ສິດທິມະນຸສ ໄທ ຮຽກຮ້ອງ

ກັມມະການ ສິດທິມະນຸສ ໄທ ຮຽກຮ້ອງໃຫ້ ຣັຖບານໄທ ເປີດໂອກາດ ໃຫ້ອົງການ ທີສາມ ລະຫວ່າງປະເທດ ເຂົ້າໄປໃນສູນ ກັກຂັງຊາວລາວ ເຜົ່າມົ້ງ ຢູ່ບ້ານຫ້ວຍ ນ້ຳຂາວ
ໂພໄຊສວັດ
2009.06.01

ກໍຣະນີທີ່ ອົງການແພດ ບໍ່ມີພົມແດນ ຫລື MSF ໄດ້ປະກາດ ຖອນໂຕ ຍຸຕິການໃຫ້ການ ຊ່ອຍເຫລືອ ຊາວມົ້ງລາວ ໃນສູນບ້ານ ຫ້ວຍນ້ຳຂາວ ຍ້ອນຮັບບໍ່ໄດ້ ທີ່ທາງການໄທ ມີນະໂຍບາຍ ທີ່ຈະສົ່ງ ຊາວລາວເຜົ່າມົ້ງ ກັບລາວ ແລະບໍ່ສາມາດ ເຮັດວຽກພາຍໃຕ້ ຄວາມກົດດັນຂອງ ທະຫານໄທໄດ້ ຊຶ່ງການຖະແຫລງຂ່າວ ດັ່ງກ່າວສ້າງຄວາມ ເສັຍຫາຍແກ່ ພາບພົດຂອງ ປະເທດໄທ ຢ່າງຮຸນແຮງ ຊຶ່ງກັມມະການ ສິດທິມະນຸສ ໄທ ເຫັນວ່າທາງອອກ ທີ່ທາງ ຣັຖບານໄທ ຄວນຈະແກ້ໄຂ ບັນຫາຄືການ ອະນຸຍາດໃຫ້ ອົງການທີສາມ ເຂົ້າມາມີສ່ວນ ຮ່ວມສັງເກດການ ດັ່ງທ່ານ ສຸນັຍ ຜາສຸກ ກັມມະການ ສິດທິມະນຸສ ແຫ່ງຊາດ ໄທ ໄດ້ ອະທິບາຍວ່າ:

"ເປັນຂໍ້ກ່າວຫາ ທີ່ຮ້າຍແຮງ ຕໍ່ຣັຖບານໄທ ຕໍ່ກອງທັບໄທ ຊຶ່ງມີ ວິທີດຽວ ທີ່ທາງຝ່າຍໄທ ຈະແກ້ຂໍ້ ກ່າວຫານັ້ນໄດ້ ກໍດ້ວຍການ ສtແດງຄວາມ ໂປ່ງໃສ ເປີດຄ້າຍ ແຫ່ງນີ້ ໃຫ້ທາງອົງການ ລະຫວ່າງ ປະເທດຕ່າງໆ ບໍ່ວ່າຈະເປັນ ທາງສຳນັກງານ ຂ້າຫລວງໃຫຍ່ ເພື່ອຜູ້ລີ້ພັຍ ສະຫະ ປະຊາຊາດ ກໍດີ ທາງກາຊາດ ສາກົນຮວມທັງ ທາງສະຖານທູດ ຕ່າງໆທີ່ຕິດຕາມ ປະເດັນນີ້ ອາຈມີຜູ້ສື່ ຂ່າວໄປນຳວ່າ ການປະຕິບັດ ຕໍ່ຊາວມົ້ງ ທີ່ຢູ່ໃນຄ້າຍ ນັ້ນນີ້ ເຮົາປະຕິບັດ ຕໍ່ຊາວມົ້ງ ຢ່າງໃດ໋."

ທີ່ປຶກສາ ອົງການ ສິດທິມະນຸສ ລະຫວ່າງປະເທດ ສະແດງຄວາມ ກັງວົນຕໍ່ຂໍ້ ກ່າວຫາຂອງ ອົງການແພດ ບໍ່ມີພົມແດນ ດ້ວຍເຫັນວ່າຄວນ ເອົາອົງກອນທີ່ ເປັນທີ່ ຍອມຮັບ ລະຫວ່າງປະເທດ ເຂົ້າມາຊ່ອຍ ເບິ່ງແຍງໃນເຣື້ອງ ການສົ່ງ ຊາວມົ້ງລາວ ກັບປະເທດ.

ສຳລັບການ ຊ່ອຍເຫລືອ ຊາວລາວເຜົ່າມົ້ງ ໃນສູນບ້ານ ຫ້ວຍນ້ຳຂາວ ຫລັງຈາກ MSF ຢຸດການຊ່ອຍເຫລືອ ແລ້ວກໍອາຈມີ ທາງ UNICEF ຫລືອົງການ ກ່ຽວຂ້ອງ ອື່ນໆຍື່ນມື ເຂົ້າມາຊ່ອຍ ແຕ່ຕາມຂໍ້ ຕົກລົງ ລາວ-ໄທ ໄດ້ລະບຸໄວ້ ຢ່າງແຈ່ມແຈ້ງວ່າ ບັນຫາຊາວ ມົ້ງລາວ ໃນປະເທດໄທ ຈະຕ້ອງບໍ່ມີ ປະເທດທີສາມ ຫລື ອົງການ ນາໆຊາດ ເຂົ້າມາກ່ຽວຂ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.