ວິທຍຸລາວ ພາກພາສາມົ້ງ ເພື່ອຊາວມົ້ງ

ຣາຍການ ວິທຍຸ ກະຈາຍສຽງລາວ ພາສາເຜົ່າມົ້ງ ສໍາຫລັບ ຊົນເຜົ່າມົ້ງ ໃນເຂດຫ່າງໃກ ໄດ້ຮັບຂ່າວສານ ແລະຂໍ້ມູນໃນ ດ້ານຕ່າງໆ.
ມະນີຈັນ
2009.06.08

ປະຊາຊົນ ເຜົ່າມົ້ງລາວ ໃນເຂດຫ່າງໃກ ສອກຫລີກ ທົ່ວໄປແລ້ວ ຍັງບໍ່ມີການ ພັທນາ ໃນດ້ານຕ່າງໆ ເຂົ້າເຖິງ ສົ່ງຜົລໃຫ້ ພວກເຂົາເຈົ້າ ມີຄວາມຮູ້ ບໍ່ເທົ່າທັນ ສະພາບການ ໃນປັດຈຸບັນ.

ການແກ້ໃຂ ບັນຫາເພື່ອໃຫ້ ຊາວລາວເຜົ່າມົ້ງ ເລົ່ານັ້ນ ໄດ້ຮູ້ກ່ຽວກັບ ຂ່າວສານຂໍ້ມູນ ຕ່າງໆ ຈໍາເປັນຕ້ອງມີ ການສື່ສານ ມີຊື່ມວນຊົນ ເຂົ້າເຖິງເຂົາເຈົ້າ. ທ່ານ ສີພາ ນົງລາດ ຫົວໜ້າ ສະຖານີວິທຍຸ ກະຈາຍສຽງ ແຫ່ງຊາດລາວ ໃນນະຄອນຫລວງ ວຽງຈັນ ກ່າວໃນຕອນນຶ່ງ ວ່າ:

 "ເພາະວ່າເຂົາເຈົ້າ ດໍາຣົງຊີວິດ ສ່ວນໃຫຍ່ລ້າຫລັງ ຢູ່ເພາະວ່າເຂົາເຈົ້າ ຢູ່ເຂດຊົລເຜົ່າ ຫ່າງໃກສອກຫລີກ ຢູ່ນໍາປ່ານໍາພູ ຄວາມຈະເຣີນ ບໍ່ທັນໄປຮອດ ແຕ່ວ່າວິທຍຸ ພວກເຮົາ ໄປຮອດແລ້ວ."

ວິທຍຸກະຈາຍສຽງ ລາວ ພາສາເຜົ່າມົ້ງ ຕາມຄໍາເວົ້າຂອງ ທ່ານ ສີພາ ແລ້ວແມ່ນວ່າ ຈະອະທິບາຍ ແລະຊີ້ແຈງເຖິງ ສtພາບຄວາມ ເປັນຈິງ ກ່ຽວກັບການ ດໍາຣົງຊີວິດ ປະຈໍາວັນ ສາທາ ຣະນະສຸກ ອະນາໄມ ທີ່ຖືກວິທີ ແລະການ ປະກອບອາຊີບ ຕ່າງໆເພື່ອໃຫ້ ຊາວມົ້ງລາວ ໃນເຂດຫ່າງໃກ ໄດ້ຮູ້ແລະເຂົ້າໃຈ. ພ້ອມກັນນັ້ນ ກໍມີການ ສເນີຂ່າວ ສເນີຂໍ້ມູນ ເລື່ອງການຊ່ວຍເຫລືອ ຂອງທາງ ຣັຖບານລາວ ໃຫ້ຊາວມົ້ງໄດ້ ຊາບອີກດ້ວຍ.

ສໍາຫລັບບັນຫາ ຂອງ ຊົນເຜົ່າມົ້ງລາວ ທີ່ຢູ່ເຂດ ຫ່າງໃກ ສອກຫລີກນັ້ນ ມາຮອດ ເວລານີ້ ກໍມີຫລາຍ ບັນຫາທີ່ສາມາດ ແກ້ໃຂໄດ້ ໂດຍສະເພາະ ຢ່າງຍີ່ງແມ່ນ     ບັນຫາດ້ານ ສຸຂສຶກສາ ທ່ານ ສີພາ ກ່າວວ່າ:

"ມັນກໍແກ້ໄດ້ ຫລາຍບັນຫາ ກ່ອນອຶ່ນແກ້ຄວາມ ເຂົ້າອົກເຂົ້າໃຈ ການ ດໍາຣົງຊີວິດ ແຕ່ລະຢ່າງ ຄວາມຮູ້ທາງ ດ້ານການ ດໍາຣົງຊີວິດ ໂດຍສtເພາະແມ່ນ ໃຫ້ຄວາມຮູ້ ກ່ຽວກັບ ສຸຂສຶກສາ ສໍາຄັນ ສຸຂສຶກສາ ສໍາຄັນຫລາຍ."

ທ່ານ ສີພາ ນົງລາດ ກ່າວສະຫລຸບ ມ້ວນທ້າຍວ່າ ສະຖານີວິທຍຸ ກະຈາຍສຽງ ແຫ່ງຊາດລາວ ພາສາເຜົ່າມົ້ງ ຈັດທໍາຂຶ້ນຕາມ ນະໂຍບາຍຂອງ ຣັຖບານລາວ ເພື່ອໃຫ້ ຂໍ້ມູນຂ່າວສານ ທີ່ເປັນປະໂຫຍດ ແກ່ເຜົ່າມົ້ງລາວ ໃນເຂດຫ່າງໃກ ຊຶ່ງສ່ວນໃຫຍ່ ຈະຢູ່ໃນ ເຂດແຂວງ ທາງພາກເໜືອ ຂອງລາວ  ໂດຍອອກອາກາດ ທຸກວັນວັນລະ ປະມານ 2ຊົ່ວໂມງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.