ເຣື້ອງທີ່ເກັບບັນທຶກໄວ້
2023-07-27
ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ເຕືອນພົລເມືອງ ຂອງຕົນໃຫ້ລະວັງເວລາ ໄປແຂວງໄຊສົມບູນ ໃນຂະນະທີ່ເຈົ້າໜ້າທີ່ ແລະຊາວບ້ານເວົ້າວ່າ ສະພາບການໃນແຂວງນັ້ນສງົບ ປົກກະຕິ, ບໍ່ມີເຫດການຫຍັງ ທີ່ນ່າເປັນຫ່ວງ.
2023-07-26
ທາງການລາວ ອາດໃຫ້ເງິນອຸດໜູນ ຫລື ຂຶ້ນເງິນເດືອນ ໃຫ້ພະນັກງານ-ຣັຖກອນ ເພື່ອສອດຄ່ອງ ກັບ ສະພາບເສຖກິຈ ໃນປັຈຸບັນ, ແຕ່ຍັງເປັນເຣື່ອງທີ່ພິຈາຣະນາຢູ່ ເພາະວ່າຣັຖບານເອງ ບໍ່ມີງົບປະມານພຽງພໍ ເຊິ່ງເຮັດໃຫ້ຄົນໄວເຮັດວຽກ ຈຳນວນບໍ່ໜ້ອຍ ອອກໄປຊອກວຽກເຮັດ ຢູ່ປະເທດເພື່ອນ.
2023-07-26
ທາງການລາວ ໄດ້ປ່ອຍໂຕ ທ້າວ ສະຫວ່າງ ພະເລີດ ນັກເຄື່ອນໄຫວຊາວລາວ ທີ່ຖືກຈັບໃນວັນທີ 20 ເມສາ 2023 ທີ່ຜ່ານມາ ເຊິ່ງຜູ້ກ່ຽວ ເປັນປະຊາຊົນ ບ້ານດອນຊາດ ເມືອງສອງຄອນ ແຂວງສວັນນະເຂດ ໂດຍຖືກປ່ອຍ ໃນເດືອນ ມິຖຸນາ ທີ່ຜ່ານມາ.
2023-07-26
ເພື່ອແລກປ່ຽນຂໍ້ມູນ ແລະ ສົ່ງເສີມ ດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ຈີນ-ລາວ, ເລຂາທິການໃຫຍ່ ສະຖາບັນຄົ້ນຄົ້ວ ເສຖກິຈ ແລະ ວັທນະທັມຈີນ-ອາຊຽນ ໄດ້ນໍາພານັກທຸຣະກິຈຈີນ ແລະ ວິສາຫະກິຈຈີນ ໃນລາວ ເຂົ້າພົບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ.
2023-07-26
ໃນວາຣະຄົບຮອບ 5 ປີ ເຂື່ອນແຕກ, ອົງການຈັດຕັ້ງ ພາກປະຊາສັງຄົມ ຂອງໄທຍ ແລະ ອົງການຈັດຕັ້ງສາກົລ ໄດ້ອອກຖແລງການ ຮຽກຮ້ອງໃຫ້ບໍຣິສັດ ຜູ້ພັທນາ ເຂື່ອນເຊປຽນ-ເຊນ້ຳນ້ອຍ ມອບຄ່າຊົດເຊີຍ ແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ໃນຈຳນວນທີ່ເໝາະສົມ ເນື່ອງຈາກ ຊາວບ້ານຍັງບໍ່ໄດ້ຮັບ ຕາມຈຳນວນທີ່ຄວນໄດ້.
2023-07-25
ນາຍົກຣັຖມົນຕຣີ ໄດ້ອອກຄໍາສັ່ງເລກທີ 11/ນຍ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາ ການບຸກລຸກທໍາລາຍປ່າໄມ້, ການຊື້-ຂາຍທີ່ດິນ ທີ່ມີປ່າໄມ້, ການຖາງປ່າ ແລະ ຈູດປ່າ ໃນແຕ່ລະປີ ເພື່ອຄຸ້ມຄອງ ແລະ ຮັກສາປ່າໄມ້ ໃຫ້ປົກຫຸ້ມ 70% ແຕ່ຫຼາຍພາກສ່ວນ ໃຫ້ຄຳຄິດເຫັນວ່າ ເປັນເຣື່ອງຍາກ.
2023-07-25
ທະນາຄານແຫ່ງ ສປປ ລາວ ແຈ້ງການເຖິງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນແລະຕ່າງປະເທດ ຫ້າມນໍາເງິນສົດ ເຂົ້າ-ອອກ ປະເທດ ເກີນ ຫຼື ທຽບເທົ່າ 150 ລ້ານກີບຕໍ່ຄັ້ງ ເພື່ຶອປ້ອງກັນ ບໍ່ໃຫ້ເງິນຕຣາ ຕ່າງປະເທດ ໄຫຼອອກໄປຕ່າງປະເທດ ເກີນຄວາມຈໍາເປັນ.
2023-07-25
ສປປ ລາວ ສົ່ງແຮ່ທາດອອກຫລາຍຂຶ້ນ ເພື່ອກະຕຸ້ນເສຖກີຈ ໃນປະເທດ ເຊິ່ງປີກາຍໄດ້ສົ່ງຄໍາ ແລະ ຄໍາປະສົມມູນຄ່າ 805 ລ້ານໂດລ້າຣ໌, ທອງ 336 ລ້ານໂດລ້າຣ໌ ແລະເກືອກາລີ 320 ລ້ານໂດລ້າຣ໌ ແລະ ໃນ 6 ເດືອນຕົ້ນປີນີ້ ສົ່ງ ຄໍາ ອອກ ລວມມູນຄ່າ ປະມານ 381 ລ້ານໂດລ້າຣ໌ ຂະນະທີ່ຜົລໄດ້ ຈາກການສົ່ງອອກດັ່ງກ່າວ ບໍ່ແມ່ນຂອງປະເທດຊາຕ ແລະ ປະຊາຊົນລາວ.
