ຊາວບ້ານໜອງເດີ່ນ ຮຽກຮ້ອງເອົາຄ່າຊົດເຊີຍ ທີ່ດິນທີ່ເໝາະສົມ

ສຸພັດຕາ
2023.10.24
ຊາວບ້ານໜອງເດີ່ນ ຮຽກຮ້ອງເອົາຄ່າຊົດເຊີຍ ທີ່ດິນທີ່ເໝາະສົມ ແຜນທີ ເຂດນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ.
RFA Created with Datawrapper

ຊາວບ້ານຫຼາຍຄອບຄົວ ຢູ່ບ້ານໜອງເດີ່ນ ແຂວງສວັນນະເຂດ ທີ່ຈະຖືກຜົລກະທົບສູນເສັຍທີ່ດິນ ແລະສິ່ງປຸກສ້າງ ຈາກໂຄງການກໍ່ສ້າງເສັ້ນທາງ 2 ຊ່ອງທາງ ເຊື່ອມຕໍ່ລະຫວ່າງ ຂົວມິຕພາບລາວ-ໄທຍ ແຫ່ງທີ 2 ໄປຫາດ່ານສາກົລ ທ່າບົກສວັນນະເຂດ ຂອງເຂດເສຖກິຈພິເສດ ສວັນ-ເຊໂນ ຮຽກຮ້ອງໃຫ້ຜູ້ພັທນາໂຄງການດັ່ງກ່າວ ຈ່າຍເງິນຊົດເຊີຍ ຢ່າງສົມເຫດສົມຜົລ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງສວັນນະເຂດ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕໍາແໜ່ງ ໄດ້ກ່າວໃນຕອນເຊົ້າຂອງວັນທີ 18 ຕຸລາ ທີ່ຜ່ານມານີ້ວ່າ ເຈົ້າຄອງນະຄອນໄກສອນ ພົມວິຫານ ໄດ້ລົງພື້ນທີ່ໂອ້ລົມກັບຊາວບ້ານ ເພື່ອແຈ້ງຂໍ້ມູນໂຄງການ ໄດ້ຮັບຮູ້ ປັດຈຸບັນ ພວມຢູ່ລະຫວ່າງ ການປະເມີນຜົລກະທົບ ຍັງບໍ່ທັນສໍາເຣັດເທື່ອ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ຕຸລາ ນີ້ ຕື່ມວ່າ:

ທາງສອງເລນ ມັນລັດແຕ່ ຂົວມິຕພາບ 2 ຫາທ່າບົກ (ປະເມີນຜົລກະທົບ) ແມ່ນໆຍັງບໍ່ແລ້ວກັນ ມັນຕ້ອງ ໄດ້ເບ່ິງ ໃບຕາດິນຫັ້ນນ່າ.”

ສື່ມວນຊົນທ້ອງຖິ່ນ ແຂວງສວັນນະເຂດ ໄດ້ຣາຍງານວ່າ ທ່ານ ປະສົງສິນ ຈະເລີນສຸກ ເຈົ້າຄອງນະຄອນໄກສອນ ພົມວິຫານ ກໍໄດ້ມີຄວາມເຫັນວ່າ ໃຫ້ຄະນະຮັບຜິດຊອບ ປະສານງານການໄກ່ເກັ່ຍ ແລະຊົດເຊີຍຜົລກະທົບ ສືບຕໍ່ຄົ້ນຄວ້າແກ້ໄຂຂໍ້ສເນີຕ່າງໆ ຂອງປະຊາຊົນ ດ້ວຍວິທີການຕ່າງໆທີ່ເໝາະສົມ ບັນຫາໃດ ທີ່ໄດ້ຮັບຄວາມເປັນທັມ ແລະສົມເຫດສົມຜົນແລ້ວ ກໍຮຽກຮ້ອງໃຫ້ພ້ອມພຽງກັນຕັດສິນໃຈຮັບເອົາ.

ນອກຈາກນີ້ ເຈົ້າຄອງນະຄອນໄກສອນ ຍັງມອບໃຫ້ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງສວັນນະເຂດ ແລະນະຄອນໄກສອນພົມວິຫານ ສົມທົບກັບ ຄະນະຄຸ້ມຄອງເຂດເສຖກິຈພິເສດສວັນ-ເຊໂນ ພ້ອມກັນລົງສໍາຣວດຄືນທີ່ດິນ ແລະສິ່ງປຸກສ້າງຕ່າງໆ ໃນແຕ່ລະຕອນດິນໃຫ້ລະອຽດ ເພື່ອກໍານົດລາຄາຊົດເຊີຍດິນແຕ່ລະປະເພດ ໃຫ້ເໝາະສົມ.

