ຍົກເລີກແຈ້ງການ MoneyGram ຈ່າຍເງິນກີບ

ໄມ​ຊູ​ລີ
2022.06.19
ຍົກເລີກແຈ້ງການ MoneyGram ຈ່າຍເງິນກີບ ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຊາວລາວຈຳນວນ ຫຼາຍຮ້ອຍຄົນ ຈາກແຂວງຕ່າງໆ ພາກັນໄປຕໍ່ແຖວ ຢ່າງຍາວຢຽດ ເພື່ອ ລໍຖ້າເຮັດພາສປອດ, ປະຊາຊົນ ສເນີໃຫ້ແກ້ໄຂບັນຫາ ເງິນກີບອ່ອນຄ່າ, ຂາດເງິນຕຣາ ຕ່າງປະເທດ ໃນ​ຂະນະ ກອງປະຊຸມສະພາແຫ່ງຊາດ ແລະ ທະນາຄານ ການຄ້າຕ່າງປະເທດລາວ ຍົກເລີກແຈ້ງການ ໃຫ້ໂຕແທນທີ່ ໃຫ້ບໍຣິການ ລະບົບ MoneyGram ຈ່າຍເງິນໃຫ້ລູກຄ້າເປັນເງິນກີບ ພາຍຫຼັງ ມີຫາງສຽງສັງຄົມ ວິພາກ-ວິຈານ ຢ່າງໜັກໜ່ວງ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວ​ກັບຂ່າວ ທະນາຄານ ການຄ້າຕ່າງປະເທດລາວ ອອກແຈ້ງການ ຍົກ​ເລີກ ກຳ​ນົດ MoneyGram ຈ່າຍ​ເປັນ​ເງິນ​ກີບ ພາຍຫຼັງ ສຽງວິພາກ-ວິຈານ ຢ່າງໜັກໜ່ວງ…” 

ປັນຫາ ມັນບ່ໍແມ່ນ ມາຈາກສະກຸນເງິນວ່າ ຈະເປັນບາດ ຫຼີຶ ກີບ. ປັນຫາ ມັນແມ່ນ ຢູ່ທີີເສດຖະກິດລາວ ຕົກຕ່ຳເອງ, ການສົ່ງອອກຕ່ຳ ເຮັດໃຫ້ປະເທດລາວ ມີລາຍຮັບນ້ອຍ ເງິນຂາດ ໃນທະນາຄານ ໂລກເຮັດໃຫ້ ປະເທດລາວ ບໍ່ສາມາດແລກປຽ່ນ ສິ່ນຄ້າໄດ້ ເວົ້າແບບງາຍໆ ກະຄຶີ ຖັງແຕກ’”

…..

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.