ເຣື້ອງທີ່ເກັບບັນທຶກໄວ້
2009-06-02
ຊາຕາກັມ ຂອງຊາວມົ້ງລາວ ຊຶ່ງປັດຈຸບັນ ນີ້ຍັງຖືກກັກ ຢູ່ໃນສູນ ບ້ານຫ້ວຍນ້ຳຂາວ ຂອງໄທນັ້ນ ຈະເປັນໄປ ແນວໃດ ໃນຂະນະທີ່ ທາງການລາວ ແລະໄທຖືວ່າ ພວກຂະເຈົ້າເປັນ ຄົນເຂົ້າເມືອງ ຜິດກົດໝາຍ ແລະຈະຕ້ອງ ຖືກສົ່ງກັບລາວ ແຕ່ໃນນັ້ນ ມີຈຳນວນ ບໍ່ໜ້ອຍ ປະກາດວ່າ ບໍ່ຍອມກັບ ຍ້ອນຢ້ານຖືກ ທາງການລາວ ປະຫັດປະຫານ.... ຈຳປາທອງ ມີບົດຄວາມ ມາສເນີທ່ານ.
2009-06-02
ເຈົ້າໜ້າທີ່ລາວ ຢັ້ງຢືນວ່າ ສາເຫດທີ່ ເກີດພັຍນ້ຳຖ້ວມ ເປັນເພາະພັຍ ທັມມະຊາດ ບໍ່ແມ່ນຍ້ອນ ເຂື່ອນກັ້ນນ້ຳຂອງຈີນ ພຽງຢ່າງດຽວ.
2009-06-02
ທາງການ ລາວ ຕົກລົງໃຫ້ ບໍຣິສັດ ເອກຊົນໄທ ສຶກສາຂໍ້ມູນ ໃນໂຄງການ ສ້າງເຂື່ອນ ໃສ່ແມ່ນ້ຳຂອງອີກ.
2009-06-02
ແຫລ່ງຂ່າວ ທາງການໄທ ຣາຍງານເມື່ອ ວັນທີ່ 1 ມິຖຸນາ ນີ້ວ່າ ໄທ ປະກາດຈະຊື້ ໄຟຟ້າຈາກ ສປປລາວ ໜ້ອຍລົງ ໃນລະຍະ 12 ປີຂ້າງໜ້າ. ຍ້ອນຄວາມຕ້ອງການ ໄຟຟ້າຫລຸດລົງ ແລະການຂຍາຍ ຕົວທາງດ້ານ ເສຖກິດ ຂອງໄທ ກໍຕົກຕ່ຳ.
2009-06-02
ໂຄງການສ້າງເຂື່ອນ ຂນາດໃຫຍ່ ອັນດັບນື່ງ ໃນລາວ ດັ່ງເຂື່ອນ ນ້ຳເທີນສອງ ຈະບໍ່ເສັດສີ້ນ ຕາມກຳນົດເວລາ ທີ່ວາງໃວ້ ອີງຕາມຄຳ ໃຫ້ການຂອງ ໂຄສົກ ບໍຣີສັດ ບໍຣິຫານ ເຂື່ອນນ້ຳເທີນສອງ
2009-06-01
ຣັຖບານໄທ ໃຫ້ຄວາມເຊື່ອ ຫມັ້ນວ່າ ຊາວມົ້ງລາວ ຈາກບ້ານ ຫ້ວຍນ້ຳຂາວທີ່ ຖືກສົ່ງກັບຄືນໄປລາວ ນັ້ນຈະໄດ້ຮັບ ຄວາມປອດພັຍ
2009-06-01
ກັມມະການ ສິດທິມະນຸສ ໄທ ຮຽກຮ້ອງໃຫ້ ຣັຖບານໄທ ເປີດໂອກາດ ໃຫ້ອົງການ ທີສາມ ລະຫວ່າງປະເທດ ເຂົ້າໄປໃນສູນ ກັກຂັງຊາວລາວ ເຜົ່າມົ້ງ ຢູ່ບ້ານຫ້ວຍ ນ້ຳຂາວ
2009-06-01
ໃນວັນທີ 12ຫາ14 ພືສພາ ທີ່ຜ່ານມາ ທ່ານ ຈຸມມາລີ ໄຊຍະສອນ ປະທານປະເທດ ສປປລາວ ໄດ້ເດີນທາງໄປ ຢ້ຽມຢາມ ຣາຊອານາຈັກ ໄທ ຢ່າງເປັນທາງການ ນັບວ່າເປັນ ບາດກ້າວທີ່ ສຳຄັນ ໃນການພົວພັນ ຣະຫວ່າງ ສອງປະເທດ ຊຶ່ງເປັນ ສະມາຊິກ ກຸ່ມອາຊ້ຽນ ແລະ ມີບົດບາດ ໃນການພັທນາ ດ້ານເສຖກິດ ແລະ ດ້ານການເມືອງ ຢູ່ພູມີພາກ... ເຊີນທ່ານຮັບຟັງ ບົດຄວາມ ປະຈຳສັປດາ ຂອງພວກເຮົາໄດ້ ໃນອັນດັບ ຕໍ່ໄປ. ສເນີໂດຍ : ພົງສວັນ
2009-06-01
ໃນຂະນະທີ່ ປ່າໄມ້ ແລະຕົ້ນໄມ້ ກຳລັງ ຖືກທຳລາຍ ຢ່າງວ່ອງໄວ ຢູ່ລາວ ເສື້ອກໍຕ້ອງ ດິ້ນຮົນເພື່ອ ຢູ່ລອດ ຕ້ອງຕໍ່ສູ້ກັບ ຄົນທີ່ຊອກຫາ ຈັບແລະຂ້າ ເພື່ອຂາຍເປັນ ສິນຄ້າ ແລະຕ້ອງຊອກ ຫາຢູ່ຫາກິນ.
2009-06-01
ກະຊວງ ພະລັງງານ ຂອງໄທ ຍໍ້າເຂື່ອນປາກຊົມ ຫລືເຂື່ອນຜາມອງ ຢູ່ຣະຫວ່າງ ການສຶກສາ ພຽງເທົ່ານັ້ນ ຫາກຍັງບໍ່ມີ ແຜນການ ກໍ່ສ້າງໃດໆ.
2009-06-01
ບໍຣີສັດ ຜລີດ ແລະ ຈຳຫນ່າຍເຫັລກເສັ້ນ ໃນລາວ ໄດ້ຮັບຜົລ ກະທົບຈາກ ການນຳເຂົ້າ ເຫລັກເສັ້ນ ທີ່ຜິດກົດຫມາຍ ຂໍຮອ້ງໃຫ້ ຮັຖບານ ຊ່ອຍປາບປາມ ການກະທຳ ດັ່ງກ່າວ.