ຕ້ອງເພີ່ມຄັງສຳຮອງ ເງິນຕຣາດ່ວນ: ພາກທຸຣະກິຈ

ໄມ​ຊູ​ລີ ແລະ ໄຊ​ຍາ
2022.06.18
ຕ້ອງເພີ່ມຄັງສຳຮອງ ເງິນຕຣາດ່ວນ: ພາກທຸຣະກິຈ ເງິນກີບລາວ, ການຊື້ຂາຍ ຂອງຊາວຄ້າຂາຍ ແລະ ການດຳເນີນ ວຽກງານທຸຣະກິຈ ຕ່າງໆ ທີ່ປະເຊີນກັບ ຄ່າເງິນກີບ ອ່ອນຄ່າ.
ນັກ​ຂ່າວ ພົ​ລ​ເມືອງ

ເງິນເຟີ້ສູງຂຶ້ນ ຂາດແຄນນໍ້າມັນ ສາເຫດມາຈາກ ຄັງສຳຮອງ ເງິນຕຣາຕ່າງປະເທດຕໍ່າ ອັນໄດ້ສົ່ງຜົລເຮັດໃຫ້ ນັກລົງທຶນ ແລະ ປະຊາຊົນ ຂາດຄວາມໝັ້ນໃຈ ຕໍ່ຄ່າເງິນກີບລາວ. ເພື່ອແກ້ໄຂ ພາກທຸຣະກິຈແນະນຳ ໃຫ້ເພີ່ມຄັງສຳຮອງ ເງິນຕຣາດ່ວນ ແລະ ຕ້ອງຄວບຄຸມ ອັຕຣາແລກປ່ຽນ ຢ່າໃຫ້ແຕກໂຕນ ກັນຫຼາຍ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບທ່ານ ເຂົ້າສູ່ຣາຍການ ມາຟັງນຳກັນ ສັປດານີ້ ຍັງເກາະຕິດ ບັນຫາເງິນເຟີ້ສູງຂຶ້ນ ແລະການຂາດແຄນນໍ້າມັນ. ຕໍ່ບັນຫາດັ່ງກ່າວ ທາງພາກທຸຣະກິຈ ໄດ້ສເນີໄປຍັງ ຣັຖບານ ໃຫ້ເລັ່ງແກ້ໄຂ ຄັງສຳຮອງ ເງິນຕຣາຕ່າງປະເທດ ແລະ ຄວບຄຸມ ອັຕຣາແລກປ່ຽນລະຫວ່າງ ທນາຄານ ແລະ ຮ້ານແລກປ່ຽນເງິນຕຣາ ຢ່າໃຫ້ແຕກໂຕນກັນຫຼາຍ.

ສຳລັບ ຣາຍການມື້ນີ້ ພວກເຮົາ ກໍໄດ້ຮັບຄຳເຫັນ ຈາກພາກທຸຣະກິຈ ທີ່ຊ່ອຍອະທິບາຍ ເຖິງວິກິແລະ ສເນີໃຫ້ ຣັຖບານເລັ່ງແກ້ໄຂດ່ວນ ເພາະວ່າ ຜົລກະທົບ ຄັ້ງນີ້ ມັນເປັນສັນຍານ ເຕືອນເຖິງເຂົ້າສູ່ ພາວະຢຸດສງັກ ຂອງການພັທນາ ເສຖກິຈ ແລະ ຫຼາຍໆ ໂຄງການ ທີ່ຣັຖບານລາວ ໄດ້ກຳນົດໄວ້. ສຳລັບ ຫົວຂໍ້ ໃນຣາຍການ ມື້ນີ້ ແມ່ນ ເງິນເຟີ້ສູງຂຶ້ນ ຂາດແຄນນໍ້າມັນ ພາກທຸຣະກິຈ ແນະນຳ ຕ້ອງເພີ່ມຄັງສຳຮອງ ເງິນຕຣາດ່ວນ.

ທ່ານຜູ້ຟັງ ທີ່ກຳລັງຕິດຕາມ ຣາຍການ ຂອງພວກເຮົາ ຖ້າຕ້ອງການເຂົ້າຮ່ວມ ໃນຣາຍການ ຂອງພວກເຮົາ ຫຼື ຕ້ອງການໃຫ້ພວກເຮົາ ສເນີຂ່າວ ຂອງທ່ານ ກະຣຸນາຕິດຕໍ່ ຫາພວກເຮົາ ໂດຍສົ່ງ ເບີໂທຣະສັບລົງຊ່ອງ ຄອມເມັ້ນ ແລ້ວພວກເຮົາ ຈະໂທຫາ ແລະ ສັມພາດ ມາອອກຣາຍການ.