ຂະນະທີ່ ຊາວບ້ານ ຢູ່ບ້ານໜອງເດີ່ນ ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ກ່າວວ່າ ດຽວນີ້ ຍັງບໍ່ທັນຮັບຮູ້ຂໍ້ມູນຢ່າງລະອຽດ ວ່າຈະມີດິນທໍາການກະເສດ ແລະດິນປຸກສ້າງ ຖືກຜົລກະທົບຫຼາຍໜ້ອຍເທົ່າໃດ ແຕ່ກະມີຊາວບ້ານ ບາງຄົນ ທີ່ຄາດວ່າຈະຖືກຜົລກະທົບ ແລ້ວເປັນກັງວົນວ່າ ຈະໄດ້ຮັບເງິນຊົດເຊີຍໃນລາຄາທີ່ຕໍ່າຫຼາຍ ເມື່ອທຽບໃສ່ລາຄາຊື້-ຂາຍທີ່ດິນໃນປັດຈຸບັນ ເຊິ່ງຈະຢູ່ປະມານ 250,000 ກີບ ຫາ 400,000 ກີບ ຕໍ່ຕາແມັດ, ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ໝາຍເຖິງດິນຖືກໂຄງການຫັ້ນເບາະ ດິນທີ່ວ່າ ຖືກໂຄງການມັນຖືກ ເປັນດິນທີ່ເຮົາບໍ່ໄດ້ມີແຜນ ທີ່ຈະເຮັດຫຍັງຫັ້ນນ່າ ໄດ້ຍິນປະຊາຊົນເພິ່ນກະຈົ່ມຢູ່ ເພິ່ນໃຫ້ແມັດກາເລ້ກັນຕໍ່າໆ ຂໍ້ມູນຣາຍລະອຽດນີ້ ຍັງບໍ່ຮູ້ເລິກປານໃດນ່າເຈົ້າ.”

ຊາວບ້ານອີກຜູ້ນຶ່ງ ຢູ່ບ້ານໜອງເດີ່ນ ນະຄອນໄກສອນພົມວິຫານ ກ່າວວ່າ ດຽວນີ້ ທີ່ດິນ ແລະບ້ານເຮືອນຂອງປະຊາຊົນ ທີ່ຢູ່ອ້ອມຂ້າງເຂດເສຖກິຈພິເສດສວັນ-ເຊໂນ ແລະເຂດດ່ານສາກົລທ່າບົກສວັນນະເຂດ ແມ່ນມີການເຕີບໂຕຂຶ້ນນັບມື້ ເຮັດໃຫ້ລາຄາທີ່ດິນແພງຂຶ້ນຫຼາຍ. ສະນັ້ນແລ້ວ ຫາກຊາວບ້ານໃນພື້ນທີ່ ຖືກຜົລກະທົບສູນເສັຍທີ່ດິນ ແລະສິ່ງປຸກສ້າງ ເພື່ອຫຼີກທາງໃຫ້ກັບໂຄງການດັ່ງກ່າວ ກໍຄວນຈະຈ່າຍເງິນຊົດເຊີຍຢ່າງເໝາະສົມ ບໍ່ເອົາປຽບປະຊາຊົນ ແລະທີ່ສໍາຄັນ ເງິນຊົດເຊີຍເຫຼົ່ານັ້ນ ຕ້ອງພຽງພໍທີ່ຈະໄປຊອກຫາຊື້ດິນຕອນໃໝ່ໄດ້, ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ມັນກະຊິກະທົບຢູ່ ເພາະວ່າ ທາງພີ້ຮ້ານຄ້າມັນກະຫຼາຍຢູ່ຫັ້ນແຫຼະ ຄືວ່າ ສົມມຸດວ່າ ພື້ນທີ່ມັນວິວດີໆ ມັນກະລາຄາແພງ ທາງພີ້ມັນກະອາຈຊິແພງເດ້ ເພາະວ່າ ມັນເປັນເຂດແບບວ່າ ເຮົາຕ້ງເປີດເສັ້ນທາງ ເງິນກະຂຶ້ນຕລອດແບບນີ້ຫັ້ນນ່າ ເສຖກິຈເຮົາມັນກະບໍ່ໄດ້ປານໃດ.”

