ເຣື້ອງທີ່ເກັບບັນທຶກໄວ້
2023-11-27
ຄະນະກັມມະການ ຄຸ້ມຄອງອິນເຕີເນັດແຫ່ງຊາຕ ໄດ້ເນັ້ນໜັກ ໃນການລົງທະບຽນ ໝາຍເລຂໂທຣະສັບ ໃຫ້ສໍາເຣັດຕາມແຜນການ ໃນວັນທີ 16 ທັນວາ 2023 ເບີໂທໃດ ທີ່ບໍ່ໄດ້ລົງທະບຽນ ຈະຖືກປິດການນໍາໃຊ້ ຕັ້ງແຕ່ວັນທີ 16 ທັນວາ ທີ່ຈະເຖິງນີ້.
2023-11-27
ກະຊວງການຕ່າງປະເທດ ເກົາຫລີໃຕ້ ໄດ້ປະກາດຍົກລະດັບການເຕືອນໄພ ການເດີນທາງເຂົ້າເຂດເສຖກິຈພິເສດ ສາມຫລ່ຽມຄໍາ ໃນລາວ ເປັນລະດັບ 3 ເນື່ອງຈາກວ່າ ມີການສໍ້ໂກງ ເຣື່ອງວຽກເຮັດງານທໍາ ທີ່ແນໃສ່ຊາວເກົາຫລີໃຕ້ຢູ່.
2023-11-27
ປັດໄຈຫຼາຍຢ່າງ ທີ່ເຮັດໃຫ້ ສປປ ລາວ ຂາດດຸນການຄ້າ ເຊັ່ນ ເງິນກີບອ່ອນຄ່າ, ອັດຕຣາເງິນເຟີ້, ອັດຕຣາແລກປ່ຽນເງິນກີບ ກັບເງິນຕຣາຕ່າງປະເທດ ແລະ ສປປ ລາວ ຍັງເສັຍປຽບ ເຣື່ອງການສົ່ງອອກສິນຄ້າ ທີ່ຍັງມີຈໍານວນໜ້ອຍ ຂະນະທີ່ ນໍາເຂົ້າສິນຄ້າ ມີຈໍານວນຫຼາຍ.
2023-11-27
ປະຊາຊົນເຈົ້າຂອງດິນນາ ຢູ່ 7 ບ້ານ, ເມືອງເງິນ, ແຂວງໄຊຍະບູຣີ ບໍ່ຮັບເອົາຄ່າເຊົ່າດິນ ປູກໝາກ, ຖົ່ວເຫລືອງຝັກສົດ ຣະດູແລ້ງ ສົ່ງອອກໄປຈີນ ທີ່ບໍຣິສັດຈີນ ສເນີໃຫ້ 5 ລ້ານກີບຕໍ່ເຮັກຕ້າຣ໌ ແຕ່ປະຊາຊົນ ຢາກໄດ້ 6 ລ້ານກີບ.
2023-11-25
ທ້າວ ລັກກີ້ ເຊິ່ງລາວ ເຄີຍເຮັດວຽກ ຢູ່ສາຍການບິນມາກ່ອນ ແລະ ຕໍ່ມາ ກໍໄດ້ຫັນມາເຮັດທຸລະກິດ ຟາມປູກຜັກ ຊື່ວ່າ ລັກກີ້ຟາມ ປູກຜັກ ກັບລັກກີ້ ປັບໄປຕາມສະພາບການ ເສດຖະກິດໃນປັດຈຸບັນ.
2023-11-22
ງານບຸນນະມັສການ ພຣະທາດຫຼວງວຽງຈັນ ໃກ້ຈະສຳເຣັດກວ່າ 80% ແລະໄດ້ມີການເປີດໃຫ້ເຂົ້າທ່ຽວຊົມງານແລ້ວ, ຈະໄດ້ພິທີເປີດງານບຸນທາດຫຼວງ ຢ່າງເປັນທາງການ ໃນຕອນແລງຂອງວັນທີ 23 ພຶສຈິກາ ທີ່ຈະມາຮອດນີ້, ນອກຈາກນີ້, ບັນດາບໍຣິສັດ ໄດ້ເຣີ່ມຕິດຕັ້ງ ບູດຂາຍສິນຄ້າຕ່າງໆ.
2023-11-22
ກົດໝາຍວ່າດ້ວຍເຂດເສຖກິຈພິເສດ ບໍ່ຜ່ານການຮັບຮອງ ຈາກກອງປະຊຸມສະພາ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ຍ້ອນກົດໝາຍດັ່ງກ່າວ ເໜັ້ນໜັກສະເພາະການດຶງດູດ ນັກລົງທຶນແຕ່ບໍ່ລົງເລິກດ້ານການຄຸ້ມຄອງ, ການປົກຄອງ.
