ມູນຄ່າ ການກໍ່ສ້າງເຂື່ອນ ໃນລາວ ສູງຂຶ້ນ

ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ຫລື EGat ຣະບຸວ່າ ໄທ ອາດຈະຊື້ ໄຟຟ້າ ຈາກລາວ ໃນຣາຄາສູງ ໃນອະນາຄົດ ເປັນເພາະວ່າ ວັສດຸ ການກໍ່ສ້າງ ຂື້ນຣາຄາ ໃນການສ້າງເຂື່ອນໄຟຟ້າ ໃນລາວ.
ຊິດນີ ຣາຍງານ
2008.07.15

ທ່ານ ພອນ​​ໄຊ ຣຸສີ​ປະພາ, ​ເອກ​ອະທິບໍດີ ກະຊວງ ພະລັງ​ງານ ​ຂອງ​ໄທ ພ້ອມ​ທັງ ​ເປັນປະທານ ບໍຣີຫານ ການ​​ໄຟຟ້າ ​ຝ່າຍ​ຜລິດ​ ແຫ່ງ​ປະ​ເທດ​ໄທ ​ເວົ້າວ່າ ຣາຄາ ຕົ້ນທຶນ​ແພງ ​ໃນ​ການ​ສ້າງ​ເຂື່ອນ ​ໃນ​ທີ່​ສຸດ ບໍຣີສັດ ຜູ້​ກໍ່ສ້າງ ​ກໍ່​ມາ​ເຈຣະຈາ​ກັບ ອົງການ Egat ​ເພື່ອຂຶ້ນຣາຄາ ​​ໄຟຟ້າ ຈາກ​ເຂື່ອນ​​ໄຟຟ້າ 4 ​ແຫ່ງ ​ທີ່​ອົງການ Egat ລົງ​ນາມ ກັບ​ ລາວ, ​ໃນ​ນັ້ນ ກໍ່​ມີ​ເຂື່ອນ​​ໄຟຟ້າ ນ້ຳງຽບ, ນ້ຳອູ ,ນ້ຳ​ເທີນ​ນື່ງ ​ແລະ​ນ້ຳງື່ມ 3 ​ເປັນ​ຕົ້ນ.

ທ່ານ​ວ່າ ຫລັງ​ຈາກ ​​ໂອ້​ລົມ ​ກັບ​ຝ່າຍ​ລາວ ກ່ຽວ​ກັບ ​ການ​ຂຶ້ນຣາຄາ ວ່າງ​ມໍ່​ໆ ມາ​ນີ້ ທາງ​ການ​ລາວ ຍັງ​ຈະ​ເລື່ອນ​ເວລາ ​ໃນ​ການ​ສົ່ງ ກະ​ແສ​​ໄຟຟ້າ ມາ​ໄທ ​ໄປ​ອີກ​ນື່ງປີ ຕາມ​ທີ່​ກຳນົດ​​ໄວ້ ​ໃນ​ປີ 2023. ​ທາງ​ການ​ລາວ​ ກໍ່​​ສ​ເນີ ປະຣີມານ ການ​ຂາຍ​​ໄຟ້ຟ້າ ​ເພີ້​ມ​ໃຫ້​ໄທ​ອີກ ປະມານ ນື່ງພັນ​ ເມກ​ກາ​ວັດ ຈາກ​ເຂື່ອນ​​ໄຟຟ້າ ທີ່ຈະ​ສ້າງ ​ໃນ​ເຂດ​ພາກ​ໃຕ້​ຂອງລາວ. 

​ໃນ​ຂະນະ​ດຽວກັນ ບໍຣີສັດ ​​ໄຟຟ້າ ຣາສບຸຣີ ກໍ່​ໄດ້​ຕົກລົງ​ ຮ່ວມ​ຫຸ້ນ ​ກັບ ບໍຣີສັດ​ ​ລຸ່ມ​ແມ່ນ້ຳຂອງ​ລາວ, ບໍຣີສັດ ມາຣຸບີ​ນິ ຂອງ​ຍີ່​ປຸ່ນ ​ແລະ ບໍຣີສັດ ຣັດວິ​ສາ​ຫາ​ກິດ ​​ໄຟຟ້າ​ລາວ ​ເພື່ອຕັ້ງ ບໍຣີສັດ​ ບໍຣີຫານ ​ແລະ​ຜລີດ​ໄຟຟ້າ ຈາກ​ເຂື່ອນ​ໄຟຟ້າ ​ນ້ຳ​ງື່ມ 3 ຢ່າງ​ເປັນ​ທາງ​ການ ຊື່​ງບໍຣີສັດ ຣາສບຸຣີ ຈະຖື​ຫຸ້ນ 25%, GMS Laos 27%, Marubeni 25%​ ແລະ ​ບໍຣີສັດ ຮ່ວມຫຸ້ນ ຣັດວີ​ສາ​ຫາ​ກິດ ​​ໄຟຟ້າ​ລາວ 23%.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.