ເຣື້ອງທີ່ເກັບບັນທຶກໄວ້
2009-06-08
ການຂຶ້ນເງິນເດືອນ ຂັ້ນຕໍ່າໃຫ້ ຄົນງານລາວ ໃນພາກ ອຸດສາຫະກັມ ຕັດຫຍິບ 20ເປີເຊັນ ຈະຊ່ວຍແກ້ໃຂ ຊີວິດ ການເປັນຢູ່ຂອງ ພວກເຂົາເຈົ້າ ໄດ້ແນວໃດແດ່ ແລະໜ້ອຍຫລາຍ ປານໃດ ຖ້າມກາງທີ່ລາວ ໄດ້ຮັບຜົລ ກະທົບຈາກ ສະພາບການ ຝືດເຄືອງທາງ ດ້ານເສຖກິດ ການເງິນໂລກ.
2009-06-08
ຣັຖບານລາວ ກຳລັງ ພິຈາຣະນາ ຄຳຮ້ອງຂອງ ບໍຣິສັດ ບໍ່ແຮ່ ອອສເຕຣເລັຍ ທີ່ຢາກຂຸດຄົ້ນ ບໍ່ແຮ່ຢູ່ເຂດ ບ້ານຫລັກຊາວ ເມືອງຄຳເກີດ ແຂວງ ບໍຣິຄຳໄຊ ຂອງລາວ.
2009-06-08
ຈີນ ຊື້ບໍແຮ່ ໃນລາວ ຈາກ ອອສເຕຣເລັຽແລ້ວ 3ບໍ່ ແລະກຳລັງ ທຳການຄົ້ນຄົ້ວ ອີກຫລາຍແຫ່ງ ໃນລາວ ອີງຕາມບົດ ລາຍງານ ຈາກຫນັງສືພີມ ຜູ້ຈັດການຂອງ ໄທ ສບັບວັນທີ 6 ມີຖຸນາ.
2009-06-08
ຣັຖບານໄທ ຈະສົ່ງຊາວມົ້ງ ຈາກສູນ ບ້ານຫ້ວຍ ນ້ຳຂາວກັບລາວໃຫ້ໝົດ ໃນທ້າຍປີ 2009ນີ້ ອີງຕາມຄຳ ໃຫ້ການຂອງ ຣັຖມົນຕຣີ ປ້ອງກັນ ປະເທດໄທ ຫລັງຈາກທີ່ໄປ ຢ້ຽມຢາມລາວ ວ່າງຫລັງໆມານີ້.
2009-06-08
ວັນທີ 4 ມິຖຸນາ ເປັນວັນຄົບຮອບ ຊາວປີ ຂອງການປະທ້ວງ ຂອງນັກສືກສາ ແລະ ປະຊາຊົນຈີນ ຢູ່ກຸງປັກກິ່ງ ແລະຫລາຍຫົວ ເມືອງ ເພື່ອຮຽກຮ້ອງ ປະຊາທິປະໄຕ ແລະສິດທິ ດ້ານການເມືອງ. ການປະທ້ວງ ດັ່ງກ່າວໄດ້ຖືກ ທາງການປາບປາມ ຢ່າງນອງ ເລືອດ ຈົນທຸກມື້ນີ້ ຍັງບໍ່ຮູ້ແນ່ ວ່າມີຄົນ ເສັຽຊິວິດ ບາດເຈັບ ແລະຖືກຈັບຕົວ ເປັນຈຳນວນ ເທົ່າໃດແທ້. ສິ່ງທີ່ເຮົາຮູ້ ແນ່ນອນ ແມ່ນການຕໍ່ສູ້ ເພື່ອ ປະຊາທິປະໄຕ ໄດ້ຄ່ອຍມິດລົງ ແຕ່ພ້ອມດຽວ ກັນນັ້ນ ຈີນໄດ້ເປີດ ປະຕູທາງດ້ານ ເສຖກິດ. .
2009-06-08
ຣາຍການ ວິທຍຸ ກະຈາຍສຽງລາວ ພາສາເຜົ່າມົ້ງ ສໍາຫລັບ ຊົນເຜົ່າມົ້ງ ໃນເຂດຫ່າງໃກ ໄດ້ຮັບຂ່າວສານ ແລະຂໍ້ມູນໃນ ດ້ານຕ່າງໆ.
2009-06-08
ທາງກາຣ ສປປລາວ ຍັງບໍ່ມີ ນະໂຍບາຍ ຫລືແຜນກາຣ ທີ່ຈະ ພິຈາຣະນາ ໃຫ້ຍົກເລີກໂທສ ປະຫາຣຊີວີຕ ແຕ່ຢ່າງໃດເທື່ອ ໃນປັຈຈຸບັນນີ້.
