ຈີນ ກວາດຊື້ ບໍ່ແຮ່ ຢູ່ລາວຫລາຍແຫ່ງ

ຈີນ ຊື້ບໍແຮ່ ໃນລາວ ຈາກ ອອສເຕຣເລັຽແລ້ວ 3ບໍ່ ແລະກຳລັງ ທຳການຄົ້ນຄົ້ວ ອີກຫລາຍແຫ່ງ ໃນລາວ ອີງຕາມບົດ ລາຍງານ ຈາກຫນັງສືພີມ ຜູ້ຈັດການຂອງ ໄທ ສບັບວັນທີ 6 ມີຖຸນາ.
ສິດນີ
2009.06.08

ລາຍງານວ່າ ບໍຣິສັດ ແຮ່ທາດຍັກໃຫຍ່ ຂອງຈີນ ກຳລັງກວາດຊື້ ບໍແຮ່ໃນລາວ ຈາກບໍຣິສັດ ອອສເຕຣເລັຽ ດັ່ງບໍ່ຄຳທີ່ ເຊໂປນ ຂອງບໍຣິສັດ ໂອຊີ ແລະບໍຄຳ ທີ່ພູເບັ້ຽ ແລະພູຄຳ ຂອງບໍຣີສັດ ແຟນອອສເຕຣເລັຽ.

ນອກຈາກນັ້ນ ບໍຣິສັດຈີນ ອີກບໍຣິສັດ ນື່ງກຳລັງ ຄົ້ນຄົ້ວແຮ່ທາດ ບອກໃຊ ທີ່ ແຂວງອັຕະປື ແລະແຂວງ ຈຳປາສັກ ຂອງລາວ ຊື່ງທາງການຈີນ ຄາດວ່າເປັນແຫລ່ງ ສະສົມທາດ ບອກໃຊ ທີ່ໃຫຍ່ທີ່ສຸດ ໃນລາວ. ທາງການຈີນ ຈະປ່ຽນໂສມຫນ້າ ຈາກຜູ້ຊື້ ມາເປັນຜູ້ຜລີດ ແຮ່ທາດໃນລາວ ໃນອານາຄົດ.

ທຸຣະກິດ ແຮ່ທາດ ສົ່ງລາຍໄດ້ໃຫ້ ແກ່ຣັຖບານ ຫລາຍພໍສົມຄວນ ໃນແຕ່ລະປີ ທັງໃນສ່ວນການ ໃຫ້ສັມປະທານ ການເສັຽພາສີ ລາຍໄດ້ ແລະການປັນຜົລ ປະພດ ຕ່າງໆແລະການ ຂາຍກິຈການ ໃຫ້ຈີນ ບໍຮີສັດ ໂອຊີ ອອສເຕຣເລັຽ ໃຫ້ການວ່າຈະ ບໍສົ່ງຜົລ ກະທົບໃດໆ ຕໍ່ພະນັກງານ ແລະຜົລປະໂຍດ ຂອງຣັຖບານ ຮ່ວມດ້ວຍ ປະຊາຊົນ ທ້ອງຖີ່ນ ໃນເຂດເມືອງ ວິຣະບຸຣີ ຜູ້ທີ່ໄດ້ຮັບ ການຊ່ອຍເຫລືອ ຈາກໂຄງການ ເຊໂປນ ຕາມສັນຍາ ຊື່ງກ່ອນຫນ້ານີ້ ບໍຣິສັດ ດັ່ງກ່າວ ໄດ້ປະກາດ ຫລຸດພະນັກງານ ລົງ 60ຄົນ ໃຫ້ເຫດຜົລວ່າ ຍ້ອນພົລພວງຈາກ ພາວະເສຖກິດ ຕົກຕ່ຳໃນ ທົ່ວໂລກ.

ສື່ຂອງທາງການ ລາວ ລາຍງານວ່າ ຫນ່ວຍງານທີ່ ກ່ຽວຂ້ອງຮ່ວມດ້ວຍ ກະຊວງແຜນຜັງ ແລະການລົງທືນ ກະຊວງ ພະລັງງານ ແລະບໍແຮ່ ບໍ່ມີຄວາມ ຂັດຂ້ອງຕໍ່ ການປ່ຽນເຈົ້າຂອງ ບໍແຮ່ ອັນດັບນື່ງ ໃນລາວແກ່ຈີນ ແຕ່ຢ່າງໃດ. ນອກຈາກ ບໍຣິສັດ ດັ່ງກ່າວແລ້ວ ກໍ່ຍັງມີ ບໍຣີສັດ ຈາກຈີນ ອີກຢ່າງນ້ອຍ 10ບໍຣິສັດ ກຳລັງສຳຣວດ ແຮ່ທາດໃນລາວ ຢູ່ໃນ ເວລານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.