ເຂື່ອນຜາມອງ ຍັງບໍ່ມີ ແຜນກໍ່ສ້າງ
2009.06.01
ເຈົ້າໜ້າທີ່ ກົມພັທນາ ພະລັງງານ ທົດແທນ ແລະອະນຸຮັກ ພະລັງງານ ຂອງໄທ ເຜີຍເຖິງຄວາມ ຄືບໜ້າ ໂຄງການເຂື່ອນ ປາກຊົມຫລືເຂື່ອນ ຜາມອງ ວ່າຂະນະນີ້ ໄດ້ມີການ ກະກຽມເລື້ອງ ງົບປະມານເພື່ອ ທໍາການສຶກສາ ລະອຽດກ່ຽວກັບ ພື້ນທີ່ໃນ ບໍຣິເວນນີ້ ເທົ່ານັ້ນ ເປັນງົບປະມານ ຈາກຣັຖບານໄທ 70ລ້ານບາດ ຫາກຍັງບໍ່ມີ ແຜນການ ທີ່ຈະກໍ່ສ້າງ ຊຶ່ງອາຈຕ້ອງ ຄອຍຖ້າເບິ່ງ ຜົລການສຶກສາ ອີກເທື່ອນຶ່ງ. ເຈົ້າໜ້າທີ່ໄທ ກ່າວກ່ຽວກັບ ເລື້ອງນີ້ວ່າ:
"ເປັນການສໍາຣວດ ສຶກສາຄວາມ ເໝາະສົມ ສຶກສາເບີ່ງທາງ ດ້ານສີ່ງແວດລ້ອມ ເບິ່ງຄວາມ ເໝາະສົມ ຄວາມເປັນ ໄປໄດ້ ເພື່ອເກັບກໍາ ຂໍ້ມູນໄວ້ ພຽງເທົ່ານັ້ນ ເພາະ ພັທນາ ກໍອາຈຍາກ ເພາະວ່າຕ້ອງການ ການຮ່ວມມື ຂອງທັງ 2ປະເທດ."
ແລະວ່ານອກຈາກ ຄວາມຈໍາເປັນ ທີ່ຈະຕ້ອງ ເຂົ້າໄປສຶກສາ ເພື່ອປະເມີນ ຜົລກະທົບ ແລະ ຄວາມເປັນໄປໄດ້ ໃນການ ສ້າງເຂື່ອນແລ້ວ ການສຶກສາ ຄັ້ງນີ້ ກໍຈະຊ່ວຍ ໃຫ້ປະເມີນ ຜົລກະທົບ ທີ່ຈະເກີດຂຶ້ນ ໃນບໍຣິເວນນີ້ ຈາກການ ສ້າງເຂື່ອນຕ່າງໆ ໃສ່ແມ່ນໍ້າຂອງ ໄດ້ນໍາດ້ວຍ.
ການສຶກສາ ຣະອຽດດັ່ງກ່າວ ຈະຄວບຄຸມ ທັງບໍຣິເວນ ຝັ່ງໄທ ແລະຝັ່ງລາວ ຊຶ່ງກໍໄດ້ຮັບ ອະນຸຍາດຈາກ ທາງການລາວ ຮຽບຮ້ອຍແລ້ວ ໂດຍຄາດວ່າ ຈະມີການ ລົງພື້ນທີ່ ເພື່ອສໍາຣວດ ໃນອີກ ບໍ່ນານນີ້.
ການສໍາຣວດ ຄາດວ່າຈະ ໄຊ້ເວລາ ປະມານ 2ປີ ຈຶ່ງຈະໄດ້ ຂໍ້ມູນທີ່ ສາມາດໄຊ້ເພື່ອ ພິຈາຣະນາ ຄວາມເປັນໄປໄດ້ ໃນການກໍ່ສ້າງ ຕໍ່ໄປ ໂດຍຈະຕ້ອງ ມີການປຶກ ສາຫາຣື ກັບທາງຝ່າຍລາວ ອີກເທື່ອນຶ່ງ. ເຈົ້າໜ້າທີ່ໄທ ກ່າວຕໍ່ໄປວ່າ:
"ຖ້າສຶກສາແລ້ວ ພົບຜົລ ກະທົບໜ້ອຍ ຊາວບ້ານຍິນຍອມ ກໍຈະຕ້ອງ ມີການ ປະຊາສັມພັນ ຊຶ່ງພວກທ່ານ ກໍອາຈເຮັດໄດ້ ຖ້າຫາກວ່າ ສາມາດຕົກລົງ ກັບທາງລາວ ໄດ້ ກໍຈະໄປເຖິງ ຂັ້ນນັ້ນລະ."
ເຂື່ອນປາກຊົມ ເປັນໂຄງການ ເຂື່ອນໄຟຟ້າ ພະລັງນໍ້າ ທີ່ພັທນາຈາກ ໂຄງການເຂື່ອນ ຜາມອງ ຊຶ່ງຈະສ້າງໃສ່ ແມ່ນໍ້າຂອງ ໃນເຂດຊາຍແດນ ລາວ-ໄທ ຣະຫວ່າງ ບ້ານຫ້ວຍຫາງ ເມືອງສັງທອງ ແຂວງວຽງຈັນ ຂອງລາວ ແລະ ບ້ານຫ້ວຍຂອບ ແລະບ້ານຄົກເວົ້າ ຕາແສງ ຫາດຄໍາພີ ເມືອງປາກຊົມ ແຂວງ ເລີຍຂອງໄທ ຊຶ່ງເປັນ ໂຄງການ ທີ່ຫລາຍຝ່າຍ ໃຫ້ຄວາມສົນໃຈ ເພາະທີ່ຜ່ານມາ ໄດ້ມີການ ປະເມີນຜົລ ກະທົບທີ່ຈະ ເກີດຂຶ້ນວ່າ ຈະກໍ່ໃຫ້ເກີດ ຜົລກະທົບຢ່າງ ຫລວງຫລາຍ ເຊັ່ນເກີດ ນໍ້າຖ້ວມຕະລິ່ງ ທັງໃນຝັ່ງລາວ ແລະຝັ່ງໄທ ແລະການສູນເສັຽ ພັນປາຕ່າງໆ ໃນແມ່ນໍ້າຂອງ ຈະສົ່ງຜົນ ກະທົບກະເທືອນ ໃສ່ການທໍາມາ ຫາລ້ຽງຊີບ ຫລືການ ປະໂມງ ຂອງປະຊາຊົນ ທີ່ຢູ່ລຽບແຄມ ຝັ່ງແມ່ນໍ້າຂອງ.