ຄົນງານລາວ-ມຽນມາ-ກໍາປູເຈຍ ຮັບຍົກເວັ້ນຄ່າທຳນຽມ ເຂົ້າ-ອອກປະເທດ
2024.04.17

ຄົນງານຈາກປະເທດລາວ, ມຽນມາ ແລະ ກໍາປູເຈຍ ທີ່ມີບັດແຮງງານຢ່າງຖືກຕ້ອງ ຕາມກົດໝາຍ ບໍ່ເສຍຄ່າຈໍ້າກາເຂົ້າ-ອອກປະເທດໄທ ໃນໄລຍະບຸນສົງການ ຊຶ່ງລະບຽບການດັ່ງກ່າວມີຜົນບັງຄັບໃຊ້ ແຕ່ວັນທີ 1 ເມສາ ຫາ 15 ພຶດສະພາ 2024.
ທ່ານ ສົມຊາຍ ມໍຣະກົດສີວັນ, ອະທິບໍດີກົມການຈັດຫາງານ ກ່າວຕໍ່ສື່ມວນຊົນໄທ ວ່າ ໃນໄລຍະເດືອນເມສາ ຫາ ເດືອນພຶດສະພາ ຂອງທຸກໆ ປີ ນັ້ນ ເປັນຊ້ວງທີ່ແຮງງານຕ່າງຊາດ ຈະເດີນທາງກັບບ້ານ ເພື່ອສະເຫລີມສະຫລອງ ບຸນສົງການ ຫຼື ບຸນປີໃໝ່ ກັບຄອບຄົວ ແຮງງານເຫລົ່ານີ້ ສ່ວນຫຼາຍເປັນກຸ່ມຄົນທີ່ມີລາຍໄດ້ໜ້ອຍ ແຕ່ຖືເປັນຟັນເຟືອງຂັບເຄື່ອນເສດຖະກິດຂອງໄທ ຈຶ່ງຕ້ອງການລົດພາລະຄ່າໃຊ້ຈ່າຍ ໃຫ້ແຮງງານ ໃນຊ້ວງດັ່ງກ່າວ.
ໃນໄລຍະປີໃໝ່ລາວ ຄົນງານລາວ ກໍພາກັນກັບບ້ານ ແຕ່ ກໍຍັງບໍ່ຫຼາຍເທົ່າຊຸມປີທີ່ຜ່ານມາ.
ເຈົ້າໜ້າທີ່ດ່ານກວດຄົນເຂົ້າເມືອງ ແຂງອຸບົນຣາຊະທານີ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 17 ມີນາ ວ່າ:
“(ພາສາໄທຍ) ຍົກເລີກເຖິງວັນທີ 15 ເດືອນໜ້າ ທັງ 3 ສັນຊາດທີ່ຍົກເລີກ ກໍໜ້າຈະເປັນເລື່ອງທີ່ງານ ເຂົາເຈົ້າຕ້ອງກັບມາເຮັດວຽກຕໍ່ ກໍຫຼາຍກວ່າປົກກະຕິ ພໍສົມຄວນ ແຕ່ປີນີ້ ບໍ່ຄືປີກ່ອນ ຫຼາຍກວ່າປົກກະຕິ ແມ່ນເທດສະການ ແຕ່ ບໍ່ຫຼາຍເທົ່າເທດສະການສົງການປີກ່ອນ ທີ່ຜ່ານມາ.”
ຢູ່ດ້ານຂົວມິດຕະພາບແຫ່ງທີ 2 ແຂວງ ສະຫວັນນະເຂດ-ແຂວງມຸກດາຫານ ມີຄົນລາວເດີນທາງເຂົ້າອອກໃນໄລຍະປີໃໝ່ 3,000 -4,000 ຄົນ ຕໍ່ມື້ ແຕ່ ການຍົກເວັ້ນຄ່າທໍານຽນເຂົ້າ-ອອກ ປະເທດໄທ ມີໃຫ້ສະເພາະແຕ່ຄົນງານລາວ ທີ່ໄປເຮັດວຽກຢູປະເທດໄທເທົ່ານັ້ນ.
