ເຂຶ່ອນນ້ຳເທີນສອງຍັງບໍ່ແລ້ວ

ໂຄງການສ້າງເຂື່ອນ ຂນາດໃຫຍ່ ອັນດັບນື່ງ ໃນລາວ ດັ່ງເຂື່ອນ ນ້ຳເທີນສອງ ຈະບໍ່ເສັດສີ້ນ ຕາມກຳນົດເວລາ ທີ່ວາງໃວ້ ອີງຕາມຄຳ ໃຫ້ການຂອງ ໂຄສົກ ບໍຣີສັດ ບໍຣິຫານ ເຂື່ອນນ້ຳເທີນສອງ
ໂພໄຊສວັດ
2009.06.02
F-Nam-Theun2 ເຂຶ່ອນນ້ຳເທີນສອງກຳລັງສ້າງແຂ່ງກັບເວລາຍ້ອນຝົນ ຕົກໜັກໃນປີຜ່ານມາຈຶ່ງເຮັດໃຫ້ການກໍ່ສ້າງມີອຸປສັກ (ຮູປນີ້ຖ່າຍເດືອນ6ປີ2007)
Photo: AFP

ທ່ານ Aiden Glendinning ໂຄສົກ ບໍຣິສັດ ໄຟຟ້າເຂື່ອນ ນ້ຳເທີນສອງ ໃຫ້ການວ່າ ໂຄງການເຂື່ອນ ນ້ຳເທີນສອງ ຈະບໍ່ສຳເຮັດຕາມ ທີ່ກຳນົດໃວ້ ແຕ່ຈະທົດແທນ ເວລາທີ່ເສັຍ ໄປດ້ວຍການ ທຳງານເພີ້ມຂື້ນ ເພື່ອໃຫ້ແລ້ວຕາມ ກຳນົດເວລາ. ບັນຫາທີ່ ເຮັດໃຫ້ມີການ ຊັກຊ້າ ແມ່ນເກີດຂື້ນ ໃນຊ່ວງ ຣະດູຝົນ ທ້າຍປີກ່ອນ ທີ່ມີຝົນຕົກ ໜັກເຮັດໃຫ້ ທາງບໍຣີສັດ ບໍ່ສາມາດ ສຳເຣັດງານ ຕິດຕັ້ງເຄື່ອງຈັກ ປັ່ນໄຟຟ້າ ໃນພາຍເຂື່ອນໄດ້ ຍ້ອນຝົນຕົກໜັກ ເຮັດໃຫ້ການເຄື່ອນ ຍ້າຍອຸປກອນ ຂນາດໃຫຍ່ ບໍ່ສາມາດເຂົ້າ ໄປໃນເຂດ ບໍຣີເວນ ເຂື່ອນໄດ້ ທາງບໍຣີສັດ ໄດ້ສ້າງຖນົນ ຫລາຍສາຍແຕ່ ກໍ່ເປັນຖນົນ ດີນແລະກໍ່ມີ ການເພພັງ ມື່ນຫນຽວ ໃນຍາມ ຣະດູຝົນ ຣົຖບັນທຸກ ຂນາດໜັກບໍ່ ສາມາດ ເຂົ້າໄປໄດ້.

ແຕ່ໃນປີນີ້ ພວກເຮົາກໍ່ຈະ ໃຊ້ຄວາມ ພະຍາຍາມ ທົດແທນເວລາ ທີ່ເສັຽໄປ ດ້ວຍການເພີ້ມ ວຽກຫລາຍຂື້ນ ແຕ່ສະພາບການ ກໍ່ຍັງເໝືອນເດີມ ບໍຣີສັດ ຮັບເໝົາ ຈະພະຍາຍາມ ສ້າງໃຫ້ສຳເຣັດ ຕາມທີ່ກຳນົດ ໃວ້ໃນເດືອນ ທັນວາ ວັນທີ 15 ປີນີ້.

ເຂື່ອນນ້ຳເທີນສອງ ເປັນເຂື່ອນໄຟຟ້າ ໃຫຍ່ອັນດັບນື່ງ ໃນລາວ ສ້າງຂື້ນທີ່ທົ່ງ ພຽງນາກາຍ ແຂວງຄຳມ່ວນ ໃນປີ 2005 ດ້ວຍການ ລົງທືນປະມານ 1.45 ຕື້ໂດລາ ຄ້ຳປະກັນໂດຍ ທະນາຄານໂລກ ເຂື່ອນດັ່ງກ່າວ ສາມາດຜລີດ ກະແສໄຟຟ້າ ໄດ້ປະມານ 1,070 ເມກກາວັດ 90%ຂາຍໃຫ້ ການໄຟຟ້າ ຝ່າຍຜລີດແຫ່ງ ປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.