ຊ່ວງເຮືອ ສວັນນະເຂດ-ມຸກດາຫານ

ການແຂ່ງຂັນ ຊ່ວງເຮືອ ໃນງານອອກພັນສາ ຮອບຊີງຊະນະເລີດ ທີ່ແຂວງສວັນນະເຂດ ໃນມື້ນີ້ ເປັນໄປ ຢ່າງຄືກຄື້ນ ແລະ ມ່ວນຊື່ນ ສ້າງຄວາມສາມະຄີ ຣະຫວ່າງ ຊາວລາວ ແລະ ຊາວໄທ.
ຊິດນີ ຣາຍງານ
2008.10.15
FT-boatracing-03 ການແຂ່ງຂັນ ຊ່ວງເຮືອ ສວັນນະເຂດ-ມຸກດາຫານ
Photo by Jaruwan

ແຂວງ​ສວັນນະ​ເຂດ ​ໄດ້ຈັດ​ງານ ​ເທສການ ບຸ​ນອອກ​ພັນ​ສາ ​ເລີ້ມ​ແຕ່​ວັນ​ທີ 12 ​ເປັນຕົ້ນມາ ​ແຕ່​ໃນ​ວັນ​ທີ 14-15 ​ແມ່ນ​ການ​ແຂ່ງຂັນ​ ເຮືອ​ຊ່ວງ ຕາມ​ປະ​ເພນີ ​ເປັນ​ປະຈຳ ​ໃນ​ແຕ່ລະ​ປີ, ​ໃນ​ມື້​ນີ້ ​ແມ່ນ​ຮອບ ​ຊີ​ງ ຊະນະ​ເລີດ ​ໃນ​ການ​ແຂ່ງຂັນ ຊື່​ງມີ​ເຮືອ ຊ່ວງ​ຈາກ​ຝັ່ງ​ໄທ ມາ​ຮ່ວມ​ແຂ່ງຂັນ ​ນຳ​ດ້ວຍ.

​ທ່ານ ​ເຊົາ ສີ​ສຸກ ​ເຈົ້າຫນ້າ​ທີ່ ​ຈາກ​ຫ້ອງ​ການ ການທ່ອງທ່ຽວ ​ແຂວງ​ສວັນນະ​ເຂດ​ ເວົ້າວ່າ:

​“ເປັນ​ມື້​ຄ່ຳ​ນື່ງ ຫລື ​ມື້​ວັນ​ທີ 15 ​ເນີ້​ ແລ້ວ​ຈະ​ມີ​ຂະບວນ​ແຫ່ ​ເພາະ​​ແຂ່ງ​ເຮືອ ​ຈະ​ມີ​ສວັນ ກັບ​ ມຸກດາ​ຫານ ປະມານ 30 ກວ່າ​ລຳ ຊີງ​ຊະນະ​ເລີດ ​ຕອນ​ນີ້ ກຳລັງ​ຊີງ​ກັນ​ຢູ່”

ທ່ານ​ ​ໄດ້​ອະທິ​ບາຍ ​ເພີ້​ມອີກ​ວ່າ ​ໃນ​ຕອນ​ເຊົ້າ ຈະ​ມີ​ການ​ຟອ້ນລຳ​ ຢ່າງ​ສວຍ​ງາມ ຈາກ​ພາກສ່ວນ ​ຕ່າງໆ​ຂອງ​ແຂວງ, ​ເຮືອ​ທີ່​ເຂົ້າ​ແຂ່ງຂັນ​ ໃນ​ປີ​ນີ້ ມີ​ຢູ່ 30 ລຳ ຈາກ​ຫົວ​ເມືອງ​ຕ່າງໆ ​ຂອງ​ແຂວງ​ສວັນນະ​ເຂດ​ແລະ​ ຈາກ​ຝັ່ງ​ໄທ. ສຳລັບ​ ລາງວັນ​ນັ້ນ ຈະ​ປະກອບ​ດ້ວຍ ​ເງີ​ນສົດ ລາງວັນ​ກຽດຕິຍົດ ​ແລະ ​ລາງວັນ​ຊະນະ​ເລີດ ຫລາຍ​ກ່ວາ ​ປີ​ທີ່​ຜ່ານ​ມາ ​ເພາະ​ມີ​ຫລາຍ​ອົງການ ບໍຣິຈາກ​ ເງີ​ນຊ່ອຍ​ເຫລື​ອ ​ໃນ​ປີ​ນີ້.​

“​ໃນ​ງົປະມານ ບອກ​ໄດ້​ເລີຍ​ວ່າ ມີ​ຫລາຍ​ລ້ານ​ກີບ ​ເນື່ອງຈາກ​ວ່າ ຕ້ອງ​ເປັນ ​ລາງວັນ ຂອງຂວັນ​ ໃຫ້​ຝີ​ພາຍ ​ເພາະ ​ແຕ່​ລະ​ ຕອ້ງຍົກ​ຂື້ນ ຕາມ​ອັຕຣາຂື້ນ ​ຂອງ​ຄ່າ​ຄອງ​ຊີບ.”

​​ແຂວງ​ສວັນນະ​ເຂດ ​ແລະ ​ແຂວງ​ມຸກດາ​ຫານ ​ໄດ້​ຈັດ​ ງານ​ເທສການ ອອກ​ພັນ​ສາ ຊ່ວງ​ເຮືອ ​ຮ່ວມ​ກັນ​ມາ ແຕ່​ປີ 1988 ​ເພື່ອສ້າງ​ຄວາມ​ສຳພັນ​ ອັນ​ດີງາມ ຣະຫວ່າງ ປະຊາຊົນ ຂອງສອງ​ປະ​ເທດ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.