ເຈົ້າໜ້າທີ່ ປະຈໍາຂົວມິດຕະພາບແຫ່ງທີ 2 ໄດ້ກ່າວໃນວັນດຽວກັນວ່າ:
“(ພາສາໄທຍ) ກໍພໍສົມຄວນ ວັນທີ 3,000-4,000 ປະມານນີ້ ຖ້າທຽບໃສ່ກ່ອນ ກໍພໍໆກັນ ເລີ່ມກັບມາຕັ້ງແຕ່ວັນທີ 15 ມື້ນີ້ ໜ້າຈະຫຼາຍທີ່ສຸດ ມື້ນີ້ໜ້າຈະປະມານ 3,000 ວີຊ້າ. ຜູ້ທີ່ມີຜົວໄທ, ວີຊ້ານັກຮຽນ ກໍເຮັດ Re-Entry ປົກກະຕິ. ສະເພາະ ຄົນງານທີ່ຜ່ອນຜັນໃຫ້.”
ຕາມປົກກະຕິແລ້ວ ຄົນງານທີ່ມີເອກະສານຖືກຕ້ອງ ທີ່ເດີນທາງ ເຂົ້າ-ອອກ ປະເທດໄທ ຈະເສຍຄ່າທໍານຽມ ຢູ່ທີ່ 1,000 ບາດ. ໃນຊ້ວງປີໃໝ່ ດ່ານໄທ ໄດ້ຍົກເວັ້ນຄ່າທໍານຽມ ແຕ່ ດ່ານລາວ ກໍຍັງເກັບຄ່າທໍານຽມຄືເກົ່າ ໂດຍແຮງງານລາວ ຈະເສຍບໍ່ເກີນ 300 ບາດ.
ຄົນງານລາວ ທີ່ເຮັດວຽກຢູ່ໄທ ຄົນໜຶ່ງ ໄດ້ກ່າວວ່າ:
“ເຮົາຮັກສາສິດ ຖ້າຢູ່ຝັ່ງໄທ ກໍຊິຕົກປະມານພັນກວ່າບາດ ຄັນຖາມຈາກໃຈ ມັນກໍຊິແພງໄປໜ້ອຍໜຶ່ງຫັ້ນນ່າ ຝັ່ງລາວ ກໍ 300 ແຕ່ລະຄັ້ງ ກໍໍຊີບໍ່ເກີນ 300 ຫັ້ນນ່າ ເສຍສອງເທື່ອ.”
ຄົນງານລາວ ບາງຄົນຢູ່ປະເທດໄທ ກໍບໍ່ໄດ້ກັບບ້ານໃນຊ້ວງປີໃໝ່ລາວ ແຕ່ ລາວກໍເຫັນວ່າ ການຍົກເວັ້ນຄ່າທໍານຽມໃຫ້ແກ່ຄົນງານ ມັນເປັນເລື່ອງທີ່ດີ ເພື່ອແບ່ງເບົາຄ່າໃຊ້ຈ່າຍ.
ຄົນງານລາວ ທ່ານນີ້ ໄດ້ກ່າວວ່າ:
“ໄດ້ຍິນຂ່າວຢູ່ ຊ້ວງເດືອນນີ້ ອາດມີນະໂຍບາຍ ແຕ່ວ່າ ຫຼັງຈາກເປີດເດືອນນີ້ແລ້ວ ອາດຈະບໍ່ໄດ້ນະໂຍບາຍ ເພາະວ່າ ຍ້ອນຫຍັງ ດຽວນີ້ມັນເປັນເທດສະການແມ່ນບໍ່ ກໍຖືວ່າ ກໍໍຊິຜ່ອນຜັນເລັກໆນ້ອຍໆ ເຮົາຫັ້ນນ່າ. ຂ້ອຍຄິດວ່າ ບາງເທື່ອຄັນເຮົາເມືອບໍ່ຖືກຊ້ວງ ສົງການປະມານນີ້ ຄ່າໃຊ້ຈ່າຍມັນຊິຫຼາຍແຮງຫັ້ນນ່າ.”
ຄົນງານລາວ ທີ່ເຮັດວຽກຢູ່ປະເທດໄທ ເລີ່ມເດີນທາງກັບປະເທດລາວ ແຕ່ວັນທີ 12 ເມສາ 2024 ຊຶ່ງຈະເຫັນໄດ້ ຈາກສະຖານນີຂົນສົ່ງ ໂດຍສານ ຢູ່ບາງກອກ ທີ່ມີຄົນລາວຫຼາຍຄົນພາກັນມາຂຶ້ນລົດ ໂດຍສານ ເພື່ອເດີນທາງໄປແຂວງ ທີ່ມີຊາຍແດນຕິດກັບປະເທດລາວ ກ່ອນທີ່ຈະຂ້າມດ່ານ ເຂົ້າມາປະເທດລາວ.