ເຂດພິເສດ ສາມຫຼ່ຽມຄຳ ຫ້າມບຸກຄົນ ເຂົ້າ-ອອກ ຊົ່ວຄາວ
2023.07.25
ຕັ້ງແຕ່ວັນທີ 22 ກໍຣະກະດາ 2023 ຮອດວັນທີ 5 ສິງຫາ 2023 ທາງການເຂດເສຖກິຈພິເສດສາມຫຼ່ຽມຄໍາ ທີ່ແຂວງບໍ່ແກ້ວ ສັ່ງຫ້າມພົລເມືອງລາວ ແລະຊາວຕ່າງປະເທດ ເດີນທາງເຂົ້າ-ອອກຊົ່ວຄາວ ເປັນເວລາ 15 ມື້ ນັບແຕ່ເວລາ 11:30 ກາງຄືນ ຫາ 5:00 ໂມງເຊົ້າ ອີງຕາມຄະນະຄຸ້ມຄອງເຂດເສຖກິຈພິເສດ ແຂວງບໍ່ແກ້ວ ທີ່ໄດ້ອອກແຈ້ງການ ເລຂທີ 423/ຄຂສພ.ບກ ໃນວັນທີ 21 ກໍຣະກະດາ 2023 ທີ່ຜ່ານມາ.
ເຈົ້າໜ້າທີ່ ສັ່ງຫ້າມພົລເມືອງລາວ ແລະຊາວຕ່າງປະເທດ ເດີນທາງເຂົ້າ-ອອກ ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ໃນໄລຍະເວລາວກາງຄືນຊົ່ວຄາວເທື່ອນີ້ ເພື່ອກວດກາຈໍານວນຄົນພາຍໃນ ແລະບໍຣິສັດ ທີ່ເຂົ້າມາເຮັດວຽກ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ວ່າເຂົ້າມາຖືກຕ້ອງ ຫຼືບໍ່ ລວມເຖິງ ການກວດກາປະກົດການ ຫຍໍ້ທໍ້ອື່ນໆ ໃນສັງຄົມທີ່ເກີດຂຶ້ນ.
ດັ່ງເຈົ້າໜ້າທີ່ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນວັນທີ 25 ກໍຣະກະດາ ນີ້ວ່າ:
“ຊົ່ວຄາວຊື່ໆ 15 ວັນຊື່ໆນ່າ ເຂດເຮົາຈະມີການປັບປຸງ ກວດກາຈໍານວນຄົນທຸກສິ່ງທຸກຢ່າງ ແລະປະກົດການຫຍໍ້ທໍ້ຢູ່ພາຍໃນເຂດ ວ່າ ຄົນທີ່ຢູ່ໃນເຂດເຮົາ ດໍາເນີນການມີບັດມີໃບບໍ່ ກວດສອບບໍຣິສັດ ແຕ່ລະຖືກຕ້ອງ ໄດ້ມີຂໍ້ມູນວ່າ ບໍຣິສັດຕ່າງໆ ເຮັດວຽກກ່ຽວກັບຫຍັງ ກວດກາການເຂົ້າ-ການອອກ.”
ຂະນະທີ່ ເຈົ້າໜ້າທີ່ແຂວງບໍ່ແກ້ວ ທ່ານນຶ່ງ ກໍກ່າວວ່າ ການທີ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຫ້າມຄົນເດີນທາງເຂົ້າ-ອອກ ໄລຍະເວລາກາງຄືນທີ່ກໍານົດນັ້ນ ກໍຍ້ອນວ່າ ໃນໄລຍະນີ້ ມີຄົນລັກລອບນໍາຄົນຈີນເຂົ້າ-ອອກ ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ (ແບບຜິດກົດໝາຍ) ຈໍານວນຫຼາຍ ໂດຍບໍ່ມີເອກກະສານຖືກຕ້ອງ ແລະຍັງມີຂະບວນການລັກລອບຄ້າມະນຸສ ໂດຍນໍາເອົາຄົນຈາກເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຂາຍຕໍ່ໄປພະມ້າ ເຊິ່ງຄົນເຫຼົ່ານັ້ນກໍອາຈເປັນທັງຄົນຈີນ ແລະຄົນລາວ ທີ່ຖືກນາຍໜ້າຕົວະຍົວະມາ.
