ຣາຄາ ຕລາດ ຫລັກຊັບ ເອເຊັຍ ຫລຸດລົງ
2008.10.15
ຕລາດຫລັກສັບ ເອເຊັຽ ຫລຸດລົງ ໃນມື້ນີ້ ຫລັງຈາກ ມີການຂາຍຕົວ ວ່າງສອງມື້ກ່ອນ ເປັນເພາະວ່າ ນັກລົງທືນ ຍັງມີຄວາມກັງວົນ ຢ້ານວ່າ ການຄ້ຳປະກັນ ສະຖາບັນ ການເງີນ ຂອງສະຫະຣັຖ ຈະບໍ່ພຽງພໍ ທີ່ຈະອຸ້ມ ເສຖກິດ ຈາກການຖອຍຫລັງໄດ້.
ຕລາດຫລັກຊັບ ນີເກ ອີນເດັກ ຂອງຍີ່ປຸ່ນ ຫລຸດລົງ 0.95% ຈາກ 14% ທີ່ເພີ້ມຕົວຂື້ນ ວ່າງສອງມື້ກ່ອນ ແລະ ຕລາດຫລັກຊັບ ຮັ່ງເຊັງ ຂອງ ຮົງກົງ ກໍ່ຫລຸດລົງ 2.26% ຫລັງຈາກ ມີການຂຍາຍຕົວຂື້ນ 13% ວ່າງ ມື້ກ່ອນ. ນອກຈາກນັ້ນ ຕລາດຫລັກຊັບ ທີ່ອອສເຕເຣັຽ ເກົາຫລີໃຕ້ ຈີນ ແລະ ໃຕ້ຫວັນ ກໍ່ຫລຸດລົງ ເຫມືອນກັນ. ກ່ຽວກັບ ການຖອຍຫລັງ ຂອງເສຖກິດ ໃນເອເຊັຽ ນັກວາງແຜນ ຈາກສະຖາບັນ ການເງີນ ຕ່າງປະເທດ ທ່ານນື່ງ ເວົ້າວ່າ:
“ຈີນ ແລະ ຍີ່ປຸ່ນ ຄວນມີບົດບາດ ຫລາຍກວ່ານີ້ ໃນການຄ້ຳປະກັນ ແບບໃນອະດີດ ແຕ່ພວກເຮົາ ບໍ່ສາມາດ ສ້າງຄວາມຫວັງ ຈາກສອງປະເທດ ດັ່ງກ່າວຫລາຍ ເພາະສອງປະເທດນີ້ ກໍ່ໄດ້ໃຊ້ເງີນ ຊື້ສີນຊັບ ທີ່ລົ້ມລະລາຍ ໃນສະຖາບັນ ການເງີນ ຂອງໂລກຫລາຍແລ້ວ.”
ການຫລຸດລົງ ຂອງຕລາດຫລັກຊັບ ໃນເອເຊັຽ ເປັນເພາະວ່າ ຕລາດຫລັກຊັບ ຂອງສະຫະຣັຖ ຫລຸດລົງ ເປັນຍ້ອນວ່າ ຣັຖບານ ສະຫະຣັຖ ປະກາດ ທີ່ຈະໃຊ້ເງີນ ຈຳນວນນື່ງ ທີ່ເປັນພາກສ່ວນ ຂອງງີນ 700 ພັນລ້ານໂດລາ ມາໃຫ້ ທະນາຄານ ໃຫ່ຍໆ ກູ້ເພື່ອ ຈະໃຫ້ມີ ທຸຣະກີດ ການກູ້ຢືມເກີດຂື້ນ ມາໃຫມ່. ເງີນຈຳນວນ ທັງຫມົດນັ້ນ ແມ່ນເພື່ອໃຊ້ອຸ້ມ ສະຖາບັນ ການເງີນ ໃນຕລາດຫລັກຊັບ. ນັກວິເຄາະ ບອກວ່າ ການເກັງກຳໄລ ໃນຕລາດຫລັກຊັບ ຍັງເປັນບັນຫາ ທີ່ຫນ້າ ເປັນຫວ່ງ ໃນເວລານີ້.