ສຳລັບມື້ນີ້ ດຳເນີນຣາຍການ ໂດຍໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ... ມື້ນີ້ ພວກເຮົາ ກັບມາສົນທະນາ ເຣື່ອງ ເງິນເຟີ້ສູງຂຶ້ນ ຂາດແຄນນໍ້າມັນ ໃນປະເທດລາວ. ເປັນຫຍັງ ຈຶ່ງເກີດວິກິນີ້ ຊຶ່ງເຣື່ອງນີ້ ມັນບໍ່ແມ່ນເຣື່ອງ ຊັບຊ້ອນຫຍັງ ເພາະພາກຣັບານ ໂດຍສະເພາະ ໃນກອງປະຊຸມສະພາ ແຕ່ລະເທື່ອ ສະມາຊິກສະພາ ຫຼາຍທ່ານ ກໍທັກທ້ວງ ມາ​ຕລອດ ແຕ່ຣັຖ ກໍຍັງບໍ່ສາມາດແກ້ໄຂ ໄດ້ຈົນມາເຖິງປີນີ້ ມັນອັດຕຣາ ຈຶ່ງມາເພີ່ມສູງຂຶ້ນ ເປັນປວັດການໃນຮອບ 14 ປີ. ປັດຈຸບັນ ຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາດ ແລະ ກະຊວງອຸດສາຫະກັມແລະ ການຄ້າ ໄດ້ຣາຍງານ ເມື່ອວັນທີ 06 ມິຖຸນາ ທີ່ຜ່ານມາວ່າ ອັຕຣາ ເງິນເຟີ້ ປະເທດລາວ ເດືອນພຶສພາ 2022 ເພີ່ມຂຶ້ນ 12.8% ສາເຫດຫຼັກ ມາຈາກການເພີ່ມຂຶ້ນ ຂອງນໍ້າມັນເຊື້ອເພີງ ໄດ້ກະທົບຢ່າງໜັກ ເຮັດໃຫ້ າຄາສີນຄ້າຕ່າງໆ ທີ່ນຳໃຊ້ນໍ້າມັນ ເປັນປັດຈັຍ ການຜລິດເພີ່ມສູງຂຶ້ນ ໃນເດືອນພຶສພາ 2022. ການສືບຕໍ່ ອ່ອນຄ່າ ຂອງເງິນກີບ ທຽບໃສ່ ເງິນຕຣາຕ່າງປະເທດ ໃນເດືອນພຶສພາ ໄດ້ກະທົບຮຸນແຮງ ໂດຍຕຣົງ ເຮັດໃຫ້ ລາຄາສິນຄ້ານຳເຂົ້າ ເພີ່ມສູງຂຶ້ນ.

ນີ້ເປັນ ການຣາຍງານ ຢ່າງເປັນທາງການ ຊຶ່ງພວກເຮົາ ໄດ້ຕິດຕາມ ລາຄາສິນຄ້າ ຂອງສູນສະຖິຕິ ແຫ່ງຊາດ ກໍພົບວ່າ ລາຄາສິນຄ້າ ທີ່ຈຳເປັນໃຊ້ ໃນຊີວິດປະຈຳວັນ ກໍເພີ່ມສູງຂຶ້ນເທົ່າໂຕ ເຊັ່ນ ນໍ້າມັນພືດ 1 ຕຸກ ລາຄາປັບຂຶ້ນ 100%, ຊີອີ້ວ ປັບຂຶ້ນ 70%, ນໍ້າປາ ປັບຂຶ້ນ 80%, ນໍ້າມັນຫອຍ ປັບຂຶ້ນ 125%, ນໍ້າຕານ ປັບຂຶ້ນ 50%, ແປ້ງນົວ ປັບຂຶ້ນ 62.5%, ປາກະປ໋ອງ ປັບຂຶ້ນ 150% ແລະ ໝີ່ໄວໄວ ປັບຂຶ້ນ 157.5%.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.