ທາງດ້ານເຈົ້າໜ້າທີ່ ຫ້ອງການປົກຄອງ ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ກ່າວວ່າ ໂຄງການດັ່ງກ່າວ ພວມຢູ່ລະຫວ່າງລົງພື້ນທີ່ປະເມີນຜົລກະທົບ ວ່າຈະມີດິນທໍາການກະເສດ, ດິນເປົ່າວ່າງ ແລະດິນປຸກສ້າງຂອງຊາວບ້ານ ບ້ານໜອງເດີ່ນ ສູນເສັຍຫຼາຍໜ້ອຍເທົ່າໃດ ແລະຈະກໍານົດລາຄາຊົດເຊີຍແນວໃດ ເພື່ອໃຫ້ເໝາະສົມກັບຊາວບ້ານ ແລະສະພາບເສຖກິຈ ໃນປັດຈຸບັນ ຄາດວ່າ ບໍ່ເກີນ 1 ເດືອນຫຼັງຈາກນີ້ຈະສໍາເຣັດຜົນ, ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ພໍ່ແມ່ປະຊາຊົນ ມີບັນຫາຫຍັງລະພວກເຮົາ ຢູ່ຂັ້ນນະຄອນ ລະລົງຮ່ວມນໍາເພິ່ນ ໄກ່ເກັ່ຍສິ່ງກີດຂວາງ. ເອີ່.... ມີບາງບ່ອນກະເປັນປ່າເປັນດົງ ບາງບ່ອນກະເປັນທົ່ງໄຮ່ທົ່ງນາ ແລ້ວກະເປັນເຮືອນປະຊາຊົນນໍາ.”

ສ່ວນວຽກງານ ການກໍ່ສ້າງເສັ້ນທາງດັ່ງກ່າວ ຈະມີ 2 ຊ່ອງທາງ ເຊື່ອມຕໍ່ລະຫວ່າງ ຂົວມິຕພາບແຫ່ງທີ 2 ໄປຫາດ່ານສາກົລທ່າບົກສວັນນະເຂດ ຂອງເຂດເສຖກິຈພິເສດສວັນ-ເຊໂນ ໄລຍະທາງ ປະມານ 3 ກິໂລແມັດປາຍ ໂດຍຜູ້ພັທນາເຂດເສຖກິຈພິເສດສວັນ-ເຊໂນ ກໍຄື ກະຊວງແຜນການ ແລະການລົງທຶນ ຈະເປັນໜ່ວຍງານທີ່ຮັບຜິດຊອບ ແລະຄຸ້ມຄອງໂຄງການ.

ປັດຈຸບັນ ເຂດເສຖກິຈພິເສດສວັນ-ເຊໂນ ມີເນື້ອທີ່ທັງໝົດ 1,010 ເຮັກຕ້າຣ໌ ແບ່ງອອກເປັນ 4 ເຂດ ຄື: A, B, C ແລະ D ໂດຍມີກະຊວງແຜນການ ແລະການລົງທຶນ ເປັນເຈົ້າຂອງໂຄງການ ມູນຄ່າການລົງທຶນ 256 ລ້ານໂດລ້າຣ໌ສະຫະຣັຖ ເຣີ່ມສ້າງມາແຕ່ປີ 2003.

ປັດຈຸບັນ ມີບໍຣິສັດ ທັງຈາກພາຍໃນແລະຕ່າງປະເທດ ເຂົ້າລົງທຶນໃນເຂດດັ່ງກ່າວ ແລ້ວປະມານ 187 ບໍຣິສັດ ເປັນຕົ້ນ ໂຮງງານອຸດສາຫະກັມ ປະກອບຊິ້ນສ່ວນອິເລັກໂທນິກ ຈາກປະເທດຝຣັ່ງເສດ, ໂຮງງານຜລິດເລນແວ່ນຕາ ຈາກປະເທດຍີ່ປຸ່ນ, ບໍຣິສັດນິກຄອນ ຕັ້ງໂຮງງານ ປະກອບກ້ອງດິຈິຕອລ ແລະບໍຣິສັດ ໂຕໂຍຕ້າ ຕັ້ງໂຮງງານ ຜລິດເບາະຣົຖໃຫຍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.