ການໂຍກຍ້າຍ ປະຊາຊົນ ຈາກໂຄງການ ຫົງສາ ລິກໄນທ໌
2008.10.21
ທ່ານ ສົມມີ ໄຊຍະຣາດ ຫົວຫນ້າ ຫ້ອງການ ຊັພຍາກອນນ້ຳ ແລະ ສະພາບແວ້ດລ້ອມ ແຂວງໄຊຍະບຸຣີ ໄດ້ເປີດເຜີຍ ເຖີງຄວາມຄືບຫນ້າ ຂອງແຜນການ ໂຍກຍ້າຍ ຊາວບ້ານ ປະມານ 390 ຄອບຄົວ ອອກຈາກບໍຣີເວນ ໂຄງການຜລິດໄຟຟ້າ ຫົງສາລີກໄນທ໌ ຂອງບໍຣີສັດ ໄຟຟ້າ ຣາຊບຸຣີ ຂອງໄທ ຊື່ງກຳນົດ ໃນການໂຍກຍ້າຍ ໃນທ້າຍປີນີ້ວ່າ:
“ຊ່ວງນີ້ ຂະເຈົ້າ ກໍ່ມີການກະຕຽມແລ້ວ ຖ້າວ່າ ທາງບໍຣີສັດນີ້ ເຮັດເຮືອນພັກ ແມ່ນຫຍັງ ເປັນທີ່ຮ້ຽບຮ້ອຍແລ້ວ ຂະເຈົ້າ ກໍ່ມີການໂຍກຍ້າຍ ທະຍອຍໄປບ່ອນຊຸມຊົນໃຫມ່ ຕາມແຜນ ກໍ່ວ່າທ້າຍປີ.”
ທ່ານກ່າວ ເພີ້ມອີກວ່າ ບໍຣີສັດ ຣາຊບຸຣີ ຜູ້ລົງທືນ ມີແຜນການ ສ້າງບ້ານໃຫມ່ ໃນບໍຣິເວນ ບ້ານນາຈານແລະ ບ້ານນາມະໂລ້ນ ເຂດເມືອງຫົງສາ ເພື່ຮອງຮັບ ຊາວບ້ານ ກວ່າ 390 ຄອບຄົວ, ປະຊາຊົນ ສ່ວນໃຫຍ່ ຈະແມ່ນຊາວລື້ ແລະ ລາວເທີງ, ນອກຈາກ ການປຸກ ທີ່ຢຸ່ອາສັຍ ໃຫ້ແກ່ພວກຂະເຈົ້າແລ້ວ ທາງບໍຣີສັດ ຍັງຈະປຸກ ໂຮງຫມໍ ໂຮງຮຽນ ສຸຂສາລາ ແລະ ຈັດຫາພື້ນທີ່ ທຳມາຫາກີນ ໃຫ້ແກ່ພວກຂະເຈົ້າ ນຳອີກ ດ້ວຍງົປມານ 16 ລ້ານໂດລາ.
ບໍຣີສັດ ດັ່ງກ່າວ ນອກຈາກ ຈະໂຍກຍ້າຍ ຊາວບ້ານແລ້ວ ກໍ່ຍັງ ຈະມີການຈັດສັນ ທີ່ພັກ ຂອງຄົນງານ ຕັ້ງຫ້ອງການ ແລະ ການຈັດພື້ນທີ່ ສຳລັບ ການກໍ່ສ້າງ ໂຄງການ ໄຟຟ້າ ຖ່ານຫີນຫົງສາ ຄາດວ່າ ບໍຣີສັດ ຈະສາມາດ ຂຸດຄົ້ນຖ່ານຫີນ ຂື້ນມາໃຊ້ ໃນການຜລີດໄຟຟ້າໄດ້ ໃນປີ 2012 ທີ່ມີອາຍຸການ ສຳປະທານ ເປັນເວລາ 30 ປີກັບ ຣັຖບານລາວ ເລີ້ມແຕ່ ປີ 2009 ເປັນຕົ້ນໄປ. ໂຄງການ ດັ່ງກ່າວ ສາມາດ ຜລິດກະແສ ໄຟຟ້າໄດ້ ປະມານ 1,800 ເມກາວັດ ດ້ວຍການລົງທືນ ປະມານ ນື່ງພັນລ້ານໂດລາ.