ລາວໃຫ້ໄທ ສຶກສາຂໍ້ມູນ ສ້າງເຂື່ອນ
2009.06.02
ເຈົ້າໜ້າທີ່ຜແນກ ພະລັງງານ ແລະບໍ່ແຮ່ ແຂວງຈຳປາສັກ ເປີດເຜີຍວ່າ ຫລັງຈາກທີ່ ຣັຖບານລາວ ໄດ້ເຊັນບັນທຶກ ຂໍ້ຕົກລົງກັບ ບໍຣິສັດ ພະລັງງານ ແລະນ້ຳ ຈາກປະເທດໄທ ເມື່ອເດືອນ ເມສາ ປີ2008 ອະນຸມັດໃຫ້ ມີການສຳຣວດ ຄວາມເປັນໄປໄດ້ ໃນໂຄງການສ້າງ ເຂື່ອນຜລິດກະແສ ໄຟຟ້າ ລາດເສືອ ໃສ່ແມ່ນ້ຳຂອງ ໃນແຂວງ ຈຳປາສັກ ຊຶ່ງໂຄງການ ດັ່ງກ່າວກໍໄດ້ ເລີ້ມສຳຣວດ ໃນປີນີ້ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງກ່າວວ່າ:
"ເອ່ລາດເສືອ ນີ້ມັນ ກຳລັງເລີ້ມ ຄັນຊີເວົ້າເລີ້ມ ແທ້ໆກໍແມ່ນເລີ້ມ ໃນປີນີ້ແຫລະ ປີ2009 ສໍາຣວດເຣື້ອງ ເສຖກິດສັງຄົມ ອີ່ຫຍັງຕ່າງໆ ກ່ອນຊິລົງທຶນ ກ່ອນຈະຕັດສີນ ໃຈກັນວ່າຄວາມ ເປັນໄປໄດ້ ຂອງໂຄງການ ມັນມີຊໍ່າໃດເນາະ."
ທ່ານເວົ້າຕໍ່ອີກ ວ່າການສຳຣວດ ຈະໃຊ້ເວລາ 18ເດືອນ ແລະຄາດວ່າຈະ ໃຫ້ແລ້ວພາຍໃນ ປີ2010ນີ້. ໂຄງການນີ້ແມ່ນ 1ໃນ7 ທີ່ທາງ ຣັຖບານລາວ ໄດ້ອະນຸມັດ ໃຫ້ບໍຣິສັດ ເອກຊົນ ເຂົ້າມາສຳຣວດ. ນອກຈາກນີ້ ໂຄງການດັ່ງກ່າວ ເປັນໂຄງການສ້າງ ເຂື່ອນໃສ່ ແມ່ນ້ຳຂອງ ອັນທີ3 ໃນແຂວງ ຈຳປາສັກ ຕໍ່ຈາກເຂື່ອນ ດອນສະຫົງ ແລະເຂື່ອນບ້ານກຸ່ມ ຊຶ່ງທັງສອງແຫ່ງ ກໍຍັງຢູ່ໃນ ຣະຫວ່າງການ ສຶກສາ ຄວາມເປັນໄປໄດ້ ເຊັ່ນກັນ.
ຕາມຄວາມຄາດ ໝາຍແລ້ວ ເຂື່ອນຜລິດ ກະແສໄຟຟ້າ ລາດເສືອ ຈະສາມາດຜລິດ ກະແສໄຟຟ້າ ໄດ້ປະມານ 800 ເມກກະວັດ ຊຶ່ງຈະໃຫ້ ທາງບໍຣິສັດ ສັມປະທານ ໃນລະຍະ 30ປີ ແລະໄຟຟ້າ ທີ່ຜລິດໄດ້ ຈະສົ່ງຂາຍໃຫ້ ແກ່ປະເທດໄທ ທັງໝົດ.
ເຖິງຢ່າງໃດ ກໍດີ ທາງການລາວ ແລະບໍຣິສັດ ທີ່ເຂົ້າມາ ສຳຣວດ ກໍຍັງໄດ້ຖືກ ຕໍ່ຕ້ານປະທ້ວງ ຈາກທາງເອກຊົນ ນາໆຊາດ ທີ່ພະຍາຍາມ ຫາວິທີທາງ ຍັບຍັ້ງ ໂຄງການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ເພາະພວກຂະເຈົ້າ ເຊື່ອວ່າຫາກມີ ການສ້າງແທ້ ກໍຈະເປັນ ການເລັ່ງໃຫ້ເກີດ ຜົນສະທ້ອນ ແລະ ທຳຮ້າຍຕໍ່ ຣະບົບນິເວດ ຂອງແມ່ນ້ຳສາຍ ນາໆຊາດນີ້ ຢ່າງຫລວງຫລາຍ ແລະໄວຂື້ນ.