັນທີ 23 ເດືອນກຸມພາ 2022 ທີ່ຜ່ານມາ ຍັງບໍ່ມີຂ່າວຄາວຄວາມຄືບໜ້າ ວ່າເປັນຕາຍຮ້າຍດີແນວໃດ ພາຍຫຼັງທີ່ທາງຄອບຄົວ ໄດ້ຍື່ນຂໍຄວາມຊ່ອຍເຫຼືອ ໄປຍັງພາກສ່ວນທີ່ກ່ຽວຂ້ອງຕ່າງໆ.
2022-06-21
ສະພາແຫ່ງຊາຕ ເຫັນດີຮັບຮອງ ເອົາການແຕ່ງຕັ້ງ ແລະ ໂຍກຍ້າຍ ສມາຊິກຣັຖບານ ແຕ່ຂະນະທີ່ ປະຊາຊົນ ເຫັນວ່າ ຣັຖບານ ຄວນຈະຊອກຫາ ບຸກຄະລາກອນ ທີ່ມີຄວາມຮູ້, ຄວາມສາມາດ, ເຂົ້າໃຈສະພາບເສຖກິຈ, ສັງຄົມ ແລະ ການເມືອງ ເປັນຢ່າງດີ ເພື່ອແກ້ໄຂບັນຫາຕ່າງໆ ຢ່າງວ່ອງໄວ ແລະ ຖືກຈຸດ.
2022-06-20
ຈູນທີນ ໄດ້ກາຍເປັນມື້ພັກ ໃໝ່ຫລ້າສຸດ ຂອງຣັຖບານກາງ ພາຍຫຼັງ ທີ່ປະທານາທິບໍ ສະຫະຣັຖ ໄດ້ລົງນາມ ຮັບຮອງ ເອົາວັນດັ່ງກ່າວ ເມື່ອປີກາຍນີ້.
2022-06-20
ທ່າທີ ຂອງນາຍພົນ ພູມີ ໜໍ່ສວັນ ທີ່ຕໍ່ຕ້ານ ຂໍ້ສເນີ ຂອງປະເທດມະຫາອໍານາດ ຝ່າຍຕາເວັນຕົກ ທີ່ຢາກໃຫ້ຍຸຕິ ຂໍ້ພິພາດ ລະຫວ່າງ ລາວສາມກຸ່ມ ໂດຍການຕັ້ງ ຣັຖບານປະສົມ ສາມຝ່າຍຂຶ້ນ.
2022-06-19
ຊາວລາວຈຳນວນ ຫຼາຍຮ້ອຍຄົນ ຕໍ່ແຖວຍາວຢຽດ ລໍຖ້າເຮັດ ພາສພອຣ໌ທ, ປະຊາຊົນ ສເນີໃຫ້ ແກ້ໄຂບັນຫາ ເງິນກີບອ່ອນຄ່າ, ຂາດເງິນຕຣາ ຕ່າງປະເທດ, ຍົກເລີກແຈ້ງການໃຫ້ MoneyGram ຈ່າຍເງິນກີບ ພາຍຫຼັງ ສຽງວິຈານ.
2022-06-18
ຄັງສຳຮອງ ເງິນຕຣາຕ່າງປະເທດຕໍ່າ ສົ່ງຜົລເຮັດໃຫ້ ເງິນເຟີ້ສູງຂຶ້ນ, ນ້ຳມັນຂາດແຄນ, ນັກລົງທຶນ ແລະ ປະຊາຊົນ ຂາດຄວາມໝັ້ນໃຈ ຕໍ່ຄ່າເງິນກີບລາວ. ພາກທຸຣະກິຈ ແນະນຳ ໃຫ້ເພີ່ມ ຄັງສຳຮອງ ເງິນຕຣາດ່ວນ.
2022-06-17
ຣົຖເຖື່ອນ ຍັງແກ້ໄຂຍາກ ຍ້ອນມີພະນັກງານ, ທະຫານ ຕຳຣວດ ກ່ຽວຂ້ອງ ເຖິງແມ່ນວ່າ ທາງຣັຖບານ ຈະອອກກົດໝາຍ ເພື່ອປາບປາມ ແຕ່ກໍຍັງພົບຂໍ້ຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະ ຜູ້ຄອບຄອງ ຣົຖເຖື່ອນ ເປັນພະນັກງານຣັຖ.
2022-06-17
ຫຼາຍພາກສ່ວນ ສົ່ງເສີມໃຫ້ຄົນລາວ ຊ່ອຍກັນໃຊ້ສິນຄ້າລາວ ເພື່ອຫຼຸດຜ່ອນການນຳເຂົ້າ ຈາກຕ່າງປະເທດ ຂະນະທີ່ສິນຄ້າລາວ ສ່ວນຫຼາຍ ພັດມີລາຄາແພງ ແລະ ຄຸນນະພາບ ຍັງບໍ່ດີສ່ຳສິນຄ້າ ຕ່າງປະເທດ.