ໃນລາວ ເສືອ ບໍ່ມີບ່ອນຢູ່

ໃນຂະນະທີ່ ປ່າໄມ້ ແລະຕົ້ນໄມ້ ກຳລັງ ຖືກທຳລາຍ ຢ່າງວ່ອງໄວ ຢູ່ລາວ ເສື້ອກໍຕ້ອງ ດິ້ນຮົນເພື່ອ ຢູ່ລອດ ຕ້ອງຕໍ່ສູ້ກັບ ຄົນທີ່ຊອກຫາ ຈັບແລະຂ້າ ເພື່ອຂາຍເປັນ ສິນຄ້າ ແລະຕ້ອງຊອກ ຫາຢູ່ຫາກິນ.
ອາວະຣີ
2009.06.01
F-Wildlife2 ສ່ວນນຶ່ງຂອງເສືອທີ່ຖືກລ້າແລະສົ່ງຂ້າມແດນ ແບບຜິດກົດໝາຍຝ່າຍທະຫານເຮືອຂອງໄທ ຈັບໄດ້
Photo: AFP

ອົງການ ພິທັກຮັກສາ ສັດປ່າ TRAFFIC ຣາຍງານວ່າ ເມື່ອຕົ້ນຊຸມປີ 1990 ປະເທດລາວ ມີເສືອຢູ່ ປະມານ 600ໂຕ ແຕ່ປັດຈຸບັນ ຍັງເຫລືອຢູ່ ບໍ່ເຖິງ 100ໂຕ. ເສືອໄດ້ກາຍເປັນ ສັດປ່າ ທີ່ກຳລັງ ສູນພັນຢູ່ລາວ.

ຊາວລາວຊອກຫາ ຈັບແລະຂ້າເສືອ ຫລາຍຂື້ນ ຕົວຢ່າງຢູ່ໃນ ເຂດປ່າສງວນ ແຫ່ງຊາດ ນ້ຳແອດ-ພູເລີຍ ຊາວບ້ານຍັງມັກ ຫ້າງແຫ້ວເພື່ອ ຈັບເສືອ ເມື່ອໄດ້ແລ້ວກໍ ຫາມອອກໄປຂາຍ ຢູ່ວຽດນາມ ໄດ້ຣາຄາ ໂຕນຶ່ງເຖິງ 15,000 ດອນລ່າ ສະຫະຣັຖ ແຕ່ເມື່ອໄປເຖິງ ຈີນຈະໄດ້ ຣາຄາເຖິງ 70,000 ດອນລ່າ.

ເສືອມີຄ່າຫລາຍ ຈົນຊາວລາວ ໃນເຂດ ຊົນນະບົດ ບາງທ້ອງຖິ່ນ ຂ້າໝູຫລືງົວ ເພື່ອປະໄວ້ເປັນ ເຫຍື່ອລໍ້ໃຫ້ເສືອ ມາແລ້ວກໍຈັບ ຫລືຂ້າເອົາເສືອ. ອີກສາເຫດນຶ່ງ ທີ່ເຮັດໃຫ້ເສືອ ດັບສູນໄວ ຢູ່ລາວ ກໍແມ່ນການ ຕັດຕົ້ນໄມ້ ທຳລາຍປ່າ ເຮັດໃຫ້ເສືອຂາດ ບ່ອນຢູ່ອາໃສ ແລະ ອາຫານການກິນ. ປັດຈຸບັນ ເຖິງວ່າຈະ ດິ້ນຣົນແລະ ຕໍ່ສູ້ແນວໃດ ກໍຕາມ ເສືອກໍຄົງບໍ່ ສາມາດ ຊະນະຄົນໄດ້ ເສືອຊຶ່ງເປັນສັດ ປ່າທີ່ສວຍສົດ ງົດງາມ ແລະຫາຍາກ ກໍຄົງ ຈະສູນພັນໄປ ໃນອານາຄົດ ອັນໃກ້ໆນີ້ ທັງຢູ່ໃນ ລາວ ແລະປະເທດ ອື່ນໆໃນໂລກ.

ດຣ. Ron Tilson ເຈົ້າໜ້າທີ່ ສະຫະພັນ ສັດປ່າໂລກ ຣາຍງານເມື່ອ ວັນສຸກ ວັນທີ່ 29ພຶສພາ ປີ 2009ນີ້ວ່າ ເສື່ອຢູ່ໃນສາມ ປະເທດ ອິນໂດນີຈີນ ຄື ລາວ ວຽດນາມ ແລະກຳພູຊາ ຍັງເຫລືອຢູ່ ປະມານ 1,000ໂຕ ແລະແນ່ນອນວ່າ ໂຕເລກນີ້ຈະ ຫລຸດໜ້ອຍຖອຍລົງ ໄປເລື້ອຍໆ.

ສ່ວນຢູ່ພາກໃຕ້ ຂອງຈີນ ຍັງມີເສືອ ເຫລືອຢູ່ພຽງແຕ່ 20ໂຕເທົ່ານັ້ນ. ຈີນ ເປັນປະເທດທີ່ ມັກໃຊ້ເກືອບ ທຸກຊີ້ນສ່ວນ ຂອງເສືອເປັນຢາ ເຊັ່ນເພິ້ມກຳລັງ ວັງຊາທັງ ທາງເພດ ແລະ ຮ່າງກາຍ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.