ນັກທຸຣະກິຈຈີນ ເຂົ້າພົບເຈົ້າຄອງ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມທຸຣະກິຈຮ່ວມກັນ

ພອນ ພູມມີທອນ
2023.07.26
ນັກທຸຣະກິຈຈີນ ເຂົ້າພົບເຈົ້າຄອງ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມທຸຣະກິຈຮ່ວມກັນ ທຸຣະກິຈການຄ້າ ໃນຫ້າງຊັພສິນຄ້າແຫ່ງນຶ່ງ ນະຄອນຫຼວງວຽງຈັນ, ເດືອນ ກັນຍາ ປີ 2022.
ນັກຂ່າວ ພົລເມືອງ

ເມື່ອວັນທີ 21 ກໍຣະກະດາ 2023 ທີ່ຜ່ານມາ ທ່ານ ຫວງ ປົວເຊິງ ເລຂາທິການໃຫຍ່ ສະຖາບັນຄົ້ນຄົ້ວ ເສຖກິຈ ແລະ ວັທນະທັມຈີນ-ອາຊຽນ ໄດ້ນໍາພານັກທຸຣະກິຈຈີນ ແລະ ວິສາຫະກິຈຈີນ ໃນລາວ ເຂົ້າພົບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ເພື່ອແລກປ່ຽນຂໍ້ມູນ ແລະ ສົ່ງເສີມ ດ້ານການຄ້າ ແລະ ການລົງທຶນ ຢູ່ຫລາຍຂແນງການ ເປັນຕົ້ນ ເຂດອຸດສາຫະກັມ, ການຄ້າ, ການລົງທຶນ, ເຂດນິຄົມ ອຸດສາຫະກັມ ແລະ ຕາມເສັ້ນທາງຣົຖໄຟ ລາວ-ຈີນ ເພື່ອໃຫ້ ວິສາຫະກິຈ ລາວ-ຈີນ ໄດ້ຮັບຜົລປໂຍດສູງສຸດ, ອີງຕາມ ການຣາຍງານ ຂອງສື່ມວນຊົນລາວ ໃນວັນທີ 23 ກໍຣະກະດາ 2023.

ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາຫ້ອງວ່າການ ປົກຄອງນະຄອນຫລວງວຽງຈັນ ແລະ ສະຖາບັນຄົ້ນຄົ້ວ ເສຖກິຈ ແລະ ວັທນະທັມຈີນ-ອາຊຽນ ເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ຜູ້ຮັບຜິດຊອບ ວຽກງານດັ່ງກ່າວ ບໍ່ສະດວກທີ່ຈະໃຫ້ສັມພາດເພີ່ມຕື່ມ.

ເຖິງຢ່າງໃດກໍຕາມ ກ່ຽວກັບຄວາມເຄື່ອນໄຫວ ຂອງນັກລົງທຶນຈີນ ໃນລາວນີ້ ຫລ້າສຸດ ມີຂໍ້ມູນວ່າ ນັກລົງທຶນຈີນ ຈໍານວນຫລາຍ ໄດ້ໃຫ້ຄວາມສົນໃຈທີ່ຈະຊື້ທີ່ດິນ ໃກ້ກັບສະຖານນີຣົຖໄຟ ລາວ-ຈີນ ໂດຍສະເພາະ ຢູ່ໃກ້ກັບສະຖານນີຣົຖໄຟ ນະຄອນຫລວງວຽງຈັນ ແລະ ຈໍານວນນຶ່ງ ກໍກໍາລັງມີການເຈຣະຈາ ລາຄາຊື້-ຂາຍ ດິນ ກັບເຈົ້າຂອງທີ່ດິນຢູ່ ເພື່ອທີ່ຈະເຮັດການລົງທຶນ ເຮັດທຸຣະກິຈ ໃກ້ກັບສະຖານນີຣົຖໄຟລາວ-ຈີນ.

ດັ່ງ ຊາວບ້ານ ທີ່ປະກາດຂາຍທີ່ດິນ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 26 ກໍຣະກະດາ ນີ້ວ່າ:

“ແມ່ນມີຄວາມຍາກໄດ້ ຄົນຈີນກະມາເບິ່ງຢູ່ມື້ນັ້ນ ເຂົາເຈົ້າກະມາເບິ່ງຢູ່ ດິນອັນນີ້ກະກວ້າງຢູ່ໄດ໋ ແບບລາຄາເຮົາຈະວາງຂາຍ ລາຄາເປັນຄ່າເງິນບາທ ແມັດລະພັນ ກັບ 50 ບາທ ເງິນບາທນ່າ ມີແຕ່ເພີ່ນມາເບິ່ງ ມື້ນັ້ນນ່າ.”

