ເຣື້ອງທີ່ເກັບບັນທຶກໄວ້
2023-10-27
ກົມສອບສວນຄະດີພິເສດ ຮ່ວມກັບດ່ານກວດຄົນເຂົ້າເມືອງຊຽງແສນ ແຂວງຊຽງຮາຍ ຂອງປະເທດໄທຍ ນໍາກໍາລັງເຂົ້າຈັບ ທ້າວ ວະສັນ ຊາວໄທຍ ອາຍຸ 38 ປີ ແລະນາງ ບົວທອງ ແມ່ຍິງຊາວລາວ ອາຍຸ 50 ປີ ທີ່ຊັກຊວນຕົວະເອົາແມ່ຍິງຊາວໄທຍ ຈໍານວນ 3 ຄົນ ໄປເຮັດວຽກ ຢູ່ສາມຫຼ່ຽມຄຳ.
2023-10-26
ທາງການລາວ ຈະຈັດຕລາດນັດແຮງງານ ຢູ່ ນະຄອນຫລວງວຽງຈັນ ເພື່ອສົ່ງເສີມປະຊາຊົນມີວຽກເຮັດງານທຳ ຫລາຍຂຶ້ນ.
2023-10-26
ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າ ໃນຫຼາຍແຂວງ ລົງຕິດຕາມລາຄາສິນຄ້າ ຢ່າງເຂັ້ມງວດ ໃນໄລຍະບຸນອອກພັນສາ ແລະ ບຸນຊ່ວງເຮືອ ພ້ອມມີແຈ້ງການ ຫ້າມພໍ່ຄ້າ-ແມ່ຄ້າ ກັກຕຸນສິນຄ້າ ແລະ ຂຶ້ນລາຄາສິນຄ້າ ຕາມໃຈ ຖ້າພົບເຫັນ ການລະເມີດ ອາດຖືກບັບໃໝ ຫຼື ຕັດອິສຣະພາບ.
2023-10-26
ສູນຂ່າວສານ ການແພດສຸຂສຶກສາ ກະຊວງສາທາຣະນະສຸຂ ເຜີຍແຜ່ຂໍ້ມູນວ່າ ມາຮອດວັນທີ 25 ຕຸລາ 2023 ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ສະສົມແລ້ວ 31,957 ຄົນ ມີຜູ້ເສັຍຊີວິດສະສົມແລ້ວ 19 ຄົນ.
2023-10-26
ສານເຄມີ ປະເພດ ແອມໂມເນັຽ ຮົວໄຫຼ ຢູ່ເຂດບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ສົ່ງກິ່ນເໝັນ ກະທົບຕໍ່ສຸຂພາບຂອງປະຊາຊົນ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີຣາຍລາຍອຽດກ່ຽວກັບ ບັນຫານີ້ເທື່ອ.
2023-10-26
ເຍົາວະຊົນລາວ 16 ຄົນ ທີ່ຖືກກຸ່ມແກ໊ງຄ້າມະນຸສ ທີ່ເປັນຄົນລາວ ຕົວະຍົວະ ໃຫ້ໄປເຮັດວຽກຕອບແຊັດ ຢູ່ກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມັຽວະດີ ຕັ້ງແຕ່ເດືອນກັນຍາ ປີ 2022 ແລະອອກມາຈາກ ສະຖານທີ່ດັ່ງກ່າວ ຕັ້ງແຕ່ທ້າຍເດືອນສິງຫາ ຄາດວ່າ ຈະໄດ້ເດີນທາງກັບປະເທດລາວ ໃນມໍ່ໆນີ້.
2023-10-25
ແຂວງຫຼວງພຣະບາງ ລົງພື້ນທີ່ກວດກາ ປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມລະບຽບການ ເປັນຕົ້ນປ້າຍທີ່ມີແຕ່ພາສາຕ່າງປະເທດ, ປ້າຍທີ່ພາສາຕ່າງປະເທດ ມີຂນາດໃຫຍ່ກ່ວາພາສາລາວ, ປ້າຍທີ່ມີການອອກແບບສີ, ຂນາດບໍ່ຖືກຕ້ອງຕາມລະບຽບ.
2023-10-25
ຮອງນາຍົກຣັຖມົນຕຣີ ກ່າວວ່າ ປະເທດລາວ ຍັງປະເຊີນກັບສິ່ງທ້າທາຍ ໃນການລືບລ້າງ ຄວາມທຸກຍາກ ຂອງປະຊາຊົນ ໂດຍສະເພາະແມ່ນ ປະຊາຊົນເຂດຊົນນະບົດ ແລະ ໃນຄອບຄົວທີ່ ມີລະດັບການສຶກສານ້ອຍ ແລະ ຍັງເສັຍໂອກາດ ໃນຂົງເຂດສາທາລະນະສຸຂ ແລະ ການສຶກສາ.
