ປະຊາຊົນຢາກໃຫ້ແກ້ໄຂ ບັນຫາເສຖກິຈ ເປັນວາຣະດ່ວນ ໃນການປະຊຸມສະພາ ທີ່ກຳລັງຈະເປີດນີ້

ໄຊຍາ
2023.10.25
ປະຊາຊົນຢາກໃຫ້ແກ້ໄຂ ບັນຫາເສຖກິຈ ເປັນວາຣະດ່ວນ ໃນການປະຊຸມສະພາ ທີ່ກຳລັງຈະເປີດນີ້ ປະຊາຊົນກຳລັງ ຢາງຢູ່ຕໍ່ໜ້າ ສະພາແຫ່ງຊາຕ, ນະຄອນຫຼວງວຽງຈັນ, ວັນທີ 5 ພຶສຈິກາ 2022.
RFA

ໃນວັນທີ 24 ຕຸລາ ທີ່ຜ່ານມາ ຍານາງ ປີ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາຕ ຫົວໜ້າກອງເລຂາ ອະນຸກັມມະການ ກອງປະຊຸມສໄມສາມັນເທື່ອ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໄດ້ຖແລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການດຳເນີນ ກອງປະຊຸມດັ່ງກ່າວ ທີ່ກຳລັງຈະເຖິງນີ້ວ່າຈະເປີດຂຶ້ນ ໃນວັນທີ 31 ຕຸລາ ຫາ ວັນທີ 21 ພຶສຈິກາ 2023 ເປັນໄລຍະ 16 ມື້ ບໍ່ລວມວັນພັກຣັຖການ.

ສ່ວນປະຊາຊົນ ຢາກໃຫ້ແກ້ໄຂບັນຫາ ເສຖກິຈ-ການເງິນ ພາຍໃນປະເທດ ແບບຮີບດ່ວນ ຍ້ອນເປັນບັນຫາໃຫຍ່ ທີ່ປະຊາຊົນທົ່ວປະເທດ ໄດ້ຮັບຜົລກະທົບ ພ້ອມສເນີໃຫ້ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາປັບຫຼຸດລາຄາສິນຄ້າ ອຸປະໂພກ-ບໍຣິໂພກ, ລາຄານໍ້າມັນເຊື້ອເພີງທຸກປະເພດ ແລະ ຄວບຄຸມອັດຕຣາເງິນເຟີ້ ເພື່ອເປັນການຫຼຸດລາຍຈ່າຍໃນຊີວິດ ປະຈຳວັນ.

ດັ່ງຊາວນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 25 ຕຸລາ 2023 ນີ້ວ່າ:

“ໂອ້ນໍ້າມັນມີສ່ວນເດີ້ ນໍ້າມັນກໍມີສ່ວນມັນຂຶ້ນແພງ ສິນຄ້າແພງຖ້ານໍ້າມັນຫຼຸດລົງ ແລ້ວເສຖກິຈ ກໍຢ່າງວ່າດີຂຶ້ນ ຖ້າສິນຄ້າມັນຫຼຸດລົງ ກໍເສຖກິຈກໍດີຂຶ້ນ (ປັດຈຸບັນ) ນໍ້າມັນແພງກ່ວາເດີມຫຼາຍໆ. ເອີ ການຈ້າງງານກໍມັນກໍຂຶ້ນໄປຕາມເສຖກິຈ ເງິນເຟີ້ຫັ້ນເນາະ ມັນມີ 3 ບັນຫາ ບັນຫາສິນຄ້າແພງ, ລາຄານໍ້າມັນ ແລະ ເງິນເຟີ້ນີ້.”

ທາງດ້ານປະຊາຊົນ ຈໍານວນນຶ່ງທີ່ອາສັຍຢູ່ທັງໃນເຂດໂຕເມືອງ ແລະ ນອກເຂດເທສບານນຫຼາຍເມືອງ ແລະ ຫຼາຍແຂວງທົ່ວປະເທດລາວ ພັດບໍ່ທັນໄດ້ຕິດຕາມກອງປະຊຸມ ໃນລັກສະນະດັ່ງກ່າວນີ້ ແລະ ບໍ່ທັນມີຄວາມໝັ້ນໃຈ ກ່ຽວກັບແນວທາງໃນການແກ້ໄຂບັນຫາ ເສຖກິຈ-ການເງິນ ຂອງທາງການລາວແຕ່ພວກຂະເຈົ້າກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງຄວບຄຸມອັດຕຣາເງິນເຟີ້ ຍ້ອນເປັນບັນຫາສຳຄັນ ທີ່ເຮັດໃຫ້ເສຖກິຈລວມຂອງປະເທດ ໄດ້ຮັບຜົລກະທົບ.