ໃນຂະນະທີ່ ນາຍໜ້າຊື້ຂາຍທີ່ດິນ ອີກທ່ານນຶ່ງ ຍືນຍັນວ່າ ຫລັງຣົຖໄຟ ລາວ-ຈີນ ໄດ້ເປີດໃຊ້ແບບເປັນທາງການ ຕັ້ງແຕ່ທ້າຍປີ 2021 ເປັນຕົ້ນມາ ກໍເຮັດໃຫ້ຄົນຈີນຕ້ອງການຊື້ທີ່ດິນ ຢູ່ໃກ້ກັບສະຖານນີຣົຖໄຟ ນະຄອນຫລວງວຽງຈັນ ຫລາຍຂຶ້ນເລື້ອຍໆ ເຊິ່ງຈໍານວນນີ້ ໄດ້ລົງທຶນກໍ່ສ້າງ ສາງເກັບສິນຄ້າແລ້ວ ສ່ວນອີກຈໍານວນນຶ່ງ ຊື້ທີ່ດິນໄວ້ກ່ອນ ແລະ ຍັງບໍ່ມີການລົງທຶນເທື່ອ.

ດັ່ງ ນາຍໜ້າຊື້-ຂາຍດິນ ອີກທ່ານນຶ່ງ ກ່າວວ່າ: 

“ຢູ່ສະຖານນີຣົຖໄຟ ເຂົາເຈົ້າຈະຊື້ໄວ້ກ່ອນຫັ້ນນ່າ ສ່ວນຫລາຍມັນຊື້ໄວ້ໝົດແລ້ວ ດຽວນີ້ນ່າ ຈີນ ທີວ່າຢູ່ນີ້ ມາດົນແລ້ວ ເຂົາເຈົ້າຈະຊື້ໄວ້ຫລາຍຄົນຫັ້ນນ່າ ຈີນມາໃໝ່ບາງທີກະຊື້ໄວ້ ບາງທີກະຊື້ເຮັດສາງ ເຮັດຫຍັງ ຄົນລາວແທ້ກະມີຢູ່ ແຕ່ວ່າເຂົາເຈົ້າກະເນັ້ນໃສ່ໃນເມືອງ.” 

ໃນຂະນະດຽວກັນ ນັກລົງທຶນຈີນ ທີໃຫ້ຄວາມສົນໃຈ ຊື້ທີ່ດິນ ຢູໃກ້ກັບສະຖານີຣົຖໄຟ ລາວ-ຈີນ ກໍຕ້ອງແຂ່ງຂັນກັບນັກລົງທຶນ ຈາກປະເທດອື່ນໆ ເປັນຕົ້ນໄທຍ, ວຽດນາມ ລວມທັງນັກລົງທຶນລາວ ນໍາດ້ວຍ ເພາະວ່າ ໃຜກໍຢາກເປັນເຈົ້າຂອງທີ່ດິນ ໃກ້ກັບສະຖານີຣົຖໄຟ ຍ້ອນເປັນສະຖານທີ່ ທີ່ເໝາະສົມແກ່ການເຮັດທຸຣະກິຈ.

ດັ່ງ ຊາວບ້ານທີ່ປະກາດຂາຍທີ່ດິນ ອີກນາງນຶ່ງ ກ່າວວ່າ:

“ກໍມີຜູ້ມາເບິ່ງຢູ່ ຈາກໄທຍ ຈາກຈີນ ຈາກລາວ ຈາກວຽດ ມີໝົດແຫລະ ອັນນີ້ກະຖືວ່າຂາຍຖືກແລ້ວປົກກະຕິ ມັນກະແຮງແພງຫລາຍກວ່ານີ້ ມ່ອງປະມານ ກິໂລນຶ່ງນີ້ແຫລະ.”

ນອກຈາກນີ້ແລ້ວ ສໍາລັບນັກລົງທຶນຈີນ ທີ່ເຂົ້າມາລົງທຶນຢູ່ນະຄອນຫລວງວຽງຈັນ ໃນກ່ອນໜ້ານີ້ແລ້ວ ໂດຍສະເພາະຢູ່ໃນເຂດ ພັທນາ ກວມລວມໄຊເສດຖາ ເມືອງໄຊເສດຖານັ້ນ ມາຮອດປັດຈຸບັນ ບໍຣິສັດຈີນ ຈໍານວນນຶ່ງ ທີ່ຢູ່ໃນເຂດແຫ່ງນີ້ ກໍຍັງດໍາເນີນການຜລິດສິນຄ້າ ແລະ ຜລິຕພັນຕ່າງໆ ຢ່າງຕໍ່ເນື່ອງ, ແຕ່ບາງບໍຣິສັດ ກໍໄດ້ຮັບເອົາຄົນງານຈີນເຂົ້າເຮັດວຽກ ແລະ ງົດຮັບເອົາຄົນງານລາວ ທີ່ເວົ້າພາສາຈີນບໍ່ໄດ້.

