ເຣື້ອງທີ່ເກັບບັນທຶກໄວ້
2022-11-16
ການຫລຸດລົງ ແລະ ຕາຍໄປຂອງປາຂ່ານ້ໍາຈືດ ໃນເຂດວັງສງວນແມ່ນ້ໍາຂອງ ຢູ່ເມືອງໂຂງ ແຂວງຈໍາປາສັກ ເຮັດໃຫ້ຊາວບ້ານ ທີ່ມີວິຖີຊີວິຕ ຕິດພັນກັບການທ່ອງທ່ຽວ ຕ້ອງປັບໂຕໃໝ່ ເພາະວ່າ ຂາດຣາຍໄດ້ຈາກການນຳພາ ນັກທ່ອງທ່ຽວ ໄປເບິ່ງປາຂ່ານ້ຳຈືດ.
2022-11-16
ຕຳຣວດ ສູນປາບປາມ ການລັກລອບ ຕັດໄມ້ ທຳລາຍປ່າ ຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ຂອງໄທຍ ໄດ້ຈັບ ຊາຍໄທຍ ທີ່ຕ້ອງສົງສັຍ ລັກລອບ ນ້ຳເສືອໂຄ່ງ ສາຍພັນເບັງກໍລ໌ ຈາກ ປະເທດລາວ ເຂົ້າໄປຂາຍ ໃນປະເທດໄທຍ.
2022-11-15
ເຈົ້າຂອງໂຮງແຮມ ແລະເຮືອນພັກ ຈຳເປັນຕ້ອງໄດ້ຂຶ້ນລາຄາ ຄ່າຫ້ອງ ເພາະເປັນຣະດູ ນັກທ້ອງທ່ຽວ ມາທ່ຽວຫຼາຍ ຫຼື ໄຮຊີຊັນ (High Season), ສິ່ງສຳຄັນ ສິ້ນຄ້າແພງຂຶ້ນ, ເງິນກີບເຟີ້ ແລະອ່ອນຄ່າລົງຫຼາຍ ກາຍເປັນຕົ້ນທຶນທີ່ສູງ ຊຶ່ງເປັນສາຍເຫດຕົ້ນໆ ໃນການຂຶ້ນລາຄາ.
2022-11-15
ສະຫະຣັຖ ອາເມຣິກາ ຊ່ອຍສ້າງໂຮງຮຽນ ມັທຍົມສົມບູນ ສີວິໄລ ຢູ່ເມືອງໄຊບົວທອງ ແຂວງຄໍາມ່ວນ, ເປັນອາຄານ 2 ຊັ້ນ, 8 ຫ້ອງຮຽນ, ມີຄວາມສະດວກ ສໍາລັບນັກຮຽນ ແລະຄຣູ-ອາຈານ ຊຶ່ງມູນຄ່າ ການກໍ່ສ້າງ ທັງໝົດ 646,000 ໂດລ້າຣ໌ສະຫະຣັຖ.
2022-11-15
ເກີດເຫຕຄົນງານຈີນຫຼາຍຄົນ ລຸມຕີຄົນລາວ ຢູ່ໂຮງງານຈີນແຫ່ງນຶ່ງ ເຂດເມືອງເຊໂປນ ແຂວງສວັນນະເຂດ ແຕ່ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດລະບຸໄດ້ວ່າ ເປັນຍ້ອນຫຍັງ ແຕ່ບໍ່ວ່າສາເຫຕ ຈະມາຈາກຫຍັງກໍຕາມ ນີ້ບໍ່ແມ່ນເທື່ອທຳອິດ ທີ່ຄົນລາວຖືກກະທຳ ແລ້ວກໍມິດງຽບໄປ ໂດຍອຳນາດ ການປົກຄອງ ບໍສາມາດປົກປ້ອງ ປະຊາຊົນຂອງຕົນໄດ້.
2022-11-15
ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກາຍເປັນປະຕູ ການຄ້າຢາເສບຕິດ ທີ່ສ່ວນໃຫຍ່ ມາຈາກປະເທດພະມ້າ, ແຕ່ ປີ 2021 ມາຮອດປັດຈຸບັນ, ຕໍາຣວດເມືອງນີ້ ຍຶດຢາບ້າໄດ້ 49 ລ້ານປາຍເມັດ, ຢາໄອ້ຊ໌ 501 ກິໂລ, ຢາເຄຕາມິນ 67 ກິໂລ ລວມສິ່ງຂອງ ທີ່ໃຊ້ອຳນວຍຄວາມສະດວກ ໃນການຂົນຢາເສບຕິດ ອີກຫຼາຍຣາຍການ.
2022-11-15
ອົງການຈັດຕັ້ງ ພາກປະຊາສັງຄົມຂອງໄທຍ ຈັດງານລຳລຶກ ເຖິງຄຸນງາມຄວາມດີ ຂອງທ່ານ ສົມບັດ ສົມພອນ ໃນໂອກາດ ໃກ້ຈະຄົບຮອບ 10 ປີ ທີ່ທ່ານ ຖືກລັກພາໂຕ ຊຶ່ງທີ່ຜ່ານມາ ຫຼາຍພາກສ່ວນ ໄດ້ຮຽກຮ້ອງໃຫ້ ທາງການລາວ ຕິດຕາມແລະຣາຍງານ ຄວາມຄືບໜ້າ ແຕ່ທາງການລາວ ໃຊ້ວິທີມິດງຽບ.