2023-10-25
ຫົວໜ້າກອງເລຂາ ອະນຸກັມມະການ ກອງປະຊຸມສໄມສາມັນເທື່ອ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໄດ້ຖແລງຂ່າວ ກ່ຽວກັບການເປີດ ກອງປະຊຸມ ໃນວັນທີ 31 ຕຸລາ ຫາ ວັນທີ 21 ພຶສຈິກາ 2023 ເພື່ອພິຈາຣະນາ ແກ້ໄຂບັນຫາຕ່າງໆ ຂະນະທີ່ປະຊາຊົນ ຢາກໃຫ້ແກ້ໄຂບັນຫາ ເສຖກິຈເປັນເຣື່ອງດ່ວນ.
2023-10-24
ຫລາຍສະຖາບັນສຶກສາ ທັງໃນລະດັບ ວິທຍາໄລ ແລະ ມະຫາວິທຍາໄລ ປະກາດຮັກສມັກ ນັກຮຽນເພີ່ມ ເຊິ່ງເປັນສັນຍານ ທີ່ໜ້າເປັນຫວ່ງ ຕໍ່ບຸກຄະລາກອນຂອງຊາຕ ໃນອະນາຄົດ ເພື່ອການພັທນາ ປະເທດຊາຕ.
2023-10-24
ຊາວບ້ານຫຼາຍຄອບຄົວ ຢູ່ບ້ານໜອງເດີ່ນ ແຂວງສວັນນະເຂດ ທີ່ຈະຖືກຜົລກະທົບສູນເສັຍທີ່ດິນ ແລະສິ່ງປຸກສ້າງ ຈາກໂຄງການກໍ່ສ້າງເສັ້ນທາງ 2 ຊ່ອງທາງ ເຊື່ອມຕໍ່ລະຫວ່າງ ຂົວມິຕພາບລາວ-ໄທຍ ແຫ່ງທີ 2 ຮຽກຮ້ອງໃຫ້ຜູ້ພັທນາໂຄງການດັ່ງກ່າວ ຈ່າຍເງິນຊົດເຊີຍ ຢ່າງສົມເຫດສົມຜົລ.
2023-10-24
ການຜລິດສິນຄ້າ ພາຍໃນປະເທດ ຍັງພົບກັບອຸປະສັກ, ສິ່ງທ້າທາຍ ຍ້ອນພາວະເງິນເຟີ້, ຊຶ່ງເຮັດໃຫ້ຕົ້ນທຶນໃນການຊື້, ນຳເຂົ້າ ສິນຄ້າ ແລະ ວັດຖຸດິບເພີ່ມຂຶ້ນ, ນອກຈາກນີ້ ຣັຖບານຍັງເກັບພາສີນໍາເຂົ້າ ແລະ ອາກອນ ໃນອັດຕຣາ 5-7% ຕື່ມອີກ, ສົ່ງຜົລກະທົບຫຼາຍຂຶ້ນຕື່ມ ຕໍ່ພາກການຜລິດ ພາຍໃນລາວ.
2023-10-24
ມາເຖິງປັດຈຸບັນ ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ຢູ່ແຂວງຫຼວງນໍ້າທາ ທີ່ລູກໆ ຖືກກຸ່ມແກ້ງຄ້າມະນຸສ ທີ່ເປັນຄົນລາວ ຕົວະໄປເຮັດວຽກຕອບແຊັດ ໃນເມືອງເມັຽວະດີ ປະເທດພະມ້າ ແຕ່ທ້າຍປີ 2022 ຕອນນີ້ ຍັງບໍ່ທັນໄດ້ຮັບການຊ່ອຍເຫຼືອເທື່ອ.
2023-10-24
ຜູ້ນໍາຈີນ ຈະຊ່ວຍດຶງນັກລົງທຶນຈີນ ໃຫ້ລົງທຶນ ໃນ ສປປ ລາວ ຫຼາຍຂຶ້ນ ພ້ອມກັບສນັບສນູນລາວ ໃນການເປັນປະທານວຽນອາຊ້ຽນ ໃນປີ 2024 ໃນຂະນະດຽວກັນ ລາວ ແລະ ຈີນ ໄດ້ລົງນາມ ເອກະສານ ຄວາມຮ່ວມມື ອີກ 13 ສະບັບ.
2023-10-23
ຫຼາຍບ້ານ ໃນເຂດນະຄອນຫຼວງວຽງຈັນ ມີຂີ້ເຫຍື້ອຕົກຄ້າງຢູ່ໜ້າບ້ານ ແລະແຄມທາງຫຼາຍ ຍ້ອນບໍ່ມີພາກສ່ວນທີ່ກ່ຽວຂ້ອງ ມາເກັບຂີ້ເຫຍື້ອ ເປັນເວລາຫຼາຍສັປດາ ເຮັດໃຫ້ມີກິ່ນເໝັນ ແລະຂີ້ເຫຍື້ອປິວຊະຊາຍ ສົ່ງຜົລກທົບຕໍ່ພໍ່ແມ່ປະຊາຊົນໃນຫຼາຍບ້ານ ຂອງນະຄອນຫຼວງວຽງຈັນ.