2009-06-08
ຜູ້ຍີງອັງກິດ ທີ່ສານ ນະຄອນຫລວງ ວຽງຈັນ ຕັດສີນຈໍາຄຸກ ຕລອດຊີວິດ ເຜີຍວ່າ ພໍ່ຂອງເດັກ ໃນທ້ອງຂອງນາງ ເປັນຄົນອັງກິດ ທີ່ຖືກຂັງຄຸກ ໂພນຕ້ອງ ແຫ່ງດຽວກັບນາງ.
2009-06-05
ການປະທ້ວງ ເພື່ອ ປະຊາທິປະໄຕ ຂອງນັກສຶກສາ ແລະ ປະຊາຊົນຈີນ ຢູ່ຈະຕຸຣັດ ທຽນອັນເໝີນ ທີ່ກຸງປັກກິ່ງ ເມື່ອ 20ປີກ່ອນ ເປັນເຫດການ ທີ່ມີຄວາມໝາຍ ສຳຄັນອັນ ໃຫຍ່ຫລວງ ແລະເປັນ ສັນຍາລັກ ຂອງການຕໍ່ສູ້ ຢ່າງສັນຕິ ຊຶ່ງຊາວຈີນ ແລະ ປະຊາຊາດ ຕ່າງໆ ທີ່ຮັກຫອມ ຄວາມເປັນທັມ ໃນທົ່ວໂລກ ຣະລຶກເຖິງ ແລະ ຈະຈົດຈຳໄປ ຊົ່ວກາຣະນານ... ຈຳປາທອງ ມີບົດຄວາມ ກ່ຽວກັບເລື້ອງນີ້ ມາສເນີທ່ານ.
2009-06-05
ໃນວາຣະ ໂອກາສຄົບຮອບ 20ປີ ຂອງເຫຕກາຣ ທີ່ທາງກາຣ ສປຈີນ ໃນມື້ວັນ ພະຫັດ ທີ່4 ມີຖຸນາ 2009 ນີ້ນັ້ນ ທາງກາຣຈີນ ກໍບໍ່ປາກົດ ມີພິທີກາຣ ອັນໃດ ອັນໜື່ງເລີຽ ນອກຈາກທີ່ວ່າ ໄດ້ສົ່ງກຳລັງ ເຈົ້າໜ້າທີ່ ຈຳນວນຫລາຍ ເພີ່ມຂື້ນເພື່ອໄປ ຮັກສາຄວາມ ສງົບຕາມເຂຕ ບໍຣິເວນ ຂອງຈະຕຸຣັຕ ທຽນອັນເໝີນ ພ້ອມກັບມີ ກາຣຕິດຕາມ ສີ້ງຊອມເບີ່ງ ຕາມນັກທ່ອງທ່ຽວ ໂດຽທົ່ວໄປ.
2009-06-05
ບັນດາຜູ້ນໍາ ການລຸກຮືຂື້ນ ທີ່ຈະຕຸຣັດ ທຽນອັນເໝີນ ຂອງຈີນ ໃນວັນພະຫັດ ນີ້ໄດ້ຈັດຕັ້ງ ພາກັນປຸກ ຣະດົມຈິດໃຈ ຢູ່ທີ່ກຸງ ວໍຊິງຕັນ ເພື່ອເປັນ ຂີດໝາຍຄົບຮອບ 20ປີທີ່ທາງ ການຈີນປາບປາມ ກຸ່ມນັກສຶກສາ ສົມທົບກັບ ເຈົ້າໜ້າທີ່ ຂັ້ນສູງຂອງ ສະຫະຣັຖ ແລະໄດ້ຮຽກຮ້ອງ ໃຫ້ທາງການຈີນ ຖືເອົາເຫດ ການປາບປາມນັ້ນ ເປັນຄວາມຮັບຜິດ ຊອບຂອງຕົນ.
2009-06-05
ເຫດການທີ່ເກີດຂື້ນເມຶ່ອຊາວປີຫລັງໃນຈີນທີ່ຈະຕຸຣັດ ທຽນອັນເໝີນ.
2009-06-05
ນັກໂທດຍິງ ຊາວອັງກິດ ອາຈໄດ້ຮັບການ ພິຈາຣະນາ ຈາກສານ ໃຫ້ອອກໄປ ດູແລລູກ ໄດ້ນຶ່ງປີ ຫລັງຈາກອອກລູກ.
2009-06-04
ມາດາມ Clinton ຮຽກຮ້ອງໃຫ້ ທາງການປັກກິ່ງ ເປີດເຜີຍລາຍຊື່ ຜູ້ທີ່ເສັຍ ຊີວິດ ໃນເຫດການ ຢູ່ ຈະຕຸຣັດ ທຽນອັນໝຽນ