ປັດຈຸບັນນີ້ ປະຊາຊົນລາວ ທີ່ອາສັຍຢູ່ ແຄມແມ່ນ້ຳຂອງ ຕາມພື້ນທີ່ ທີ່ເຄີຍຖືກ ນ້ຳຖ້ວມໃນປີ ທີ່ຜ່ານມາ ມີຄວາມກັງວົນ ວ່າອາຈເກີດ ເຫດການເຊັ່ນເກົ່າ ນັ້ນອີກ ຍ້ອນປະຊາຊົນ ສ່ວນຫລາຍເຊື່ອວ່າ ສາເຫດ ທີ່ແທ້ຈິງນັ້ນ ມາຈາກ ການທີ່ຈີນ ປ່ອຍນ້ຳຈາກເຂື່ອນ ໄຟຟ້າ. ກ່ຽວກັບເຣື້ອງ ດັ່ງກ່າວນີ້ ເຈົ້າໜ້າທີ່ ຂັ້ນສູງຈາກ ກະຊວງ ພະລັງງານ ແລະບໍ່ແຮ່ ນະຄອນຫລວງ ວຽງຈັນ ໄດ້ອະທິບາຍ ວ່າ:
"ມັນບໍ່ແມ່ນ ແຕ່ວ່າເຂົາ ປ່ອຍນ້ຳຈາກເຂື່ອນ ໄຟຟ້າຂອງຈີນ ແຕ່ມັນເປັນເຫດ ອຸທະກະພັຍ ມີພາຍຸເຂົ້າ ທີ່ພາກເໜືອ ຂອງລາວມາຕົກ ໃສ່ແມ່ນ້ຳຂອງ ຫລືວ່າມາຕົກ ໃສ່ທາງພູດອຍ ຕ່າງໆ ແລະກໍເຮັດໃຫ້ ນ້ຳຂອງ ມັນຍື່ງຂື້ນ ໄຫລຂື້ນ."
ທ່ານເວົ້າວ່າການ ເກີດເຫດນ້ຳຖ້ວມ ປີກາຍນີ້ ມາຈາກຫລາຍ ສາເຫດ ສ່ວນໃຫຍ່ເປັນຍ້ອນ ທິດທາງຂອງລົມ ທີ່ພັດເອົາ ພະຍຸໃຕ້ຝຸ່ນ ໂຊນຮ້ອນ ຜ່ານເຂົ້າມາທາງ ພາກເໜືອຂອງລາວ ເຮັດໃຫ້ ຝົນຕົກໜັກ ແລະ ເກີດນ້ຳປ່າໄຫລ ລົງມາຈາກ ພູດອຍ ສູ່ທົ່ງພຽງຕ່າງໆ ແລະການລະບາຍ ນ້ຳຈາກເຂື່ອນ ໄຟຟ້າຂອງຈີນ ກໍເປັນພຽງອີກ ສາເຫດນຶ່ງ ທໍ່ນັ້ນ.
ເຖິງຢ່າງໃດ ກໍຕາມໃນປີ ທີ່ຜ່ານມາ ທາງການລາວໄດ້ ປ້ອງກັນນ້ຳຖ້ວມ ໂດຍການ ຂົນດິນຊາຍໄປ ໃສ່ແຄມແມ່ນ້ຳຂອງ ແຕ່ກໍບໍ່ໄດ້ ຜົນເທົ່າທີ່ຄວນ ດັ່ງນັ້ນ ໃນປີນີ້ ທາງການລາວຈຶ່ງ ມີການແກ້ ບັນຫານ້ຳຖ້ວມ ໂດຍການ ສ້າງຄູກັ້ນນ້ຳ ດັ່ງເຈົ້າໜ້າທີ່ ໄດ້ເວົ້າວ່າ:
"ມີ ນະຄອນຫລວງ ວຽງຈັນ ກຳລັງເຮັດຄູ ກັ້ນນ້ຳປີນີ້ ຣັຖບານ ກຳລັງກຽມ ເຮັດຄູກັ້ນນ້ຳ ແຕ່ເກົ້າລ້ຽວ ສີໄຄ ແຕ່ຟາກເດີ່ນຍົນ ຂ້າງວັດໄຕ ຂື້ນເມືອປະມານ 6ຫາ7 ກິໂລແມັດ."
ທ່ານເວົ້າໃນຕອນ ທ້າຍວ່າປີນີ້ ນ້ຳອາດຈະ ບໍ່ຖ້ວມຄື ປີກາຍນີ້ ເພາະໃນ ປັດຈຸບັນນີ້ ປະຣິມານນ້ຳ ຕໍ່າກວ່າປີກາຍ ແລະ ກໍຍັງບໍ່ມີ ຝົນຕົກໜັກ. ເຖິງຢ່າງໃດ ກໍຕາມກໍບໍ່ ສາມາດຄາດໄດ້ ຄັກແນ່ ຕ້ອງລໍຖ້າເດືອນ 8ຕໍ່ເດືອນ9 ຊຶ່ງອາດຈະມີ ພະຍຸກໍເປັນ ໄດ້.