ແມ່ຍິງລາວ ທີ່ຕົວະເອົາຍິງໄທຍ 3 ຄົນ ໄປເຮັດວຽກ ຢູ່ສາມຫຼ່ຽມຄຳ ຖຶກຈັບ
2023.10.27

ວັນທີ 26 ຕຸລາ 2023 ທີ່ຜ່ານມາ ກົມສອບສວນຄະດີພິເສດ ຫຼື ດີເອສໄອ ຮ່ວມກັບດ່ານກວດຄົນເຂົ້າເມືອງຊຽງແສນ ແຂວງຊຽງຮາຍ ຂອງປະເທດໄທຍ ນໍາກໍາລັງເຂົ້າຈັບ ທ້າວ ວະສັນ ຊາວໄທຍ ອາຍຸ 38 ປີ ແລະນາງ ບົວທອງ ແມ່ຍິງລາວ ອາຍຸ 50 ປີ ໃນບ້ານພັກ ເຂດຕາແສງວຽງ ເມືອງຊຽງແສນ ແຂວງຊຽງຮາຍ ຍ້ອນທັງສອງຄົນ ເປັນສ່ວນນຶ່ງ ໃນຂະບວນການຄ້າມະນຸສ ຂ້າມຊາຕ ທີ່ຕົວະຍົວະແມ່ຍິງຊາວໄທຍ ຈໍານວນ 3 ຄົນ ໄປເຮັດວຽກ ຢູ່ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ການຈັບທັງສອງຄົນເທື່ອນີ້ ສືບເນື່ອງຈາກ ໄລຍະທ້າຍປີ 2022 ທີ່ແມ່ຍິງໄທຍ ທັງ 3 ຄົນ ແຈ້ງຂໍຄວາມຊ່ອຍເຫຼືອ ໄປຍັງມູນນິທິ ພິທັກສັດຕຣີ ຫຼື Alliance Anti Traffic (AAT) ແລະ ດີເອສໄປ ວ່າ ໄດ້ຖືກກຸ່ມຄົນຕິດຕໍ່ ໃຫ້ໄປເຮັດວຽກທົ່ວໄປ ໄດ້ຄ່າຈ້າງດີ ທີ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ແຕ່ເມື່ອໄປເຖິງ ກັບເຖິງບັງຄັບໃຫ້ເຮັດວຽກຕອບແຊັດ ໂຣແມນສະແກມ ເພື່ອຊັກຊວນໃຫ້ເຫຍື່ອລົງທຶນ ເມື່ອມີຄົນໂອນເງິນມາ ຈຶ່ງປິດລະບົບ ແລະເຣີ່ມຕົ້ນ ຕົວະເຫຍື່ອຣາຍໃໝ່ ຫາກບໍ່ຍອມເຮັດວຽກນີ້ ຈະຖືກທໍາຮ້າຍຮ່າງກາຍ ແລະຖືກບັງຄັບຂາຍບໍຣິການທາງເພດ ທາງ ດີເອສໄອ ຈຶ່ງຕິດຕໍ່ຫາພາກສ່ວນທີ່ກ່ຽວຂ້ອງ ເຈົ້າແຂວງບໍ່ແກ້ວ ແລະເຂດເສຖກິິຈພິເສດສາມຫຼ່ຽມຄໍາ ຈົນສາມາດຊ່ອຍແມ່ຍິງ ທັງ 3 ຄົນໄດ້ໃນທີ່ສຸດ.
ມາຈົນຮອດປັດຈຸບັນ ຫຼັງຈາກການຮວບຮວມຫຼັກຖານໄດ້ແລ້ວ ດີເອສໄອ ຈຶ່ງອອກໝາຍຈັບ ຜູ້ຖືກກ່າວຫາ ຈໍານວນ 5 ຄົນ ໂດຍເປັນຄົນໄທຍ ແລະຄົນລາວ ທີ່ຢູ່ຕາມຊາຍແດນ ຮວມ 3 ຄົນ ແລະຊາວຈີນ ອີກ 2 ຄົນ ແຕ່ການຈັບເທື່ອນີີ້ ສາມາດຈັບໄດ້ 2 ຄົນເທົ່ານັ້ນ.
ຜູ້ກ່າວຫາທັງສອງຄົນ ຈະຖືກດໍາເນີນຄະດີ ທີ່ກຸງເທບ ສໍາລັບຜູ້ກ່າວຫາຊາວລາວນັ້ນ ຈະຖືກດໍາເນີນຄະດີ ຢູ່ປະເທດໄທຍ ຫາກສໍາເຣັດແລ້ວ ກໍອາດບໍ່ມີການສົ່ງໂຕກັບລາວ ຍ້ອນນາງຢູ່ໄທຍມາດົນແລ້ວ ຈົນກາຍເປັນຜູ້ຖືກກ່າວຫາ ທີ່ມີຖິ່ນທີ່ຢູ່ໃນໄທຍແລ້ວ.
