ກອງປະຊຸມ ຜູ້ນໍາ ເອເຊັຍ-ຢູໂຣບ
2008.10.24
ປະທານ ສະຫະພາບ ຢູໂຣບ ທ່ານ ໂຮເຊ ບາໂຣໂຊ ກ່າວວ່າ ລະດັບ ຂອງ ການຮ່ວມໄມ້ຮ່ວມມື ຂອງທົ່ວໂລກ ທີ່ບໍ່ເຄີຍມີ ມາກ່ອນ ເປັນທີ່ຕ້ອງການທີ່ສຸດ ເພື່ອຕໍ່ສູ້ກັບ ວິກິດການ ໃນຄັ້ງນີ້.
ຈຸດປະສົງ ຂອງການປະຊຸມ ຂອງກຸ່ມ 43 ປະເທດ ຄັ້ງນີ້ ອາດຈະບໍ່ໄດ້ ຄໍາຕອບ ເທົ່າທີ່ຄວນ ຍ້ອນ ປະເທດ ທີ່ເຂົ້າຮ່ວມນັ້ນ ແຕກຕ່າງກັນ ຢ່າງຫລວງຫລາຍ ໃນທຸກໆດ້ານ. ເຊັ່ນປະເທດ ທີ່ມີການຄ້າ ເສຣີ ສິງກະໂປ ປະເທດ ເສດຖະກິດ ຍັກໃຫຍ່ ເຢຣະມັນ ຮວມໄປເຖິງ ປະເທດ ທຸກຍາກ ພະມ່າ ແລະ ປະເທດ ທີ່ບໍ່ມີເຂດແດນ ຕິດກັບ ທະເລ ສປປລາວ.
ປະທານາທິບໍດີ ຝັ່ຣງເສດ ທ່ານ Nicolas Sarkozy ຢາກໃຊ້ ອາແຊມ ຊັກຊວນ ໃຫ້ປະເທດ ໃນ ເອເຊັຍ ຮ່ວມໃນການ ຕັ້ງກົດ ລະບົບນາຍທຶນ ນາໆຊາດ. ໂຄສົກ ກະຊວງການ ຕ່າງປະເທດຈີນ ທ່ານ Liu JianChao ຢາກສເນີ ໃຫ້ປ່ຽນແປງ ລະບົບ ປັດຈຸບັນ ໂດຍການ ເຮັດໃຫ້ ສະຖານະການ ດ້ານການເງິນ ຂອງໂລກ ທຸ່ນທ່ຽງຂື້ນ. ຮອງ ປະທານ ຂອງອົງການ ເງິນກູ້ ຂອງທາງການຈີນ ຄາດວ່າ ວິກິດການ ຈະສົ່ງຜົນກະທົບ ແກ່ເສດຖະກິດ ພາຍໃນ 6 ເດືອນຂ້າງໜ້າ ແລະ ຈະບໍ່ ສງົບລົງ ໃນອະນາຄົດ ອັນໃກ້ນີ້.
ການປະຊຸມ ມີຂື້ນທຸກໆ ສອງປີ, ກອງປະຊຸມ ຢູໂຣບ ແລະ ເອເຊັຍ ຫລື ທີ່ຮູ້ກັນວ່າ ອາແຊມ ຈະບໍ່ມີຂໍ້ຜູກມັດ ໃນການຕັດສີນໃຈ ຂອງກອງປະຊຸມ ແຕ່ ພວກທີ່ ເຂົ້າຮ່ວມ ຫວັງວ່າ ການປະຊຸມ ຈະ ມີການຮັບຮູ້ ຮ່ວມກັນ ກ່ອນການປະຊຸມ ໃນວັນທີ 15 ພຶດສະຈິກາ ຂອງກຸ່ມ ເສດຖະກິດ ທີ່ຍິ່ງໃຫຍ່ ຂອງໂລກ ຢູ່ກຸງ Washington ສະຫະຣັຖ ອະເມຣິກາ ເພື່ອປຶກສາຫາລື ວິກິດການ ທາງດ້ານການເງິນ ທີ່ ຮ້າຍແຮງທີ່ສຸດ ນັບແຕ່ ຄັ້ງ ຊຸມປີ 1930.