ຣັຖບານ ໄທ ເຊື່ອວ່າ ມົ້ງລາວ ຈະປອດໄພ
2009.06.01
ຣັຖບານໄທໃຫ້ ຄວາມເຊື່ອຫມັ້ນ ວ່າຊາວມົ້ງລາວ ຈະໄດ້ຮັບການ ດູແລ ເປັນຢ່າງດີ ແລະ ຣັຖບານລາວ ຈະເປີດໂອກາດ ໃຫ້ສະຖານທູດ ໃນນະຄອນ ຫລວງວຽງຈັນ ແລະອົງການ ຣະຫວ່າງຊາດ ສາມາດເຂົ້າເຖີງ ກຸ່ມດັ່ງກ່າວໄດ້.
ທ່ານ ກາສີດ ພິຣົມ ຣັຖມົນຕຣີ ຕ່າງປະເທດໄທ ໄດ້ກ່າວຕໍ່ ສື່ມວນຊົນ ໃນວັນທີ 19ເດືອນພືສພາ ນີ້ວ່າ ຈາກການໄປຮ່ວມ ປະຊຸມອາຊຽນ ຢູໂຣບ ທີ່ກຸງຮ່າໂນຍ ປະເທດວຽດນາມ ແລະກອງປະຊຸມ ຂອງກຸ່ມດັ່ງກ່າວ ທີ່ກຸງ ພະນົມເປັນ ປະເທດ ກຳພູຊາ ຣັຖບານໄທ ໄດ້ອະທິບາຍ ໃຫ້ຜູ້ນຳ ອາຊຽນ ຢູໂຣບ ກ່ຽວກັບບັນຫາ ມົ້ງທີ່ບ້ານ ຫ້ວຍນ້ຳຂາວ ທີ່ຣັຖບານໄທ ສົ່ງກັບລາວ ວ່າມີຄວາມ ປອດພັຍດີ ດ້ວຍຄວາມຮ່ວມມື ຣະຫວ່າງສອງ ປະເທດລາວ-ໄທ ຊື່ງເຮື້ອງນີ້ ທ່ານໄດ້ໂອ້ ລົມກັບ ທ່ານ ທອງລຸນ ສີສຸລີດ ຣັຖມົນຕຣີ ຕ່າງປະເທດລາວ ດັ່ງທ່ານກ່າວ ໃນຕອນນື່ງວ່າ:
ທ່ານວ່າ: "ຄຳຫມັ້ນສັນຍາ ຂອງ ຣັຖບານລາວ ວ່າເຮົາຈະຊ່ອຍ ກັນແກ້ໃຂ ບັນຫາມົ້ງ ທ່ານເຊື່ອວ່າມົ້ງ ທີ່ຖືກສົ່ງຈາກ ເພັສບູນນັ້ນ ໄດ້ຮັບການ ດູແລເປັນ ຢ່າງດີ ແລະອົງການ ຕ່າງປະເທດ ສະຖານທູດທີ່ ວຽງຈັນ ກໍ່ຈະສາມາດ ເຂົ້າເຖີງໄດ້."
ທ່ານຍັງບອກ ອີກວ່າ ຣັຖບານ ໄທແລະລາວ ມີຄວມສຳພັນ ອັນດີງາມ ຣະຫວ່າງກັນ ສະນັ້ນ ສອງປະເທດ ດັ່ງກ່າວຕ້ອງຮ່ວມ ກັນເຮັດວຽກ ກ່ຽວກັບເຣື້ອງນີ້ ໃຫ້ລຸ ລ່ວງໄປໂດຍດີ ທ່ານກ່າວເພີ້ມ ອີກວ່າ:
"ເຮົາເປັນພີ່ ເປັນນ້ອງ ແລະເປັນມິດ ປະເທດ ຢູ່ກັນຢ່າງນີ້ ມາຕລອດ ຕ້ອງຊ່ອຍກັນ ທຳງານໃຫ້ໂລກ ເຫັນ ບໍ່ຕ້ອງການໃຫ້ ຕ່າງປະເທດມາ ສົງໃສໃດໆ ທັງສີ້ນ ມາໃຫ້ເປັນ ຂໍ້ອ້າງໃນການ ທີ່ຈະເຂົ້າມາ ແຊກແຊງ."
ໃນລະຍະທີ່ ຜ່ານມາທາງການ ລາວແລະໄທ ໄດ້ປະກາດຢ່າງ ຈະແຈ້ງວ່າ ຊາວມົ້ງ ຈຳນວນກວ່າ 5ພັນຄົນ ທີ່ສູນບ້ານ ຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັສບູນ ຂອງໄທນັ້ນ ຈະຖືກສົ່ງ ກັບຄືນລາວ ໃຫ້ຫມົດໃນທ້າຍ ປີນີ້ແລະກໍ່ບໍ່ ຕ້ອງການອົງການ ສາກົນ ແລະ ປະເທດທີສາມ ເຂົ້າມາຫຍຸ້ງກ່ຽວ ໃນບັນຫານີ້.