ບໍຣິຄໍາໄຊ ກຽມໂຍກຍ້າຍ ປະຊາຊົນ ອອກຈາກ ບໍຣິເວນ ເຂື່ອນ
2008.10.10
ເຈົ້າໜ້າທີ່ ຫ້ອງການ ສິ່ງແວດລ້ອມ ເວົ້າວ່າ ຫລັງຈາກ ການສ້າງ ເຂື່ອນກັ້ນນໍ້າ ໄດ້ສໍາເຣັດລົງແລ້ວ ນໍ້າກໍອາດ ຈະຖ້ວມບໍຣິເວນ ເຂດ 11 ໝູ່ບ້ານ ນີ້. ຈໍາເປັນຕ້ອງໄດ້ ໂຍກຍ້າຍ ປະຊາຊົນ ອອກ. ທ່ານວ່າ ການສໍາຣວດ ເບິ່ງພື້ນທີ່ນີ້ ກໍຢາກໃຫ້ເໝາະສົມ, ແລະ ການຊົດເຊີຍ-ທົດແທນ ຄ່າເສັຽຫາຍ ໃຫ້ເຂົາເຈົ້າ ກໍຢາກໃຫ້ ເປັນທໍາ.
“ການໂຍກຍ້າຍ ຈັດສັນ ຊາວບ້ານ 11 ບ້ານ ທີ່ຄໍາເກີດ ທີ່ໂຍກຍ້າຍ ຈາກຫີນບູນ ພາກຂະຫຍາຍ ຫລື NG8 ທີ່ຕັນເຂື່ອນ ແລະ ນໍ້າຈະຖ້ວມ ພື້ນທີ່ ຂອງເຂົາເຈົ້າ. ດຽວນີ້ ກໍາລັງ ເບິ່ງການທົດແທນ ມັນຈະເປັນທໍາບໍ່ ລະຫ່ວາງ ບໍຣິສັດ ກັບ ຊາວບ້ານ.”
ທ່ານວ່າ ຍັງມີ ຫລາຍບ້ານ ທີ່ຈະຕ້ອງ ຖືກໂຍກຍ້າຍ, ແຕ່ວ່າ ຕ້ອງໄດ້ໂຍກຍ້າຍ 11 ໝູ່ບ້ານນີ້ ເສັຍກ່ອນ ເພາະວ່າ ພາຍໃນ 4-5 ປີ ຂ້າງໜ້ານີ້ ເມື່ອສ້າງເຂື່ອນ ສໍາເຣັດແລ້ວ ມັນຈະເປັນ ເຂດທີ່ມີຄວາມສ່ຽງ ຕໍ່ນໍ້າຖ້ວມ. ການໂຍກຍ້າຍນີ້ ກໍຈະດໍາເນີນໄປ ເທື່ອລະຂັ້ນ, ກະວ່າ ປີ 2011 ນີ້ ຈະໃຫ້ແລ້ວໝົດ:
“ສະເພາະຈຸດ NG8 ໂຍກຍ້າຍ ກໍຊີ່ ມີແຕ່ ເທົ່ານັ້ນ. ຍັງໂຕນໍ້າເທີນ-1 ອີກນໍ. ເທີນ-1 ນີ້ ກໍຍ້າຍ 7 ບ້ານ ອາດຈະເປັນ ປີໃໝ່, ທ້າຍປີ 2009 2010 2011 ຍ້າຍໝົດ.”
ໃນຈໍານວນ 11 ໝູ່ບ້ານ ທີ່ຈະຕ້ອງໂຍກຍ້າຍ ມີດັ່ງນີ້: ບ້ານສົບຈາດ, ບ້ານທັບມິ່ງ, ບ້ານແສນຊື່, ບ້ານຜົນແກ້ວ, ບ້ານສຸກຂຸມ, ບ້ານກະອານ, ບ້ານມຸ້ງ, ບ້ານບອນ, ບ້ານຊອກ, ບ້ານພະບັງ, ບ້ານສົມບູນ. ທ່ານວ່າ ໃນວັນທີ 15 ຕຸລານີ້ ຈະມີການມອບເງິນ ໃຫ້ປະຊາຊົນ ທີ່ຖືກໂຍກຍ້າຍ ເພື່ອເປັນການທົດແທນຄ່າເສັຽຫາຍ. ໂຄງການ ເຂື່ອນຜລິດ ກະແສໄຟຟ້າ ເທີນຫີນບູນ ພາກຂຍາຍນີ້ ມີຂະນາດ ຕິດຕັ້ງ ເຄື່ອງປັ່ນ ໄຟຟ້າຂນາດ 220 ເມກາວັດ ແລະ 60 ເມກາວັດ. ການລົງນາມ ສັນຍາ ການສໍາປະທານ ໄດ້ມີຂື້ນ ເມື່ອວັນທີ 27 ເດືອນສິງຫາ ປີ 2008. ໂຄງການ ຂັ້ນທີສອງນີ້ ຄາດວ່າ ຈະສໍາເຣັດ ພາຍໃນ ປີ 2012.