ເຣື້ອງທີ່ເກັບບັນທຶກໄວ້
2024-04-21
ສະບາຍດີທ່ານຜູ້ຟັງຂໍຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການມາຟັງນຳກັນເປັນລາຍການໜຶ່ງທີ່ພວກເຮົານໍາເອົາເລື່ອງທີ່ໜ້າສົນໃຈມາເລົ່າສູ່ທ່ານຟັງ. ສຳລັບອາທິດນີ້ ພວກເຮົາຈະລົມກັນເລື່ອງໃດໄຊຍາ. ປັດຈຸບັນລາຄາສິນຄ້າຍັງແພງຫຼາຍແຕ່ລາຍຮັບຍັງຄົງເດີມສະພາບ.ໃນສະຖານະການນີ້ປະຊາຊົນຮຽກຮ້ອງລັດຖະບານຕ້ອງຕັດສິນໃຈເດັດຂາດບໍລິຫານນຈັດການອັດຕາແລກປ່ຽນເພື່ອບໍ່ໃຫ້ສິນຄ້າຂຶ້ນລາຄາໄປຫຼາຍກ່ວານີ້. ຜ່ານມາກໍຖືວ່າໜັກໜ່ວງແລ້ວປະຊາຊົນຮັບບໍ່ໄຫວແລະມັນກໍສົ່ງຜົນກະທົບໄປທຸກພາສ່ວນ.
2024-04-21
ກອງກໍາລັງປົດປ່ອຍແຫ່ງຊາດກະລ່ຽງ ຫຼື KNLA ທີ່ຂຶ້ນກັບສະຫະພາບແຫ່ງຊາດກະລ່ຽງ ພ້ອມດ້ວຍພັນທະມິດ ໄດ້ຍຶດຖານທີ່ໝັ້ນຂອງທະຫານມຽນມາ ແຫ່ງສຸດທ້າຍ ຄືກອງພັນ 275 ຢູ່ເມືອງ ເມຍວະດີ ລັດກະຍີ່ນ ໃນວັນພຸດທີ່ຜ່ານມາ.
2024-04-20
ບຸນປີໃໝ່ ຫລື ກຸດສົງການ ເປັນປະເພນີນິຍົມ ທີ່ປະຕິບັດກັນມາ ແຕ່ໂບຮານນະການ, ເປັນບຸນເດືອນຫ້າ ທີ່ມີຄວາມມ່ວນຊື່ນ ຄຶກຄື້ນເປັນພິເສດ.
2024-04-20
ທ່ານ ໄມໂຄ ວິກເຕີ (Michael Victor) ຊາວອາເມຣິກັນ ທີ່ຮຽນເວົ້າພາສາລາວ ໂດຍການພົບປະ ໂອ້ລົມກັບຄົນລາວ ເປັນສ່ວນໃຫຍ່ ແລະທ່ານ ຍັງຄິດເສຍດາຍ ທີ່ບໍ່ໄດ້ຮຽນ ຂຽນ/ອ່ານ ພາສາລາວ ມາແຕ່ຕົ້ນ. ທ່ານ ໄມໂຄ ໄດ້ໃຫ້ຂໍ້ຄິດດີໆ ໃນປະສົບການ ທີ່ໄດ້ເຂົ້າໄປເຮັດວຽກ ຢູ່ປະເທດລາວ ເກືອບຮອດ 20 ປີ ນໍາ.
2024-04-19
2 ເດືອນຜ່ານມານີ້ ຢູ່ຫລາຍແຂວງຂອງລາວ ປົກຄຸມໄປດ້ວຍຝຸ່ນລະອອງ ຂະໜາດນ້ອຍ PM 2.5 ຍ້ອນມີການຈູດໄຮ່, ຈູດປ່າເຮັດໄຮ່ ຮວມທັງໄຟໃໝ້ປ່າ ຊຶ່ງສ່ວນໃຫຍ່ ແມ່ນຢູ່ພາກເໜືອຂອງປະເທດ.
