ເຣື້ອງທີ່ເກັບບັນທຶກໄວ້
2008-10-21
ການໂຍກຍ້າຍ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ຜລິດໄຟຟ້າ ຫົງສາລິກໄນທ໌ ໄປຢູ່ບ້ານພັທນາແຫ່ງໃຫມ່ ຈະມີຂື້ນ ໃນທ້າຍປີນີ້ ດ້ວຍງົປມານ ຊ່ອຍເຫລືອ ຄ່າຊົດເຊີຍ ເຖີງ 16 ລ້ານໂດລາ.
2008-10-20
ປະຊາຊົນ ທີ່ສູນເສັຽ ທີ່ດິນ ໃຫ້ນັກລົງທືນ ຕ່າງປະເທດ ຍັງພາກັນ ຮ້ອງທຸກຢູ່ ເພາະບໍ່ໄດ້ຮັບ ການແກ້ໄຂ ຈາກຣັຖບານ, ຕາມລາຍງານ ຈາກນະຄອນຫລວງວຽງຈັນ.
2008-10-17
ອົງການສົງ ລາວ ໃນ Europe ເຫັນຄວາມຈໍາເປັນ ທີ່ຈະເຜີຍແຜ່ ພຸທສາສນາ ລາວ ໃນ Europe ເພື່ອລົງເລີກ ດ້ານທັມມະ ຊື່ງພຣະພຸທເຈົ້າ ໂຄຕະມະໄ ດ້ຕັດສັງສອນມາ ແຕ່ຄັ້ງພຸທການ ອັນເປັນແສງສວ່າງ ໃຫ້ຊາວມະນຸດໂລກ ໄດ້ພົ້ນຈາກທຸກ ແລະ ມຸ້ງສູ່ ພະນີພານ ເປັນທີ່ຕັ້ງ.
2008-10-17
ຣາຄາ ນໍ້າມັນ ຫລຸດລົງ ໃນລາວ ແລະ ປະຊາຊົນ ຢາກໃຫ້ ທາງການ ຫລຸດ ຄ່ານໍ້າມັນ ຕໍ່ໄປເລື້ອຍໆ.
2008-10-17
ແຂວງສວັນນະເຂດ ປະເຊີນກັບ ບັນຫາເດັກນ້ອຍ ວັຍລຸ້ນ ອາຍຸ ຣະຫວ່າງ 10 ປີ ຂື້ນໄປ ພາກັນ ດື່ມເຫລົ້າ ແລະ ກໍ່ເຫດການ ຜິດຖຽງ ແລະ ຕີກັນ ໃນເວລາ ກາງຄືນ.
2008-10-16
ວິກິດການ ດ້ານການເງິນ ໃນສະຫະຣັຖ ແລະ ໃນຢູໂຣບ ຄາດວ່າ ຈະບໍ່ມີ ຜົນສະທ້ອນໜັກ ຕໍ່ປະເທດ ທີ່ກໍາລັງ ພັດທະນາ, ແຕ່ວ່າປະທານ ທະນາຄານໂລກ ກ່າວຕັກເຕືອນ ໃຫ້ປະເທດ ທີ່ກໍາລັງພັ ດທະນາ ວາງແຜນ ກະຕຽມ ເພື່ອຮັບມື ກັບຜົນສະທ້ອນ ໜັກ ທີ່ອາດເກີດຂື້ນໄດ້.
2008-10-16
ທາງການລາວ ກໍາລັງ ທົດລອງ ເປີດສູນ ເດັກປັນຍາອ່ອນ ເພື່ອຊ່ວຍ ພັທນາ ຄວາມສາມາດ ຂອງພວກເຂົາ ແລະ ຫລຸດຜ່ອນ ການເປັນພາຣະ ຂອງສັງຄົມ.
2008-10-15
ຄວາມແຕກຕ່າງ ທາງດ້ານ ທິດທາງການ ພົວພັນ ຮ່ວມມື ລະຫ່ວາງ ພັກຄອມມິວນິສ ວຽດນາມ ແລະ ພັກຄອມມິວນິສຈີນ ທີ່ມີຕໍ່ ສປປລາວ ໃນປັດຈຸບັນ ພາກ 2 ຕອນຈົບ ຊຶ່ງຈະໄດ້ເວົ້າເຖິງ ການພົວພັນ ຮ່ວມມືທາງດ້ານ ເສຖກິດ -ການຄ້າ ແລະ ການລົງທຶນຂອງ ຈີນ ຢູ່ລາວ ທີ່ກຳລັງ ແຂ່ງຂັນກັນ ກັບວຽດນາມຢູ່ໃນຂະນະນີ້.
2008-10-15
ການແຂ່ງຂັນ ຊ່ວງເຮືອ ໃນງານອອກພັນສາ ຮອບຊີງຊະນະເລີດ ທີ່ແຂວງສວັນນະເຂດ ໃນມື້ນີ້ ເປັນໄປ ຢ່າງຄືກຄື້ນ ແລະ ມ່ວນຊື່ນ ສ້າງຄວາມສາມະຄີ ຣະຫວ່າງ ຊາວລາວ ແລະ ຊາວໄທ.
2008-10-15
ເກີດອຸບັດຕິເຫດ ຣົດໂດຍສານ ສາຍຊຽງຂວາງ-ວຽງຈັນ ຂ້ວາມ ເທີງຖນົນຫລວງ ໝາຍເລກ 13 ເໜືອ ເຂດແຂວງວຽງຈັນ.
2008-10-15
ຕລາດຫລັກຊັບ ເອເຊັຽ ຫລຸດລົງ ໃນມື້ນີ້ ຫລັງຈາກ ທີ່ມີການຂຍາຍຕົວ ວ່າງສອງມື້ກອ່ນ ເປັນຍ້ອນ ຕລາດຫລັກຊັບ ສະຫະຣັຖ ຫລຸດລົງ.
2008-10-14
ຄວາມພະຍາຍາມ ທີ່ບໍ່ສໍາເຣັດ ໃນການຊ່ວຍກອບກູ້ ອັຕຣາການ ເສັຽຊີວິດ ຂອງຜູ້ເປັນແມ່ ເນື່ອງຈາກ ການຖືພາມານ ຂອງປະເທດຕ່າງໆ ໃນໂລກ ຮວມທັງ ສປປລາວ.