ດັ່ງຮ້ອຍຕໍາຣວດເອກ ພິດພັັດຊະຣະ ພະຊະຍະນັນ ຮອງສາຣະວັດ ດ່ານກວດຄົນເຂົ້າເມືອງ ເມືອງຊຽງແສນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ຕຸລາ 2023 ນີ້ວ່າ:
“ໄດ້ຮັບການປະສານຈາກຄົນໄທຍທີ່ຖືກຕົວະ ເຂົາໄດ້ຮວບຮວມພະຍານຫຼັກຖານເນາະ ສອບປາກຄໍາທຸກຢ່າງ ແລ້ວກໍອະນຸມັດຂໍໝາຍຈັບ ແຕ່ຈັບໄດ້ສອງຄົນ ຕອນນີ້ກໍນໍາໄປທີ່ກົມສອບສວນຄະດີພິເສດ ທີ່ກຸງເທບ ແມ່ນ ຜູ້ຊາຍ ແມ່ນຄົນໄທຍ ແຕ່ຜູ້ຍິງ ເປັນສັນຊາຕລາວ ແຕ່ມາຢູ່ໄທຍດົນແລ້ວ ເປັນຄົນບໍ່ມີສະຖານະທາງທະບຽນ ຕ້ອງແລ້ວຄະດີທີ່ໄທຍກ່ອນທັງໝົດ ລາວຍັງບໍ່ສົ່ງ ແຕ່ວ່າເປັນຄົນທີ່ຢູ່ໄທຍດົນແລ້ວ ຄືເຮົາບໍ່ຜັກດັນເຂົາໄປລາວດອກ ເພາະວ່າ ເຂົາມີຖິ່ນທີ່ຢູ່ໃນເມືອງໄທຍແລ້ວ ແຕ່ບໍ່ມີສັນຊາຕໄທຍຊື່ໆ.”
ຜູ້ຖືກກ່າວຫາ ທີ່ຖືກຈັບໄດ້ທັງສອງນັ້ນ ເປັນຜູ້ປະສານງານໃນພື້ນທີ່ ທີ່ຊ່ອຍສົ່ງຄົນລັກລອບຂ້າມໄປຝັ່ງລາວ ເພື່ອແລກກັບເງິນ ສ່ວນຄົນຈີນ ທັງ 2 ຄົນ ທີ່ຍັງຈັບບໍ່ໄດ້ ແລະຫຼົບໜີ ຢູ່ນອກປະເທດນັ້ນ ເປັນຄົນປະສານງານເຣື່ອງວຽກ ກັບນາຍຈ້າງຈີນ ທາງຝັ່ງລາວ.
ດັ່ງຮ້ອຍຕໍາຣວດເອກ ພິດພັດຊະຣະ ກ່າວຕື່ມວ່າ:
“ຜູ້ຊ່ອຍເຫຼືອ ໃຫ້ເຂົາອອກໄປ ຫຼົບໜີອອກຈາກປະເທດໄທຍ ຍັງໆ ຈີນຍັງຢູ່ນອກປະເທດຢູ່ ຄົນຈີນ ໜ້າຈະເປັນຄົນຕິດຕໍ່ ເປັນຄົນເຊື່ອມ ທີ່ຈະພາຄົນໄທຍທີ່ເຮັດວຽກຝັ່ງນັ້ນ.”
ອຈາກການສືບສວນ ຂະບວນການຄ້າມະນຸສຂ້າມຊາຕດັ່ງກ່າວ ເຄີຍກະທໍາຜິດ ໃນລັກສະນະດຽວກັນ ຫຼາຍເທື່ອແລ້ວ ແຕ່ໃນຄະດີອື່ນໆທີ່ມີຄໍາຊັກທອດ ເຖິງຂະບວນການນີ້ ຕໍາຣວດຍັງບໍ່ມີພະຍານ ແລະຫຼັກຖານທີ່ພຽງພໍ ໃນການດໍາເນີນຄະດີໄດ້.
ດ້ານແມ່ຄ້າຮັບຫິ້ວເຄື່ອງ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ນາງນຶ່ງ ກ່າວວ່າ ປັດຈຸບັນ ມີທັງຄົນໄທຍ, ຄົນລາວ ແລະຄົນຈີນ ທີ່ເຮັດວຽກ ຢູ່ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ໂດຍວຽກທີ່ຄົນໄທຍນິຍົມເຮັດຫຼາຍ ແມ່ນວຽກ ສາວ PR ຫຼື ວຽກຮັບແຂກໃນຜັບບຣາ ແລະເຖິງແມ່ນວ່າທີ່ຜ່ານມາ ຈະມີການປາບປາມວຽກງານຕອບແຊັດ ຫຼືສະແກມເມີ້ແລ້ວ ແຕ່ວຽກງານລັກສະນະນີ້ ກໍຍັງມີຫຼາຍຢູ່.