“ມີຄົນລັກເຂົ້າ ລັກອອກຫຼາຍເນາະ ສ່ວນຫຼາຍແມ່ນລຸກທາງຈີນມາເນາະ ມັນບໍ່ມີບັດມີໃບຫຍັງມາ ບັດນີ້ເຂົ້າມາເອົາລັກຂ້າມໄປພະມ້າຫັ້ນນ່າ ແລ້ວເຈົ້າໜ້າທີ່ເຂົາກໍຈັບໄດ້ ກໍຫຼາຍຄົນແດ່ ສ່ວນຫຼາຍມັນກໍຈະມີຈໍານວນນຶ່ງ ຄືຄົນລາວນີ້ແຫຼະ ເອົາຄົນໄປຂາຍຢູ່ພະມ້າເດ້ ຊ່ວງນີ້ນ່າ ຈັກແມ່ນຄົນຈີນ ຈັກແມ່ນຄົນລາວບຸ ເອີ່ ລັກສະນະນັ້ນແຫຼະ ຄ້າມະນຸສ ເຂົາເອີ້ນ.”
ເຈົ້າໜ້າທີ່ແຂວງບໍ່ແກ້ວ ທ່ານນີ້ຍັງກ່າວຕື່ມວ່າ ໃນໄລຍະເວລາ 15 ມື້ ນີ້ ໃນຕອນກາງເວັນ ຄົນ ກໍສາມາດເດີນທາງເຂົ້າ-ອອກໄດ້ປົກກະຕິ ແຕ່ໃນໄລຍະນີ້ ເຈົ້າໜ້າທີ່ຈະກວດກາຄົນຕ່າງປະເທດ ແລະຄົນຈີນເປັນພິເສດ ຖ້າພົບວ່າ ລັກລອບເຂົ້າ-ອອກ ແບບບໍ່ຖືກຕ້ອງ ເຈົ້າໜ້າທີ່ກວດພົບເຫັນ ກໍຈະເຮັດບົດບັນທຶກ, ປັບໃໝຕາມລະບຽບ ແລະສົ່ງກັບຄືນປະເທດ.
ດັ່ງທ່ານກ່າວວ່າ:
“ຈໍາກັດທຸກມື້ ການເຂົ້າ-ອອກນີ້ ກໍມີແຕ່ຄົນຈີນຫັ້ນແຫຼະ ຈັກວ່າມາຫຍັງ ເຮັດຫຼືແບບບໍ່ຖືກຕ້ອງ ເຮົາກະບໍ່ຮູ້ ຈັບໄດ້ເຂົາເຈົ້າກໍ ຄືຄົນລາວ ເຂົາເຈົ້າກໍເອົາໄປກັກຂັງ ປັບໃໝ ສອງມາກໍຄື ຈີນ ເຂົາເຈົ້າຈັບໄດ້ ເຂົາເຈົ້າກໍສົ່ງກັບປະເທດ.”

ຂະນະທີ່ ຊາວລາວ ທີ່ອາສັຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ທ່ານນຶ່ງ ກໍກ່າວວ່າ ເຖິິງແມ່ນວ່າ ທາງການເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຈະສັ່ງຫ້າມເດີນທາງເຂົ້າ-ອອກ ໃນເວລາກາງຄືນດັ່ງກ່າວກໍຕາມ ກໍບໍ່ໄດ້ກະທົບຫຍັງກັບຊີວິດປະຈໍາວັນ ໃນເວລາກາງເວັນ ຂອງຊາວລາວໃນເຂດນີ້ ກໍຍັງໃຊ້ຊີວິດປົກກະຕິຄືເກົ່າ ທ່ານເອງ ກໍບໍ່ຮູ້ວ່າ ທາງການປິດຊົ່ວຄາວເຮັດຫຍັງ ເພາະທີ່ຜ່ານມາໃນເຂດນີ້ ມັກປິດຂ່່າວ ເພາະເປັນເຂດພິເສດ ທີ່ຈີນປົກຄອງ ເວລາມີເຣື່ອງທີ່ບໍ່ດີ ເຂົາເຈົ້າກໍຈະບໍ່ປ່ອຍຂ່າວອອກສູ່ສັງຄົມ ເຊັ່ນ ເຣື່ອງການຄ້າມະນຸສ, ເຣື່ອງຄົນຈີນລັກລອບເຂົ້າ ແບບຜິດກົດໝາຍ ຈະຮູ້ເຣື່ອງດັ່ງກ່າວນີ້ ກໍເຫັນເປັນຂ່າວແລ້ວ:
“ເປັນປົກກະຕິ ແຕ່ວ່າເຂົາເຈົ້າບໍ່ໃຫ້ສັນຈອນກັນເດິກຊື່ໆ ເຂດຄຸ້ມຄອງໂຕເອງເດ້ ບໍ່ໄດ້ປ່ອຍຂ່າວ ຄືຢູ່ ແບບເສຣີ ຫັ້ນນ່າ ເຮົາບໍ່ເຫັນກັບຕານີ້ ບໍ່ຮູ້ເດ້ວ່າເຫດການຫັ້ນເກີດຂຶ້ນ ແຕ່ວ່າ ອອກຂ່າວກະເຫັນຢູ່ ວ່າເອີ່ ເຂົາເຈົ້າວ່າ ມີການຄ້າມະນຸສອີ່ຫຍັງເກີດຂຶ້ນ ເພາະວ່າຣັຖບານລາວ ຈະບໍ່ໄດ້ຫຍຸ້ງໃນເຂດ ຖ້າວ່າ ຈະອອກມານອກດ່ານນີ້ ແມ່ນເຂົາເຈົ້າກວດໝົດທຸກຄົນ.”