2023-07-25
ເຈົ້າໜ້າທີ່ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ສັ່ງຫ້າມພົລເມືອງລາວ ແລະຊາວຕ່າງປະເທດ ເດີນທາງເຂົ້າ-ອອກ ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ໃນເວລາວກາງຄືນຊົ່ວຄາວ ໂດຍເຈົ້າໜ້າທີ່ໃຫ້ເຫດຜົລວ່າ ເພື່ອກວດກາ ຈໍານວນຄົນພາຍໃນ ແລະບໍຣິສັດທີ່ເຮັດວຽກບໍ່ຖືກຕ້ອງ.
2023-07-25
ຣັຖບານ ຈະແກ້ໄຂບັນຫາ ການຂາດແຄນຄຣູ ດ້ວຍການໃຫ້ເງິນອຸດໜູນ ຄຣູອາສາສມັກ ແທນການຮັບເຂົ້າເປັນຣັຖກອນ ແລະຄາດວ່າ ເງິນອຸດໜູນທີ່ຈະຈ່າຍ ໃຫ້ແຕ່ລະຄົນ ປະມານ 1.2 -1.5 ລ້ານກີບຕໍ່ເດືອນ ເຊິາງຈະເຣີ່ມໃນເດືຶອນຕຸລາປີນີ້ ເປັນຕົ້ນໄປ ສ່ວນຄຣູອາສາ ບາງຄົນເຫັນວ່າ ຖ້າເປັນເຣື່ອງຈິງກໍດີ ແຕ່ອາດເປັນໄປໄດ້ຍາກ.
2023-07-24
ຊາວລາວເຫັນວ່າ ກອງປະຊຸມສະພາແຫ່ງຊາຕລາວ ທີ່ຫາກໍສິ້ນສຸດລົງໄປນັ້ນ ຫຼາຍບັນຫາທີ່ໄດ້ນຳມາສເນີໃຫ້ຣັຖບານ ຫາທາງແກ້ໄຂ ກໍຄົງບໍ່ສາມາດແກ້ໄຂໄດ້ ໃນໄລຍະເວລາອັນສັ້ນ ແລະ ຕ້ອງຫຼ້າຊ້າລົງໄປ ຍ້ອນການຂາດເຂີນງົບປະມານ.
2023-07-24
ການສແດງທັສນະ ຂອງປະຊາຊົນລາວ ຕໍ່ກັບການປະຕິບັດ ມາຕການປາບປາມຢາເສບຕິດ ຂອງເຈົ້າໜ້າທີ່ຕຳຣວດ ຕາມວາຣະແຫ່ງຊາຕ ໄລຍະແຕ່ປີ 2021 ຫາເຄິ່ງປີ 2023 ວ່າ ມີຜົລສຳເຣັດ ໃນລະດັບນຶ່ງ ໂດຍສະເພາະ ການຈັບກຸມ ຜູ້ຕ້ອງສົງໄສຄ້າສິ່ງເສບຕິດ ແຕ່ວ່າກໍ່ຍັງບໍ່ສາມາດ ແກ້ໄຂບັນຫາຕົ້ນຕໍໄດ້.
2023-07-24
ຄາດວ່າ ສປປ ລາວ ຈະບໍ່ສາມາດບັນລຸເປົ້າໝາຍທີ 8 ຂອງສະຫະປະຊາຊາຕ ທີ່ວ່າດ້ວຍການຈ້າງງານ ຂອງແຮງງານລາວ ໃນປີ 2030 ຍ້ອນເສຖກິຈຫຍຸ້ງຍາກ, ມີຄົນວ່າງງານຫຼາຍ, ບັນຫາເງິນເດືອນ ຫຼື ເງິນຄ່າຈ້າງໜ້ອຍ ແລະ ຄົນໄວເຮັດວຽກຈຳນວນຫຼາຍ ອອກໄປເຮັດຢູ່ຕ່າງປະເທດ ໂດຍສະເພາະໄທຍ.
2023-07-24
ໂຮງງານຊີມັງວັງວຽງ ຫລັງ 2 ຢູ່ເມືອງວັງວຽງ ຈະຖືກພັທນາ ເປັນສະຖານທີ່ທ່ອງທ່ຽວ ແບບປະສົມປະສານ ຄົບວົງຈອນ ຂອງນັກລົງທຶນຈີນ ໃນທ້າຍປີນີ້ ຂະນະທີ່ຍັງມຄວາມກັງວົນເຣື່ອງ ພື້ນທີ່ຂອງຊາວບ້ານ ອາດໄດ້ຮັບຜົລກະທົບ ໃນອະນາຄົດ.
2023-07-24
ສປປ ລາວ ນໍາສິງໂຕ ຈາກອາຟຣິກາໃຕ້ ເຂົ້າມາ 10 ໂຕ ປ່ອຍໃນສວນສັດ ເພື່ອໃຫ້ນັກທ່ອງທ່ຽວ ໄດ້ທ່ຽວຊົມ, ແຕ່ນັກການທູດ ຕ່າງປະເທດ ຢູ່ລາວ ກ່າວວ່າ ອາດກ່ຽວຂ້ອງກັບການທາລຸນສັດ ແລະການຜລິດຢາ ພື້ນເມືອງຢູ່ຈີນ.