ຊົດເຊີຍ ການໂຍກຍ້າຍ ຈາກຜົນກະທົບ ສ້າງເຂື່ອນ

ການມອບເງີນ ທົດແທນ ໃຫ້ແກ່ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກການຂຍາຍ ເຂື່ອນ ເທີນຫີນບູນ ຖືກເລື່ອນເວລາ ເປັນເພາະ ບັນຫາຫລາຍປະການ.
ຊິດນີ ຣາຍງານ
2008.10.24

ຈາກ​ຄວາມ​ຄືບ​ຫນ້າ ຂອງ​ການ​ສົ່ງ​ມອບ​ເງີນ ທົດ​ແທນ ​ໃຫ້​ກັບ ປະ​ຊາ​ຊົນ ຜູ້ທີ່​ໄດ້​ຮັບ ຜົລກະທົບ​ ຈາກ​ການ​ຂຍາຍ​ ເຂື່ອນ​ເທີ​ນຫີນ​ບູນ ​ແຂວງ​ບໍຣີຄຳ​ໄຊ ວ່າ ​ຈະ​ມອບ​ໃຫ້​ ໃນ​ອາທີດນີ້ ຈຳ​ເປັນ​ຕອ້ງ​ ໄດ້​ເລື່ອນອອກ​ໄປ ​ເປັນ​ເພາະ ​ຄວາມ​ບໍ່​ເຂົ້າ​ໃຈ ​ຂອງ​ປະຊາຊົນ ດັ່ງ​ເຈົ້າຫນ້າ​ທີ່ ​ກ່ຽວຂ້ອງ ​ທ່ານ​ນື່ງ ​ເວົ້າວ່າ:

“ອາດ​ຈະ​ແມ່ນ ​ອາທີ​ດຫນ້າ ມັນ​ບໍ່​ງ່າຍ ​ດັ່ງ​ທີ່​ຄິດ ມັນຫລາຍ​ຂັ້ນຕອນ ​ເພາະ​ບາງ​ຄອບ ຄົວ ​ຢາກ​ໄດ້ ​ເງີ​ນສົດ ​ເລີຍ​ເອົາ ​ພະນັກງານ ​ທະນາຄານ ​ໄປ​ອະ​ທິບາຍ ​ແລະ ​ກໍ່​ອະທິບາຍ​ ໃຫ້​ເຂົ້າ​ໃຈ​ວ່າ ຈະ​ເຮັດ​ແນວ​ໃດ​ດີ ຫຍຸ້ງ​ຍາກ​ຫລາຍ ​ເພາະ​ປະຊາຊົນ​ ສ່ວນ​ໃຫຍ່ ​ບໍ່​ຮູ້​ຫນັງສື.”

ທ່ານ​ກ່າວ​ເພີ້​ມ ອີກ​ວ່າ ບັນຫາ​ສ່ວນ​ໃຫຍ່ ​ແມ່ນ​ປະຊາຊົນ ​ຢາກ​ໄດ້​ເງີ​ນສົດ ບໍ່​ຢາກ ​ຝາກ​ທະນາຄານ ​ເພາະ​ບໍ່​ເຊື່ອ ​ໃນຣະບົບ ທະນາຄານ. ​ເນື່ອງຈາກ​ວ່າ​ ປະຊາຊົນ​ ບໍ່​ມີ​ຄວາມ​ຮູ້ ​ກ່ຽວ​ກັບ ຣະບົບທະນາຄານ ຈື່ງ​ເອົາ​ ເຈົ້າຫນ້າ​ທີ່​ ທະນາຄານ​ ມາ​ອະທິບາຍ ​ແຕ່​ກໍ່​ຍັງ ​ບໍ່​ເຂົ້າ​ໃຈ. ​ແຕ່​ລະ ​ຄອບຄົວ ​ກໍ່​ຕ້ອງການ ​ເອົາ​ເງີ​ນ ​ແບບ​ແຕກ​ຕ່າງ​ກັນ ຫຍຸ້ງ​ຍາກ ​ສັບສົນ ​ໃນ​ການ​ເບີກ​ເງີ​ນ ຄ່າ​ທົດ​ແທນ ​ແກ່​ຂະ​ເຈົ້າ. ທ່າ​ນກ່າວ​ເພີ້​ມ ອີກ​ວ່າ:

“ສີ່​ໃຫ້ ​ໄດ້​ຈ່າຍ​ໃຫ້​ຫມົດ ​ທຸກ​ຄົນ ຄົນ​ເປັນ​ພັນ ​ເປັນ​ໄປ​ບໍ່​ໄດ້ ຕ້ອງ​ເອົາ​ຕາມ ​ຫລັກການ ​ເງີ​ນທຸກ​ກີບ ​ທຸກ​ສະຕາງ ​ເຂົ້າບັນຊີ​ຫມົດ ຢາກ​​ໄດ້​ເທົ່າ​ໃດ ​ກໍ່​ໄປ​ຖອນ​ເອົາ ​ແລ້ວ​ມີ ​ແຕ່​ວ່າ ​​ໃຊ້​ໃຫ້​ ມັນ​ເປັນ​ປ​ໂຍດ ບໍ່​ແມ່ນ​ວ່າ​ ຖອນ​ມື້​ນີ້ ​ແລ້ວ​ໄປ​ກີ​ນ​ເຫລົ້າ ຫລີ້ນ​ສາວ ດົນ​ໄປ​ກໍ່ຫົມ​ດ.”

ຜູ້​ທີ່​ໄດ້​ຮັບ ​ຜົລກະທົບ ​ຈາກ ການ​ຂຍາຍ​ເຂື່ອນ​ ໄຟຟ້າ​ ເທີນ​ຫີນ​ບູນນັ້ນ ທາງ​ການ​ລາວ ຮ່ວມ​ດ້ວຍ​ ບໍຣີສັດ ຜູ້​ລົງ​ທືນ ກໍ່​ຈະ​ໃຫ້ ການ​ຊ່ອຍ​ເຫລື​ອ ​​ຫມົ​ດທຸກ​ຄົນ ​ໂດຍສະ​ເພາະ ການ​ຈັດ​ສັນ ​ທີ່ຢູ່​ອາສັຍ ບ່ອນ​ທຳ​ມາ​ຫາ​ກີ​ນ ​ໂຮງຫມໍ ​ໂຮງຮຽນ​​ ​ໃຫມ່​ໃຫ້.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.