ຣາຄາ ນໍ້າມັນ ຫລຸດລົງ
2008.10.17
ສະຖານະການ ຣາຄານໍ້າມັນ ໃນລາວ ໂດຍສະເພາະ ຢູ່ນະຄອນຫລວງວຽງຈັນ ຫລຸດລົງ ຢ່າງຕໍ່ເນື່ອງ ເພາະ ຣາຄານໍ້າມັນ ຈາກໄທ ຫລຸດລົງ ສົ່ງຜົນໃຫ້ ລາວ ຄ່ອຍຫລຸດ ຣາຄານໍ້າມັນ ລົງ ນັບຕັ້ງແຕ່ ວັນທີ 8 ເດືອນ ຕຸລາ ປີ 2008 ເປັນຕົ້ນມາ.
ຜູ້ຈັດການ ປັ້ມນໍ້າມັນ ເພັດສວັນ ໃນນະຄອນຫລວງວຽງຈັນ ໃຫ້ລາຍລະອຽດວ່າ:
“ຂອງໄທ ແມ່ນລົງຕລອດ ແມ່ນບໍ່ ອັນນີ້ ປະມານ ສອງອາທິດ ພຸ້ນເດີ ຈຶ່ງລົງ ສອງອາທິດ ລົງເທື່ອນຶ່ງ ຄັນໄທລົງ ກໍຈະລົງອີກ ຊິລົງ ອີກ 2-3ມື້ ຫລັງນີ້ກໍ໊ລົງແລ້ວເດ ຕົວ ເອດຊັງ 9,590 ກີບ ກາຊວນ 9,010 ກີບ”
ຣາຄາ ນໍ້າມັນ ໃນລາວ ທຸກປະເພດ ຫລຸດລົງ ສະເລັ່ຍ ລິດລະ 330 ກີບ ຕັ້ງແຕ່ ວັນທີ 8 ເດືອນ ຕຸລາ ປີ 2008 ເປັນຕົ້ນມາ ເພາະທາງໄທ ລົດຣາຄາ ເພາະລາວ ນໍາເຂົ້ານໍ້າມັນ ສ່ວນໃຫຍ່ ຈາກໄທ ຊຶ່ງປັດຈຸບັນນີ້ ຄາດວ່າ ຈະຫລຸດລົງໄປ ອີກຊົ່ວລະຍະນຶ່ງ ຕາມແນວໂນ້ມ ຣາຄານໍ້າມັນ ຂອງໂລກ ແລະ ຂອງໄທ. ຊຶ່ງປະຊາຊົນ ທົ່ວໄປ ທີ່ໃຊ້ນໍ້າມັນ ຮູ້ສຶກ ຍິນດີ ດັ່ງນາງ ໄດ້ເວົ້າອີກ ວ່າ:
“ປະຊາຊົນ ບໍ່ຢາກໃຫ້ປັບຂື້ນໃດ໊ ເພິ່ນວ່າ ດີແລ້ວລົງໂລດ ວ່າຊີນ່າ ລົງມາ ເພິ່ນກໍວ່າ ມັນດີ ບໍ່ຢາກໃຫ້ປັບຂື້ນ ນີ່ເບິ່ງຂ່າ ຄັນໄທລົງ ລາວກໍລົງ ລົງນໍາກົ້ນໂລດ ມີແຕ່ວ່າ ສົມມຸດວ່າ ລົງມື້ນີ້ ເພິ່ນກໍ ໂທມາບອກ ເຮົາປັບລົງໂລດ.”
ຣາຄານໍ້າມັນ ກ່ອນທີ່ ຈະມີການຫລຸດລົງ ແອັດຊັງ ພິເສດ ຈະຕົກ ຢູ່ 11,130 ຫາ 11,240 ກີບ ຕໍ່ລິດ, ແອັດຊັງ ທັມມະດາ 10,430 ຫາ 10,620 ກີບ ຕໍ່ລິດ, ກາຊວນ ຫລື ດີໂຊ 9,380 ຫາ 9,610 ກີບຕໍ່ລິດ. ຫລັງຈາກນັ້ນ ກໍມີ ການຂື້ນໆລົງໆ ຢູ່ຕລອດເວລາ. ກາງເດືອນ ກັນຍາ ຫາ ຕຸລາ ກໍມີການ ຫລຸດລົງ ຢ່າງຕໍ່ເນື່ອງ ຄື ແອັດຊັງ ລິດລະ ປະມານ 9,590 ກີບ ຕໍ່ລິດ ແລະ ກາຊວນ 9,010 ກີບ ຕໍ່ລິດ.