ພ້ອມດຽວກັນນີ້ ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ຄົນລາວກໍເຂົ້າ-ອອກໄດ້ປົກກະຕິ ແຕ່ໃນໄລຍະເວລາກາງຄືນຫ້າມເດີນທາງເຂົ້າ-ອອກ ເຄື່ອນໄຫວ ຄົນຕ່າງປະເທດ ກໍເຊັ່ນກັນ ສ່ວນຄົນຕ່າງປະເທດ ໃນໄລຍະນີ້ ເຈົ້າໜ້າທີ່ຈະກວດກາຢ່າງເຂັ້ມງວດຫຼາຍ ເຊິ່ງກໍບໍ່ຮູ້ເຊັ່ນກັນ ກໍຄາດວ່າໜ້າຈະເປັນມາຕການຂອງເຈົ້າໜ້າທີ່.
“ຄົນຕ່າງປະເທດ ມັນຈະເຂົ້າຍາກ ຄັນຄົນລາວນີ້ ບໍ່ຕ້ອງກວດອິຫຍັງ ຄົນລາວນີ້ ມັນໄປຜ່ານໄດ້ ແຕ່ວ່າ ຊ່ວງເຂົາເຈົ້າຫ້າມ ປິດກາງຄືນຫັ້ນ ກະຄືວ່າຈະເຂົ້າບໍ່ໄດ້ ເພາະເປັນເຂດເສຖກິຈຂອງເຂົາ ກະບໍ່ເຂົ້າໃຈນໍາເພິ່ນແຫຼະອັນນັ້ນ ເຣື່ອງມາຕການຂອງເຂົາເຈົ້າ.”
ສ່ວນການຫັນໃຫ້ໃຊ້ເງິນກີບ ໃນເຂດເສຖກິຈພິເສດ ສາມາຫຼ່ຽມຄໍາ ຫຼາຍຂຶ້ນ ອີງຕາມ ພົລເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີປ້ອງກັນຄວາມສງົບ ໄດ້ໄປຊີ້ນໍາຄະນະຄຸ້ມຄອງເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ໃນວັນທີ 15 ມິຖຸນາ 2023 ທີ່ຜ່ານມາ ໃຫ້ທາງເຂດເສຖກິິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ຫັນມານໍາໃຊ້ແຕ່ເງິນກີບລາວເທົ່ານັ້ນ ໃນການຊື້-ຂາຍ, ແລກປ່ຽນ ຊໍາຣະຄ່າບໍຣິການຕ່າງໆນັ້ນ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ກໍໄດ້ກ່າວວ່າ ໃນປັດຈຸບັນ ຖືວ່າ ຢູ່ໃນລະດັບປານກາງ ໃຊ້ກັນເປັນປົກກະຕິ ແລະບັນດາຊາວຄ້າຂາຍ ຈະບໍ່ສາມາດປະຕິເສດ ເງິນກີບໄດ້ຄືແຕ່ກ່ອນແລ້ວ ແຕ່ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຍັງໃຊ້ເງິນບາທ ແລະເງິນຢວນຫຼາຍກວ່າ.