ດັ່ງພະນັກງານບໍຣິສັດ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ບໍ່ໆ ບໍ່ຮູ້ຈັກບໍ່ຮູ້ເງິນເຟີ້ຫັ້ນແຫຼະ 610,000 ກີບຕໍ່ 1,000 ບາດໄທຍເຄື່ອງໃຊ້ປະຈຳວັນຫັ້ນແຫຼະອຸປະໂພກ-ບໍຣິໂພກ (ສ່ວນເຣື່ອງຄ່າຈ້າງແຮງງານ ໃນແຕ່ລະເດືອນ) ຍັງບໍ່ຂຶ້ນບໍ່ຂຶ້ນກໍບໍ່ຫຼາຍ ອັນເງິນເດືອນຫັ້ນ ຂຶ້ນກໍບໍ່ຫຼາຍ.”

ໃນໄລຍະເດືອນຕຸລາ ຜ່ານມາ ທາງານກລາວ ແລະພາກສ່ວນທີກ່ຽວຂ້ອງ ຈະມີການປັບຂຶ້ນຄ່າຈ້າງ ແຮງງານຂັ້ນພື້ນຖານ ຈາກ 1.3 ລ້ານກີບຕໍ່ເດືອນ ເປັນ 1.6 ລ້ານກີບຕໍ່ເດືອນ ແຕ່ພະນັກງານຣັຖກອນ ແລະ ເອກະຊົນ ມີຄວາມເຫັນກົງກັນວ່າ ຍັງຄົງເປັນອັດຕຣາຄ່າຈ້າງແຮງງານ ທີ່ໜ້ອຍ ແລະບໍ່ສອດຄ່ອງກັບຄ່າຄອງຊີບ ແລະ ອັດຕຣາເງິນເຟີ້ທີ່ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງໃນຮອບ 2-3 ປີ ທີຜ່່ານມາ.

ດັ່ງຊາວບ້ານ ເມືອງວຽງທອງ ແຂວງບໍລິຄຳໄຊ ຍານາງນຶ່ງກ່າວວ່າ:

“ອັນສໍາລັບຄວາມຄິດ ຂອງຂ້າພະເຈົ້າເອງເນາະ ສິ່ງທີ່ຢາກໃຫ້ແກ້ໄຂກ່ອນໝູ່ໝົດ ລະແມ່ນເຣື່ອງເງິນກັບເຣື່ອງສາທາຣະນະສຸຂນີ້ແຫຼະ ເພາະວ່າເວົ້າເຣື່ອງເງິນເດືອນ ແລ້ວມັນບໍ່ຂຶ້ນ. ຄ່າຄອງຊີບມັນສູງຂຶ້ນເປັນທົບ ສອງທົບ. ຖ້າແບບວ່າຜູ້ມີເງິນເດືອນ ຂະເຈົ້າຊິໄປເຮັດວຽກອື່ນ ກາພັດຍັງວຽກຕົນເອງທີ່ມັນມີເງິນເດືອນຫັ້ນ ມັນພັດບໍ່ພໍໃຊ້ຈ່າຍຊິເປັນໄປ ເຮັດວຽກອື່ນພັດບໍ່ໄດ້ ບໍ່ມີເວລາພຽງພໍ.”

ກ່ຽວກັບບັນຫາ ການບໍຣິການສາທາຣະນະສຸຂ ປະຊາຊົນ ໃນຫຼາຍເມືອງ ແລະຫຼາຍແຂວງທົ່ວປະເທດ ຍັງບໍ່ສາມາດເຂົ້າເຖິງ ການບໍຣິການສຸຂອະນາໄມ ທີ່ມີມາຕຖານຈາກໜ່ວຍງານ ຂອງຣັຖ ໄດ້ອີກທັງແພດແລະພະຍາບານ ຈຳນວນຫຼາຍ ຍັງບໍ່ທັນເອົາໃຈໃສ່ ໃນການປະຕິບັດໜ້າທີ່ ພໍເທົ່າໃດ.