2024-04-19
ສະມາຊິກພັກ 69 ຄົນ ຂອງແຂວງສະຫວັນນະເຂດຖືກລົງໂທດ ຫຼືປະຕິບັດວິໄນ ເຊິ່ງໃນບົດລາຍງານ ຂອງແຂວງສະຫວັນນະເຂດ ໄດ້ລະບຸວ່າ ການປະຕິບັດວິໄນ ຕໍ່ສະມາຊິກພັກ ແມ່ນເປັນໄປຕາມ ມາດຕາ 54 ເລື່ອງ ວິໄນຂອງພັກ, ການລົງວິໄນ ການຈັດຕັ້ງພັກ ແລະ ສະມາຊິກພັກ ໃນກົດລະບຽບພັກ ສະໄໝທີ 11 ຫຼື ມະຕິ 11.
2024-04-19
ໃນວັນທີ 27 ເດືອນມີນາ ປີ 2024 ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈັບຜູ້ຄ້າຢາເສບຕິດ ຢູ່ເມືອງຊາຍທອງ ນະຄອນຫຼວງວຽງຈັນ ໄດ້ 2 ຄົນ ຍຶດຂອງກາງ ເປັນຢາບ້າ ໄດ້ 1 ລ້ານປາຍເມັດ.
2024-04-19
ຂໍ້ມູນຈາກທາງການລາວລະບຸວ່າ ລາຍຮັບທັງໝົດ ຂອງບໍລິສັດຜະລິດໄຟຟ້າລາວ ມະຫາຊົນ ໃນປີ 2023 ປະມານ 3,000 ຕື້ກີບ ສ່ວນວ່າ ລາຍຈ່າຍປະມານ 4,000 ຕື້ກີບ ສ່ວນໜຶ່ງໃນສາເຫດຫຼັກ ຂອງການຂາດທຶນ ມາຈາກບັນຫາເງິນກີບເຟີ້ ແລະ ການອ່ອນຄ່າຂອງເງິນກີບ.
2024-04-19
ຊາຍຊາວຈີນ ມີຄວາມຕ້ອງເຂົ້າມາປະເທດລາວ ເພື່ອວັດຖຸປະສົງໃນກາ ຊອກຫາຍິງສາວຊາວລາວເປັນເມຍ ດ້ວຍວິທີການ ຜ່ານນາຍໜ້າລາວ-ຈີນ ແລະດ້ວຍວິທີການ ເລາະຫາແມ່ຍິງລາວ ແບບຖືກຕ້ອງຕາມກົດໝາຍ ຂະນະທີ່ ເດັກນ້ອຍແມ່ຍິງຊົນເຜົ່າມົ້ງ ຈາກແຂວງອຸດົມໄຊ ອາຍຸບໍ່ທັນຮອດ 18 ປີ ຈໍານວນ 2-3 ຄົນ ຕົກເປັນເຫຍື່ອໃນຂະບວນການນີ້.
2024-04-18
ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະຂົນສົ່ງ ລາຍງານຕໍ່ກອງປະຊຸມ ຍທຂ ປະຈໍາປີ 2023 ທິີ່ຜ່ານມາ ວ່າ ການຈັດຕັ້ງປະຕິບັດ ຄຸ້ມຄອງນໍ້າໜັກລົດບັນທຸກ ຕັ້ງແຕ່ເດືອນມິຖຸນາ ປີ 2023 ທີ່ຜ່ານມາ ຍັງພົບຂໍ້ທ້າທາຍຫຍຸ້ງຍາກ ເຮັດໃຫ້ເສັ້ນທາງ ຍັງເກີດການເປ່ເພເສຍຫາຍ ສົ່ງຜົນກະທົບ ຕໍ່ງົບປະມານໃນການກໍ່ສ້າງ ແລະການສັນຈອນໄປ-ມາ ຂອງປະຊາຊົນ ຍັງຫຍຸ້ງຍາກ.
