ໂຄງການ ຊ່ວຍເຫລືອ ເດັກປັນຍາອ່ອນ
2008.10.16
ທາງການລາວ ໄດ້ມີ ການຈັດກຸ່ມ ຜູ້ຟື້ນຟູ ເພື່ອເບິ່ງແຍງ ເດັກພິການ ຊໍ້າຊ້ອນ ແລະ ປັນຍາອ່ອນ ເມື່ອບໍ່ນານມານີ້ ໂດຍໄດ້ຮັບ ການຊ່ວຍເຫລືອ ຈາກສາກົນ ເພື່ອຊ່ວຍຟື້ນຟູ ຄວາມສາມາດ ຂອງພວກເຂົາ ຊຶ່ງມາຮອດເວລານີ້ ຍັງຢູ່ ລະຍະ ການທົດລອງ, ຕາມຄໍາເວົ້າ ຂອງ ດຣ.ປະເສີດ ໂພທິສານ ຮອງຜູ້ອໍານວຍການ ສູນຟື້ນຟູ ຄົນພິການ ແຫ່ງຊາດ ໃນນະຄອນຫລວງວຽງຈັນ.
“ໂຮງຮຽນ ສະເພາະ ປັນຍາອ່ອນ ຍັງບໍ່ມີ ແຫ່ງດຽວ ເຮົາທົດລອງຢູ່ ທົດລອງ ເປັນ kindergarden ມີເຈົ້າໜ້າທີ່ ໂຮງພະຍາບານ ຊ່ວຍກໍາກັບ ມີຢູ່ 23-24 ຄົນ.”
ສູນຟື້ນຟູ ເດັກພິການ ດັ່ງກ່າວ ຕັ້ງຂຶ້ນ ໃນຮູບແບບ ໂຮງຮຽນ ອະນຸບານ kindergarten ໃນໂຮງໝໍ ສູນກາງ ແຫ່ງນຶ່ງ ທີ່ນະຄອນວຽງຈັນ ໂດຍມີແພດ ຫລື ນາງ ພະຍາບານ ທີ່ໄດ້ຜ່ານ ການຝຶກອົບຮົມມາເປັນພິເສດນັ້ນ ຊ່ວຍກໍາກັບ-ເອົາໃຈໃສ່.
ປັຈຸບັນ ຢູ່ສູນ ມີເດັກພິການ-ປັນຍາອ່ອນ ຊໍ້າຊ້ອນ ຣະຫວ່າງ 30 ຫາ 40 ຄົນ ມີອາຍຸ ແຕ່ 5 ປີຫາ 17 ປີ. ກິຈກໍາຫລັກ ຂອງທາງໂຄງການ ກໍຄື ການຫລິ້ນກິລາ-ອອກກໍາລັງກາຍ ເພື່ອໃຫ້ຊ່ວຍຕົວເອງ ໄດ້ ໃນດ້ານຕ່າງໆ ແລະ ກໍເພື່ອໃຫ້ ຮູ້ສຶກ ວ່າ ຕົນມີຄຸນຄ່າ ບໍ່ເປັນພາລະ ຂອງສັງຄົມ.
ດຣ.ປະເສີດ ໂພທິສານ ກ່າວຕໍ່ໄປວ່າ:
“ສ່ວນມາກ ກິຈກໍາຫລັກ ຊ່ວຍເຂົາ ຝຶກແອບ ຟື້ນຟູເຂົາ ຢູ່ທີ່ບ້ານ ຕໍ່ມາ ໃຫ້ເຂົາສຶກສາ ເລົ່າຮຽນ ໝາຍຄວາມ ວ່າ ໃຫ້ເຂົາ ມີສ່ວນຮ່ວມຮຽນ ກັບໂຮງຮຽນ ທົ່ວໄປໄດ້.”
ທີ່ຜ່ານມາ ທາງການລາວ ກໍໄດ້ມີ ການເຜີຍແຜ່ ໃຫ້ຜູ້ປົກຄອງ ຂອງເດັກ ທີ່ມີຄວາມພິການ-ປັນຍາອ່ອນຊໍ້າຊ້ອນ ໃຫ້ເຂົ້າມາ ຮ່ວມໂຄງການ ເພື່ອຈະໄດ້ ເຂົ້າໃຈ ພຶຕິກໍາ ຂອງເດັກນັ້ນ ແລະ ໄດ້ຮັບ ການອົບຮົມ ທີ່ຖືກຕ້ອງ ຫລາຍຂຶ້ນຕື່ມ ເພາະຄອບຄົວ ມີບົດບາດ ສໍາຄັນຫລາຍ ໃນການໃຫ້ກໍາລັງໃຈ ແລະ ຊ່ວຍສົ່ງເສີມ ເດັກປັນຍາອ່ອນ ໃຫ້ມີ ຄຸນນະພາບ ຕໍ່ສັງຄົມ.