2023-11-22
ອົງການອາຫານໂລກ ປະຈຳລາວ ຈະສືບຕໍ່ ຊອກຫາທຶນ ເພື່ອສນັບສນູນ ໂຄງການອາຫານທ່ຽງ ໃຫ້ແກ່ເດັກນ້ອຍນັກຮຽນລາວ ໃນໂຮງຮຽນ ປະຖົມເປົ້າໝາຍ ທົ່ວປະເທດ 43 ແຫ່ງ.
2023-11-22
ຄະນະບໍຣິການງານ ສູນກາງພັກ ຕຣຽມຄົ້ນຄວ້າ ການຈັດຕັ້ງພັກ-ຣັຖ ຂັ້ນສູນກາງ ແລະ ທ້ອງຖິ່ນໂດຍຈະ ນຳໃຊ້ການປົກຄອງ 3 ຂັ້ນຄື, ແຂວງ, ເມືອງ ແລະ ຕາແສງ ສ່ວນຂັ້ນບ້ານ ຈະຖືກປ່ຽນໄປເປັນການຈັດຕັ້ງ ຂອງຊຸມຊົນ ໂດຍມີການການເລືອກຕັ້ງ ຕາມກົດໝາຍທີ່ກ່ຽວຂ້ອງ.
2023-11-21
ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ເປັນປະທານ ໃນພິທີມອບ-ຮັບ ແລະ ເປີດນໍາໃຊ້ ສູນບໍາບັດ, ຟື້ນຟູສຸຂພາບ ຜູ້ຕິດຢາເສບຕິດ ຢູ່ບ້ານທົ່ງຫວາຍ ເມືອງທ່າແຕງ ແຂວງເຊກອງ ເຊິ່ງຄາດວ່າ ຈະສາມາດຮອງຮັບ ຜູ້ຕິດຢາເສບຕິດໄດ້ 500 ຄົນ.
2023-11-21
ຊາວບ້ານຢູ່ຫຼາຍບ້ານ ຢູ່ເມືອງລ່ອງແຈ້ງ ແຂວງ ໄຊສົມບູນ ແລະ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຮັບຜົລກະທົບ ຈາກຣົຖບັນທຸກຂົນແຮ່ຂອງຈີນ ແລ່ນຜ່ານບ້ານທັງຄືນ ແລະ ທັງເວັນ ຈົນເຮັດໃຫ້ເກີດຂີ້ຝຸ່ນປິວໃສ່ເຮືອນປະຊາຊົນ ແລະ ເຮັດໃຫ້ເສັ້ນທາງເປ່ເພ.
2023-11-21
ກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໄດ້ປິດລົງຢ່າງເປັນທາງການ ໂດຍສມາຊິກຄະນະຣັຖບານ ແລະ ສມາຊິກສະພາແຫ່ງຊາຕ ເຂົ້າຮ່ວມເພື່ອປຶກສາຫາລື ແລະ ຊອກຫາວິທີແກ້ໄຂ ບັນຫາຂອງປະເທດຊາຕ ໂດຍສະເພາະບັນຫາ ເສຖກິຈ-ສັງຄົມ.
2023-11-21
ອົງການສິ້ງຊອມ ສິດທິມະນຸສ ຫລື Human Rights Watch ຈາກນະຄອນຊິດນີ ປະເທດອອສເຕຣເລັຽ ໄດ້ອອກຖແລງການໃຫ້ຣັຖບານອອສເຕຣເລັຽ ຕ້ອງກົດດັນ ຣັຖບານລາວ ໃຫ້ຍຸຕິ ການລະເມີດ ສິທທິມະນຸສ ໃນລາວ.
2023-11-20
ຄະນະສະເພາະກິຈ ແກ້ໄຂສຽງດັງ ຂອງຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ນະຄອນຫຼວງວຽງຈັນ ສົມທົບກັບເຈົ້າໜ້າທີ່ຕຳຣວດ ແລະພວກສ່ວນກ່ຽວຂ້ອງ ໄດ້ລົງກວດກາ ບັນຫາສຽງດັງເນືອງນັນ ຢູ່ຮ້ານອາຫານ ແລະ ຮ້ານບັນເທີງ ໃນຂົງເຂດຢູ່ເມືອງສີສັດຕະນາກ ແລະເມືອງຫາດຊາຍຟອງ.
2023-11-20
ທຸກໆປີ ໃນວັນທີ 20 ຂອງເດືອນພຶສຈິກາ ແມ່ນວັນເດັກນ້ອຍສາກົລ ຫຼື World Children’s Day ວັນດັ່ງກ່າວນີ້ ເພື່ອຮັບຮອງເອົາສົນທິສັນຍາ ວ່າດ້ວຍສິດທິເດັກ ຫຼື Convention on the Rights of the Child ແລະສ້າງຄວາມຮູ້ ຄວາມເຂົ້າໃຈ ດ້ານສິດທິ ແລະສວັດດີການຂອງເດັກນ້ອຍ.