ດັ່ງ ພະນັກງານຂອງບໍຣິສັດຈີນແຫ່ງນຶ່ງ ໃນເຂດພັທນາ ກວມລວມໄຊເສດຖາ ກ່າວວ່າ:

“ປັດຈຸບັນ ບໍ່ໄດ້ຮັບເທື່ອເດ້ ສ່ວນຫລາຍເພິ່ນຊິນໍາໃຊ້ກັມມະກອນຄົນຈີນ ເຈົ້າ. ບໍ່ ຕອນນີ້ເຂົາເຈົ້າບໍ່ໄດ້ຕ້ອງການຄົນລາວເລີຍ. ຄົນລາວເຮົາບໍ່ເອົາເທື່ອເດີ້ ເຮົາຕ້ອງການແລ້ວ ເຮົາຊິບອກ.” 

ສໍາລັບ ການເຂົ້າມາລົງທຶນໃນລາວ ຂອງນັກທຸຣະກິຈຈີນ ແລະ ວິສາຫະກິຈຈີນ ກໍໄດ້ຮັບນະໂຍບາຍບາງຢ່າງ ເຊິງຂຶ້ນຢູ່ກັບ ແຕ່ລະຂແນງການລົງທຶນ ທີ່ມີນະໂຍບາຍແຕກຕ່າງກັນໄປ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ນັກລົງທຶນຈີນ ແຕ່ກໍບໍ່ໄດ້ໝາຍຄວາມວ່າ ນັກລົງທຶນຈີນ ຈະໄດ້ຮັບນະໂຍບາຍຫລາຍກວ່າ ນັກລົງທຶນລາວ ແລະກໍຕ້ອງເສັຍພາສີ ແລະ ຄ່າທໍານຽມຕ່າງໆ ຄືກັນກັບນັກລົງທຶນລາວ.

ດັ່ງ ເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນ ທ່ານນຶ່ງ ກ່າວວ່າ:

“ມີມິຕິກັມໂຕນຶ່ງເນາະ ເວົ້າເຣື່ອງອົງການສົ່ງເສີມ ການລົງທຶນເນາະ ມັນກໍມີໃນຂົງເຂດ ແຕ່ລະຂົງເຂດຫັ້ນນ່າ ຖືວ່າແມ່ນຣາຍລະອຽດ ແມ່ນຈະໄດ້ເບິ່ງຕື່ມກ່ຽວກັບໂຕນະໂຍບາຍ ຂອງແຕ່ລະຂແນງການຫັ້ນ, ການມາລົງທຶນເນາະ ມາເຮັດທຸຣກິຈຫັ້ນນ່າ ກໍຄືກັນເນາະ ມັນຈະບໍ່ໄດ້ໝາຍຄວາມວ່າ ຕ້ອງແມ່ນຄົນຕ່າງຊາຕ ຕ່າງປະເທດ ແລ້ວມັນຊິໄດ້ສູງ ສ່ວນຢູ່ລາວຈະໄດ້ຕ່ໍາ.” 

ນອກຈາກນັ້ນແລ້ວ ຢູ່ແຂວງອື່ນໆ ໃນລາວ ກໍຍັງມີການລົງທຶນຂອງຈີນເກີດຂຶ້ນຢູ່ເລຶື້ອຍໆ ທັງໂຄງການທີ່ຢູ່ ລະຫວ່າງດໍາເນີນການ ແລະ ຢູ່ໃນແຜນການ ເປັນຕົ້ນ ການລົງທຶນຢູ່ເຂດເສຖກິຈ ສະເພາະ ບໍ່ເຕັນ ແດນງາມ ແຂວງ ຫລວງນ້ໍາທາ, ໂຄງການເຂດນິຄົມໃກ້ ອັດສະຣິຍະ ອາຊີ-ໂປຕາສ ຢູ່ແຂວງຄໍາມ່ວນ, ໂຄງການກໍ່ສ້າງ ສະຖານທີ່ທ່ອງທ່ຽວ ແບບຄົບວົງຈອນ ຢູ່ໂຮງງານ ຊີເມນວັງວຽງ ຫລັງ 2 ເມືອງວັງວຽງ ແຂວງວຽງຈັນ ແລະ ອື່ນໆ. ເຖິງຢ່າງໃດກໍຕາມ ທ່ານ ຄໍາເຈນ ວົງໂພສີ ຣັຖມົນຕຣີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວຢູ່ໃນກອງປະຊຸມ ພົບປະແລກປ່ຽນ ລະຫວ່າງ ພາກຣັຖບານລາວ ແລະ ນັກທຸຣະກິຈຈີນ ຄັ້ງທີ 6 ເມື່ອວັນທີ 15 ກໍຣະກະດາ ເມື່ອປີ 2022 ວ່າ ການລົງທຶນຂອງຈີນ ໄດ້ກາຍເປັນການລົງທຶນ ອັນດັບ 1 ໃນລາວ ເຊິ່ງ ທົ່ວປະເທດລາວ ມີການລົງທຶນ ສະສົມ ທີ່ເປັນຂອງນັກລົງທຶນຈີນ ທັງໝົດ 933 ໂຄງການ, ມີມູນຄ່າ 16.4 ຕື້ ໂດລ້າຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.