ບັນຫາສັງຄົມ ໃນກຸ່ມວັຍໜຸ່ມ

ແຂວງສວັນນະເຂດ ປະເຊີນກັບ ບັນຫາເດັກນ້ອຍ ວັຍລຸ້ນ ອາຍຸ ຣະຫວ່າງ 10 ປີ ຂື້ນໄປ ພາກັນ ດື່ມເຫລົ້າ ແລະ ກໍ່ເຫດການ ຜິດຖຽງ ແລະ ຕີກັນ ໃນເວລາ ກາງຄືນ.

ບັນຫາ​ ກຸ່ມ​ວັຍ​ລຸ້ນ ທີ່​ສ້າງ​ຄວາມ​ບໍ່​ສງົ​ບ​ໃນ​ເວລາ​ກາງຄືນ ​ເປັນ​ບັນຫາ ​ທາງ​ດ້ານ​ສັງຄົມ ບັນຫານື່ງ ​ໃນ​ແຂວງສວັນນະ​ເຂດ ທີ່​ເຈົ້າຫນ້າ​ທີ່ ​ກ່ຽວຂ້ອງ ກຳລັງ​ປາບ​ປາມ ​ກັນ​ຢູ່ ​ໃນ​ເວລາ​ນີ້ ດັ່ງ​​​ເຈົ້າຫນ້າ​ທີ່ ​ຈາກ​ຫ້ອງການ ​ປາບ​ປາມ ​ທ່ານ​ນື່ງ ​ເວົ້າວ່າ:

“ກໍ່​ມີ​ຢູ່​ ແຕ່​ບໍ່​ຮຸ່ນ​ແຮງ ສ່ວນ​ຫລາຍ ກໍ່​ແມ່ນ​ກຸ່ມ​ວັຍ​ລຸ້ນ ທີ່​ອອກ​ໄປ ​ມືນ​ເມົາ ​ມາຕີ​ກັນ ​ແລະ ອາຣະວາດ​ກັນ ​ກໍ່​ມີ ອາຍຸ ປະມານ 1​0 ປາຍ​ປີ.”

ທ່ານ​ກ່າວ​ ເພີ້​ມອີກ​ວ່າ ການ​ຜິດ​ຖຽງ​​ກັນ ສ່ວນ​​​ໃຫຍ່ ຈະ​ເກີດ​ມາ​ຈາກ ຄວາມ​ນຸ່ມ​ຄະນອງ ​ແລະ ​ການ​ຢາກ​ດີ​ຢາກ​ເດັ່ນ ​ກ່ວາ​ກັນ ​ໃນ​ກຸ່ມ​ວັຍ​ລຸ້ນ ພາຍຫລັງ ​ທີ່​ດື່ມ​ເຫລົ້າ​ເມົາ. ​ເດັກ​ວັຍ​ລຸ້ນ ກຸ່ມ​ທີ່​ມີ​ບັນຫາ ສ່ວນ​​​ໃຫ​ຍ່ ຈະ​ແມ່ນ​ເດັກນ້ອຍ ຢູ່​ໃນ​ເມືອງ ບໍ່​ແມ່ນ​ຢູ່​ໃນ ​ເຂດ​ຊົນນະບົດ ​ເພາະ​ມີ​ສີ່ງລໍ້​ໃຈ ​ຫລາຍ​ກວ່າ. ກ່ຽວ​ກັບ ການ​ແກ້​​ໄຂບັນຫາ ​ເຈົ້າຫນ້າ​ທີ່​ ທ່ານນັ້ນ​ເວົ້າວ່າ:

“ມີ​ການ​ສື​ກສາ ​ອົບຣົມ ຖ້າ​ຄັ້ງນື່ງ ຍັງ​ບໍ່​ຫລາບ ກໍ່​ຈະ​ມີ​ການ ​ປັບ​ໄຫມ ບາງ​ທີ່ ​ກໍ່​ອາດ​ ຈະ​ຢູ່​ ໃນ​ປະມານ 50 ພັນ​ ຫລື ​ນື່ງ​ແສນ​ກີບ ສ່ວນ​ຫລາຍ ​ກໍ່​ມີ​ບາງ​ຄັ້ງ ບາງ​ຄາວ ​​ເລັກໆ​ນ້ອຍໆ.”

​ເຈົ້າຫນ້າ​ທີ່ ອີກ​ທ່ານ​ນື່ງ ​ເວົ້າວ່າ ບັນຫາ​ສ່ວນ​​ໃຫ​ຍ່ ​ແມ່ນ​ເກີດ​ມາ​ຈາກ ​ເດັກນ້ອຍ ທີ່​ຂາດ​ການ​ສື​ກສາ ບໍ່​ໄດ້​ເຂົ້າ​ໂຮງຮຽນ ຖານະ​ ຄວາມທຸກ​ຈົນ ​ໃນ​ຄອບຄົວ ​ແລະ ​ການ​ຂາດ​ວຽກ​ເຮັດງານ​ທຳ ​ໃນ​​ແຂວງ​ສັນ​ນະ​ເຂດ ຈື່ງ​ສ​ະແດງ​ອອກ ​ດ້ວຍ​ການ​ດື່ມ​ເຫລົ້າ ​ແລະ ສ້າງ​ບັນຫາ ດ້ວຍ​ການ​ຜິດ​ຖຽງ​​ກັນ. ນອກຈາກ​ນັ້ນ ທາງ​ການ​ແຂວງ ​ກໍ່​ບໍ່​ເອົາ​​​ໃຈ​​ໃສ່ ​ໃນ​ກຸ່ມ​ເດັກ ​ດັ່ງກ່າວ ​ເພາະ​ຂາດ​ງົປມານ ​ແລະ ​ນັກ​ວີ​ຊາ​ການ ​ທີ່​ຈະ​ມາ​ແກ້​ໄຂ​ບັນຫາ​.