ດັ່ງຊາວບ້ານ ຢູ່ເມືອງວຽງທອງ ແຂວງບໍຣິຄຳໄຊກ່າວຕື່ມວ່າ:

“ເວົ້າເຣື່ອງສາທາຣະນະສຸຂນີ້ ແຕ່ວ່າມັນຜູ້ບໍຣິການດີກໍມີຜູ້ບໍຣິການບໍ່ດີ ກໍມີຫັ້ນນ່າລະເຂົ້າໄປໂຮງໝໍ ເວົ້າໝົດຄວາມ ວ່າຖ້າສົມມຸດວ່າເຮົາໃຫ້ເງິນໃຫ້ພະນັກງານ ເຝົ້າຍາມຫັ້ນລະ ຂະເຈົ້າຈະດູແລ ຄົນໄຂ້ ເຮົາດີ. ຖ້າເຮົາບໍ່ມີເງິນຢັດ ເວົ້າໝົດຄວາມວ່າ ຍົກໂຕຢ່າງວ່າ ເຣື່ອງເກີດລູກເນາະ ຖ້າສົມມຸດວ່າ ເອົາເງິນໃຫ້ເຂົາລະ ຂະເຈົ້າເບິ່ງດີ ຖ້າເຮົາບໍ່ເອົາເງິນລະ ເຂົາຈະປ່ອຍປະເລີຍ ແບບວ່າຮອດຍາມເກີດແລ້ວ ໃຫ້ມັນເກີດເອງຈັ່ງຊີ້ນ່າ.”

ທາງດ້ານການສຶກສາ ເຖິງແມ່ນວ່າກອງປະຊຸມ ສະພາ ສໄມສາມັນ ປະຈຳເດືອນພຶສາພາ 2023 ທີຜ່ານມາ ຈະມີການກ່າວເຖິງ ແນວທາງໃນການມອບເງິນ ອຸດໜູນ ໃຫ້ແກ່ຄຣູອາສາສະມັກ ເພື່ອຫຼຸດຜ່ອນບັນຫາການ ຂາດແຄນຄຣູ ທີ່ສົງຜົລໃຫ້ນັກຮຽນສ່ວນນຶ່ງ ຕັດສິນໃຈປະລະການຮຽນ. ໃນກອງປະຊຸມສະພາ ສໄມສາມັນ ປະຈຳເດືອນພຶສພາ 2023 ທີຜ່ານມາ ແຕ່ມາຮອດປັດຈຸບັນ ບັນຫາດັ່ງກ່າວນີ້ ຍັງບໍ່ ໄດ້ມີການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທັມເທື່ອ.

ດັ່ງຄຣູ ອາສາ ຢູ່ເມືອງທ່າແຂກ ແຂວງຄຳມ່ວນຍານາງນຶ່ງ ກ່າວວ່າ:

“ອ່າ ເວົ້າເຣື່ອງແກ້ໄຂ ກໍຢາກໃຫ້ເພິ່ນແກ້ໄຂ ເຣື່ອງຄຣູອາສາກ່ອນນ່າ. ຄັນບໍ່ມີຄຣູ ຄັນຂະເຈົ້າບໍ່ແກ້ໄຂໃຫ້ເນາະ ບາງເຂດ ບາງບ່ອນ ກໍ 8-9 ປີຊີ້ນ່າ. ຄັນຄຣູອອກແລ້ວ ໃຜຊິໄປສອນແທນ ທຸກມື້ນີ້ຄຣູແຮງເຂົ້າບຳນານຫຼາຍ ອັນແກ້ໄຂໂຕທີ່ວ່າ ຈະເອົາເງິນໃຫ້ຄຣູອາສາ ແມ່ນບໍ່ໂຕນີ້ ຍັງບໍ່ທັນເຫັນເພິ່ນເຮັດເທື່ອຕີິ້ ຄືວ່າບໍ່ເຫັນຂະເຈົ້າແຈ້ງຈັ່ງໃດ.”

ສໍາລັບກອງປະຊຸມ ສະພາ ສໄມສາມັນ ທີ່ກໍາລັງຈະເປີດນີ້ ຈະມີການພິຈາຣະນາ ແລະ ຮັບຮອງເອົາບັນຫາສຳຄັນ ຂັ້ນພື້ນຖານຂອງປະເທດ ກ່ຽວກັບສະພາບການເຄື່ອນໄຫວ ວຽກງານ ພົ້ນເດັ່ນກາງ ສໄມ 5 ປີ ລະຫວ່າງປີ 2021-2025 ແລະ ແຜນການທ້າຍສໄມ ຮອດປີ 2025.

