ທົດລອງ ແລ່ນຈັກປັ່ນໄຟຟ້າ ນໍ້າເທີນ 2

ເຂື່ອນນ້ຳເທີນ 2 ເຣີ່ມແລ່ນເຄື່ອງຈັກ ເປັນກາຣທົດລອງ ເທື່ອທຳອິດ ແລະ ຄາດວ່າ ຈະສາມາດ ຜລິຕໄຟຟ້າໄດ້ ເຕັມກຳລັງ ພາຍໃນ ເດືອນທັນວາປີ 2009 ນີ້.
ຫວາດ ສີມມູນ
2009.07.02

ເຂື່ອນໄຟຟ້າ ນ້ຳເທີນ 2 ​ໄດ້ເຣີ່ມແລ່ນ ເຄື່ອງຜລິຕ ກະແສໄຟຟ້າ ເພື່ອສົ່ງຂາຍ ເຂົ້າສູ່ຣະບົບເຄືອຂ່າຍຜູ້ຊື້ເປັນທີ່ຮຽບຮ້ອຍແລ້ວ ​​ແຕ່ມື້ວັນທີ່ 24 ມີຖຸນາ ຜ່ານມາແລະ ມີກາຣຢືນຢັນວ່າຈະໃຫ້ສາມາດ ຜລິໄຟຟ້າ ໄດ້ເຕັມກຳລັງ 1,070 ​ເມກາວັຕ ຕາມກຳໜົດພາຍໃນເດືອນທັນວາ 2009 ນີ້ ດັ່ງທ່ານ ສຸຣີວົງ ດາລາວົງ ຣັຖມົນຕຣີ ກະຊວງພລັງງານ ແລະ ບໍ່ແຮ່ ໄດ້ເປີດເຜີຽ ຢູ່ກອງປະຊຸມສະພາແຫ່ງຊາຕ ສມັຍສາມັນຄັ້ງທີ່ 7 ​ໃນມື້ວັນ ສຸກຜ່ານມານີ້ ວ່າ:

ໂຄງກາຣໄຟຟ້າ ນ້ຳເທີນ 2 ​ໄດ້ຜລີໄຟຟ້າ ເມກາວັຕ ທຳອີດ ຫລືວ່າ ກິໂລວັຕໂມງທຳອິດ ແລະ ໄດ້ຂາຍເຂົ້າສູ່ຣະບົບ ຕາຂ່າຍ ຂອງຜູ້ຊື້ ເປັນທີ່ຮຽບຮ້ອຍແລ້ວແຕ່ວ່າ ຫາກະແມ່ນໜ່ວຍຈັກ ໜ່ວຍທີ່ 1 ​ໃນຈຳນວນ 6 ​ເຄື່ອງຈັກແລະຢືນຢັນວ່າເດືອນ 12 ຂອງປີນີ້ ພວກເຮົາ ຈະສາມາດຜລິໄດ້ໝົດທຸກໜ່ວຍ ແລະ ເອົາເຂົ້າສູ່ຣະບົບ ກາຣຊື້ຂາຍເປັນປົກຕິ

ໂຄງກາຣສ້າງເຂື່ອນ ໄຟຟ້ານ້ຳເທີນ 2 ດັ່ງກ່າວມີມູລຄ່າ ກາຣລົງທຶນ ສ້າງເຖີງ 1,200 ລ້ານດອລລາຣ໌ສະຫະຣັຖແລະ ໄດ້ເຣີ່ມລົງມື ກາຣກໍ່ສ້າງແຕ່ກາງປີ 2005 ​ເປັນຕົ້ນມາແລະ ໃນເມື່ອຫາກສ້າງ ສຳເຣັຈເປັນທີ່ຮຽບຮ້ອຍ ທຸກຢ່າງແລ້ວນັ້ນ ທາງກາຣລາວຈະສົ່ງຂາຍ ກະແສໄຟຟ້າ ໃຫ້ແກ່ທາງກາຣໄທຽເຖີງ 95% ຂອງຜົລກາຣຜລິຕ ທັງໝົດ ຕາມທີ່ໄດ້ມີກາຣຕົກລົງກັນຊື່ງທາງກາຣ ທະນາຄານໂລກ ກໍວ່າຈະເປັນກາຣສ້າງຣາຍຮັບໃຫ້ແກ່ ທາງກາຣລາວ ບໍ່ຕໍ່າກວ່າ 34 ລ້ານດອລລາຣ໌ ຕໍ່ປີໃນຣະຍະ 10 ປີທຳອີດແລະວ່າ ໂຄງກາຣນ້ຳເທີນ 2 ດັ່ງກ່າວ ຈະສ້າງຣາຍໄດ້ ໃຫ້ແກ່ທາງກາຣລາວ ເຖີງ 2,000 ລ້ານດອລລາຣ໌ ໃນຣະຍະ 25 ປີ.

ຢ່າງໃດກໍຕາມ ໂຄງກາຣໄຟຟ້າ ນ້ຳເທີນ 2 ​ແຫ່ງນີ້ ທາງກາຣ ສປປລາວ ກໍໄດ້​​ໂຍກຍ້າຍ ປະຊາຊົນ ກວ່າ 6,200 ຄົນ ອອກຈາກເຂຕພື້ນທີ່ ໄປອາສັຍຢູ່ບ່ອນໃໝ່ ທີ່ທາງກາຣ ຣັຖບາໄດ້ໃຫ້ຄວາມຊ່ວຍເຫລືອ​​ ເປັນກາຣຊົດເຊີຽ ທີ່ດິນ ແລະ ສົ່ງເສີມ ທາງດ້ານກາຣກະເສຕກາຣລ້ຽງສັຕ ກາຣໃຊ້ໂຍຊ ຈາກປ່າໄມ້ແລະ ກາຣປະມົງ​ ​ໃນອ່າງເກັບນ້ຳນັ້ນ ນຳດ້ວຍ.

ກ່ຽວກັບເຣື່ອງນີ້ ຫວ່າງມໍ່ມານີ້ ທາງເຈົ້າໜ້າທີ່ ຈາກໂຄງກາຣ ແມ່ນ້ຳເພື່ອຊີວີຕຫລື SEARIN ຂອງໄທຽໄດ້ລົງສຳຣວຈ ຕາມພື້ນ ຂອງກາຣຈັດສັນແຫ່ງໃໝ່ ແລະ ພົບວ່າຊາວບ້ານ ສ່ວນໜື່ງໃຫ້ຄຳເຫັນວ່າ ກາຣຈັດສັນພື້ນທີ່ດີນ ຄອບຄົວລະ 0.66 ​ເຮກຕ໊າຣ໌ນັ້ນ ບໍ່ພຽງພໍກັບຄວາມຕ້ອງກາຣ ເພື່ອທຳມາຫາກິນແລະ ບັນຫາທີ່ວ່າ ຊາວບ້ານໆໂພນຄຳເມືອງມະຫາໄຊ ທີ່ໄດ້ຮັບຜົລກະທົບຈາກກາຣເນັ່ງສາຍໄຟຟ້ານັ້ນ ກໍຍັງບໍ່ທັນໄດ້ ຮັບຄ່າຊົດເຊີຽ ພ້ອມກັບບໍ່ທັນມີບ່ອນ ທຳມາຫາກິນເທື່ອ ຈົນເທົ່າປັຈຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.