2024-04-18
ລັດວິສາຫະກິດນໍ້າປະປາ ແຂວງບໍ່ແກ້ວ ກຽມຈະຄິດໄລ່ ຄ່າພິມໃບບິນນໍ້າປະປາ ຈໍານວນ 10,000 ກີບຕໍ່ໃບບິນ ໃນແຕ່ລະເດືອນ ຂອງປະຊາຊົນ ໃນແຂວງບໍ່ແກ້ວທຸກຄົນ ທີ່ໃຊ້ນໍ້າປະປາ ໂດຍຈະລວມເຂົ້າຢູ່ໃນໃບບິນເກັບຄ່ານໍ້າປະປາ ນັ້ນ ຊຶ່ງຈະເລີ່ມປະຕິບັດ ຕັ້ງແຕ່ເດືອນພຶດສະພາ 2024 ນີ້ເປັນຕົ້ນໄປ.
2024-04-18
ສູນເລືອດແຫ່ງຊາດ ກໍາລັງປະເຊີນກັບຄວາມທ້າທາຍ ໃນການຈັດຫາເລືອດໃຫ້ຄົນເຈັບ ເນື່ອງຈາກ ອຸບັດຕິເຫດທາງຖະໜົນ ແລະຄົນເຈັບພະຍາດເລືອດຈາງ (Thalassemia) ເພີ່ມຂຶ້ນ ແຕ່ສະພາບໂຕຈິງ ເຊິ່ງມີຄວາມຕ້ອງການເລືອດຫຼາຍກວ່າ 1% ຂອງຈໍານວນປະຊາກອນຕໍ່ປີ ແຕ່ມີຄົນມາບໍລິຈາກເລືອດຫຼຸດລົງ.
2024-04-18
ຂໍ້ມູນຂອງທະນາຄານໂລກລະບຸວ່າ ຄວາມຫຍຸ້ງຍາກດ້ານເສດຖະກິດ, ເງິນກີບອ່ອນຄ່າ, ເງິນເຟີ້ສູງ, ເປັນໜີ້ສິນຫຼາຍ, ຄັງສໍາຮອງຕໍ່າ, ລາຄາສິນຄ້ານໍາເຂົ້າແພງຂຶ້ນ, ລາຄານໍ້າມັນເຊື້ອໄຟ, ສະບຽງອາຫານ, ຢາປົວພະຍາດ ແລະທຸກຢ່າງສູງຂຶ້ນ ສິ່ງເຫຼົ່ານີ້ ກະທົບກັບສະຫວັດດີການ ຂັ້ນພືນຖານຂອງປະຊາຊົນຢ່າງໜັກ.
2024-04-17
ຄົນງານຈາກປະເທດລາວ, ມຽນມາ ແລະ ກໍາປູເຈຍ ທີ່ມີບັດແຮງງານຢ່າງຖືກຕ້ອງ ຕາມກົດໝາຍ ບໍ່ເສຍຄ່າຈໍ້າກາເຂົ້າ-ອອກປະເທດໄທ ໃນໄລຍະບຸນສົງການ ຊຶ່ງລະບຽບການດັ່ງກ່າວມີຜົນບັງຄັບໃຊ້ ແຕ່ວັນທີ 1 ເມສາ ຫາ 15 ພຶດສະພາ 2024.
2024-04-17
ຊາວບ້ານ ບ້ານນາກາງ ເມືອງໃໝ່ ແຂວງຜົ້ງສາລີ ອອກແຮງງານລວມ ສ້າງຫ້ອງແຕ່ງອາຫານໃຫ້ເດັກນ້ອຍ, ແມ່ຖືພາ ແລະແມ່ລູກອ່ອນ ພາຍໃນບ້ານ ເພື່ອຫຼຸດຜ່ອນການຂາດສານອາຫານ ຂອງເດັກນ້ອຍແຕ່ຍັງນ້ອຍ ໂດຍໄດ້ຮັບທຶນຊ່ອຍເຫຼືອ ຈາກໂຄງການຫຼຸດພົ້ນຄວາມທຸກຍາກ.