ດັ່ງຍານາງ ປິ່ງຄໍາ ລາຊະສິມມາ ເລຂາທິການສະພາແຫ່ງຊາຕ ຫົວໜ້າກອງເລຂາ ອະນຸກັມມະການກອງປະຊຸມ ສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນ ຕອນນຶ່ງວ່າ:

“ການຈັດຕັ້ງປະຕິບັດ ແຜນການປະຈໍາ ປີ 2023 ແລະ ແຜນການປະຈຳປີ 2024 ຂອງຣັຖບານບົດ ຣາຍງາການຈັດຕັ້ງປະຕິບັດ ແຜນພັທນາເສຖກິຈ-ສັງຄົມ ກາງສໄມ 5 ປີ 2021 ຮອດ 2025 ແລະ ແຜນການທ້າຍສໄມ ຮອດປີ 2025.”

ສໍາລັບບັນຫາພື້ນຖານ ຂອງປະເທດຊາຕ ທີ່ຈະຖືກ່າວເຖິງ ໃນກອງປະຊຸມຄັ້ງນີ້ ປະກອບມີວຽກງານຂອງຣັຖບານ, ອົງການກວດສອບແຫ່ງຣັຖ ແລະ ອົງການກວດກາແຫ່ງຣັຖ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການ ປະຊາຊົນສູງສຸດ, ປັບປຸງກົດໝາຍຈຳນວນ 8 ສະບັບ ເປັນຕົ້ນກົດໝາຍວ່າດ້ວຍ ເຂດເສຖກິຈພິເສດ, ການຮັກສາສຸຂພາບຂັ້ນຕົ້ນ, ການປີ່ນປົວ ແລະ ຊັບສິນທາງປັນຍາ, ວຽກງານສະພາແຫ່ງຊາຕ, ບົດປະກອບຄຳເຫັນ ຂອງຄະນະປະຈຳ ສະພາແຫ່ງຊາຕ ແລະ ມະຕິກອງປະຊຸມ ສະພາແຫ່ງຊາຕ 18 ສະບັບ.

ກ່ອນໜ້ານີ້ ໃນກອງປະຊຸມສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ມີສະມາຊິກສະພາແຫ່ງຊາຕ ກ່າວເຖິງບັນຫາ ຄວາມຫຍຸ້ງຍາກ ທາງດ້ານເສຖກິຈ ພາຍໃນລາວ, ບັນຫາໜີ້ສິນສາທາຣະນະ, ບັນຫາເງິນເຟີ້ ທີ່ເພີ່ມສູງຂຶ້ນ, ການຄຸ້ມຄອງເງິນຕຣາ ທີ່ບໍ່ທັນຮັດກຸມ, ການຈັດສັນງົບປະມານຊັກຊ້າ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ທີ່ຍັງບໍ່ທັນປະຕິບັດໄດ້ ຕາມເປົ້າໝາຍ, ການແກ້ໄຂຄວາມທຸກຍາກ ຂອງປະຊະຊົນລາວ. ໂດຍຣັຖບານລາວເຄີຍໃຫ້ຄຳໝັ້ນ ສັນຍາວ່າ ພາຍໃນປີ 2023 ນີ້ຈະພະຍາຍາມແກ້ໄຂບັນຫາ ແລະ ຄວບຄຸມອັດຕຣາເງິນເຟີ້ ໃຫ້ຢູ່ໃນລະດັບບໍ່ເກີນ 9% ແຕ່ເມື່ອອີງຕາມອັດຕຣາເງິນເຟີ້ ປະຈຳເດືອນກັນຍາ 2023 ຍັງຄົງຢູ່ທີ່ 25.69% ເຊິ່ງຫຼຸດມາຈາກເດືອນສິງຫາ 2023 ປະມານ 0.19% ເຮັດໃຫ້ລາຄາສິນຄ້າ ຕາມທ້ອງຕລາດ ຍັງຄົງໂຕ ແລະບໍ່ມີການປ່ຽນແປງ (ບໍ່ຫຼຸດລົງ).

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.