2022-11-14
ປະກອບການ ໃນປະເທດລາວ ກໍຍັງລໍຖ້າມາຕການ ແກ້ໄຂຂອງ ພາກຣັຖບານ ກ່ຽວກັບການຄວບຄຸມ ເງິນເຟີ້ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ ແລະຕອນນີ້ ຍັງປະຄອງທຸຣະກິຈ ໄປໄດ້ຢູ່ ແຕ່ໃນອະນາຄົຕ ອັນໃກ້ນີ້ອາຈມີຫລາຍກິຈການ ຕ້ອງໄດ້ປິດການດຳເນີນ ທຸຣະກິຈໄປ.
2022-11-14
ປັຈຸບັນ ຄົນວຽດນາມ ແລະ ຈີນ ເປີດຮ້ານຮັບ ຊື້-ຂາຍ ເຫລັກເສດ ຫລາຍຂຶ້ນ ເຊິ່ງເປັນການຍາດອາຊີພຄົນລາວ ຂະນະທີ່ຊາວລາວ ຢາກໃຫ້ທາງການຄວບຄຸມ ແລະ ແກ້ໄຂ ເນື່ອງຈາກ ມີຜົລກະທົບຕໍ່ ຮ້ານຄ້າ-ຂາຍ ເຫລັກເສດ ຂອງຄົນລາວ ແລະ ເກີດບັນຫາ ຄົນລັກເຫລັກໄປຂາຍ ກາຍເປັນບັນຫາສັງຄົມ.
2022-11-14
ທາງການລາວ ສາມາດຊ່ອຍເຫລືອ ຜູ້ຕົກເປັນເຫຍື່ອ ການຄ້າມະນຸສ ຢູ່ແຂວງບໍ່ແກ້ວໄດ້ 1,225 ຄົນ, ຢ່າງໜ້ອຍ 13 ສັນຊາຕ ຂະນະທີ່ຄົນລາວ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການ ປາບປາມຂະບວນການ ຄ້າມະນຸສ ຢ່າງເຂັ້ມງວດຕື່ມ.
2022-11-14
ຄຣູສອນສາສນາ ຄຣິສຕຽນລາວ ຢູ່ແຂວງຄໍາມ່ວນ ຖືກຄາຕກັມ ຢ່າງໂຫດຫ້ຽມ, ສາເຫດຍັງ ຢູ່ລະຫວ່າງການສືບສວນ ສອບສວນ ແຕ່ຊາວບ້ານ ເຊື່ອວ່າເປັນຍ້ອນການເຄື່ອນໄຫວ ທາງດ້ານສາສນາ ຊຶ່ງທີ່ຜ່ານມາ ທ່ານເອງ ກໍຖືກຈັບ ຍ້ອນສາເຫດ ການປະກອບພິທີກັມ ທາງສາສນາຄຣິສຕຽນ.
2022-11-14
ການສເລີມສລອງ ວັນນັກຣົບເກົ່າ ຫຼື Veterans Day ຂອງສະຫະຣັຖ ອາເມຣິກາ ທີ່ຈັດຂຶ້ນ ໃນວັນຄົບຮອບ ການສິ້ນສຸດລົງ ຂອງສົງຄາມໂລກຄັ້ງທີ 1 ໃນວັນທີ 11 ພຶຶສຈິກາ; ເພື່ອເປັນກຽດແກ່ ນັກຣົບເກົ່າ ແລະ ຜູ້ເຄາະຮ້າຍ ຈາກສົງຄາມ ທັງຫມົດ ເຊິ່ງໄດ້ປ່ຽນມາຈາກ ວັນຢຸດຍິງ ໃນປີ 1954.
2022-11-13
ການເສພ, ການຄ້າຂາຍ ແລະ ຂົນສົ່ງຢາເສພຕິດ ໃນສປປລາວ ໄດ້ຣະບາດ ແລະ ແຜ່ລາມ ຈາກໂຕເມືອງໄປສູ່ ຊົນນະບົດ, ຊຶ່ງເປັນບັນຫາທ້າທາຍ ໃນການປະຕິບັດ ວາລະແຫ່ງຊາຕ ແກ້ໄຂຢາເສພຕິດ.
2022-11-13
ເຖິງແມ່ນວ່າ ການໂຕ້ຖຽງກັນ ໃນຄນະຣັຖບານຜສົມ ມີຢູ່ຕລອດມາ ກໍຕາມ, ແຕ່ສຸດທ້າຍ ເຫຕການອ້ອມຂ້າງ ກໍບັງຄັບ ໃຫ້ຝ່າຍຣັຖບານວຽງຈັນ ຈໍາຕ້ອງຍອມຮັບ ຂໍ້ສເນີ ຂອງຝ່າຍແນວລາວຮັກຊາຕ ທຸກປະການ.
2022-11-12
ຊີວິຕ ຂອງທ່ານ ວິຣະບູນ ໂສກັນທອງ ໃນໄລຍະກ່ອນ ແລະ ເບື້ອງຕົ້ນ ຂອງການຖືກເອົາໄປ ສັມມະນາ ຢູ່ແຂວງຊຽງຂວາງ ຊຶ່ງຂະນະນີ້ ກໍາລັງຂຽນປື້ມ “ທະຫານຄົນສຸດທ້າຍ ບົນສາຍທາງ ມໍຣະນະ ເລຂ 7”.