ດັ່ງນາງ ກ່າວວ່າ:
“ມັນກໍມີໝົດແຫຼະ ມັນກໍຖືກປາບປາມໄປຫຼາຍແລ້ວ ແຕ່ກໍຍັງມີຢູ່ ຕອບແຊັດຍັງມີຫຼາຍ ສະແກມເມີ້ອັນດຽວຫັ້ນແຫຼະ ຄືຄົນໄທຍ ກໍເຮັດກັບຄົນລາວນີ້ແຫຼະ ຄົນທີ່ໄດ້ພາສາໄທຍ ມີໆ ຈີນນີ້ ມັນຕ້ອງມີຢູ່ແລ້ວ ເພາະເປັນບໍຣິສັດຈີນ ເປັນຂອງຈີນໝົດ ຖ້າຄົນລາວເຮັດ ຄົນລາວ ກໍຕ້ອງມີຫຸ້ນສ່ວນຂອງຈີນ ນອກຈາກຕອບແຊັດ ກໍມີ ແຕ່ສາວ PR ຫັ້ນແຫຼະ ສ່ວນຫຼາຍຄົນໄທຍ ເຫັນມາຮັບແຂກ ເປັນສາວ PR ນີ້ຫຼາຍ.”
ປັດຈຸບັນ ການເຂົ້າ-ອອກ ກາຊິໂນ ຢູ່ເຂດດັ່ງກ່າວ ຈະມີການກວດໜັງສືເດີນທາງ ສໍາລັບຄົນຕ່າງປະເທດຢູ່ເລື້ອຍໆ ເພື່ອກວດວ່າ ມາເຮັດວຽກຖືກຕ້ອງຕາມກົດໝາຍ ຫຼືບໍ່.
ດັ່ງແມ່ຄ້າຮັບຫິ້ວເຄື່ອງ ຢູ່ເມືອງຕົ້ນເຜິ້ງ ອີກນາງນຶ່ງ ກ່າວວ່າ:
“ຄົນຕ່າງຖິ່ນ ອອກບໍ່ໄດ້ເຈົ້າ ມີແຕ່ຢູ່ໃນເຂດ ຕ້ອງໄດ້ມີພາສປອດ ແບບພາສປອດຢືນຢັນໂຕຕົນ ມາຖືກບໍ່ສິນ່າ ຖ້າເປັນຄົນຈີນ ເຂົາເຈົ້າຈະກວດບັດ ສະເພາະໜ້າດ່ານນີ້ ເຂົາເຈົ້າຈະເປັນຄົນ ກວດໂດຍສະເພາະຫັ້ນນ່າ.”
ດ້ານຊາວລາວ ທ່ານນຶ່ງ ກ່າວວ່າ ຍັງຮູ້ສຶກວ່າ ການສະກັດກັ້ນ ການຄ້າມະນຸສ ຢູ່ ສປປລາວ ຍັງບໍ່ປານໃດ ຍ້ອນຍັງມີກໍຣະນີນີ້ ໃຫ້ເຫັນຢູ່ເລື້ອຍໆ.
ດັ່ງທ່ານກ່າວວ່າ:
“ຍັງບໍ່ທັນດີເທົ່າທີ່ຄວນ ຕາມເຫັນເຂົາປະເມີນ ບໍ່ດີປານໃດ ເພາະວ່າ ຄັນວ່າຕາມຢູ່ຫັ້ນ ມັນກໍຕາມບໍ່ໄດ້ຫັ້ນນ່າ ອໍານາດມັນສູງຢູ່ຫັ້ນນ່າ ເຫັນໃນຂ່າວເນາະ ຄົນລາວສ່ວນຫຼາຍ ເຂົາຈະຄິດວ່າ ລາວເປັນບຸຣິມະສິດຂອງຈີນ ຮຽບຮ້ອຍແລ້ວ ບໍ່ເຮັດຕາມກົດໝາຍລາວເນາະ ກົດໝາຍລາວ ເຮັດຫຍັງບໍ່ໄດ້.”
ໃນຕົ້ນເດືອນຕຸລາ ທີ່ຜ່ານມາ ແມ່ຍິງຊາວກັມພູຊາ ຈໍານວນ 7 ຄົນ ທີ່ຕົກເປັນເຫຍື່ອການຄ້າມະນຸສ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄຳ ກໍໄດ້ຮັບການຊ່ອຍເຫຼືອ ຈາກສະຖານທູດກັມພູຊາ ແລະເຈົ້າໜ້າທີ່ຕໍາຣວດລາວແລ້ວ ຕອນນີ້ ແມ່ຍິງທຸກຄົນ ໄດ້ກັບກັມພູຊາແລ້ວ.